ການພົວພັນ ຫວຽດນາມ-ກູບາ ເປັນແບບຢ່າງທີ່ສົດໃສໃນການພົວພັນສາກົນ
ກປ.ອອນໄລ - ຫວ່າງແລ້ວນີ້, ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ກູບາ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວກຢຸ້ງ ແລະຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ກູບາ.
ຕາງໜ້າໃຫ້ການນຳພັກ, ລັດຫວຽດນາມ, ທ່ານ ໂຮ່ກວກຢຸ້ງ ໄດ້ສົ່ງຄຳອວຍພອນອັນອົບອຸ່ນມາຍັງການນຳພັກ, ລັດ ແລະປະຊາຊົນກູບາ. ພ້ອມທັງຫວນຄືນບັນດາຂີດໝາຍສຳຄັນໃນປະຫວັດສາດການພົວພັນສອງປະເທດ, ທ່ານຢືນຢັນວ່າ ການພົວພັນ ຫວຽດນາມ-ກູບາ ເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ, ເປັນແບບຢ່າງທີ່ສົດໃສໃນການພົວພັນສາກົນ.
    |
 |
|
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວກຢຸ້ງ ພົບປະກັບທ່ານ Miguel Diaz-Canel Bermudez ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດກູບາ. ພາບ: vov.vn |
ກ່າວຄຳເຫັນທີ່ພິທີ, ທ່ານ Miguel Diaz-Canel Bermudez ຕີລາຄາວ່າ ການພົວພັນສອງຝ່າຍມີປີໜຶ່ງທີ່ປະສົບຜົນສຳເລັດ ດ້ວຍເຫດການສຳຄັນຫຼາຍຢ່າງ. ບັນດາການເຄື່ອນໄຫວທີ່ຕັ້ງໜ້າໃນປີມິດຕະພາບ ຫວຽດນາມ-ກູບາ ໄດ້ນຳມາເຊິ່ງໝາກຜົນທີ່ຈະແຈ້ງ, ສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ສະແດງໃຫ້ເຫັນຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ. ທ່ານ Miguel Diaz-Canel Bermudez ໄດ້ສະແດງຄວາມຂອບໃຈຕໍ່ປະຊາຊົນຫວຽດນາມ ທີ່ໄດ້ສະໜັບສະໜູນປະຊາຊົນກູບາ ຜ່ານໂຄງການ ໂດຍສະມາຄົມສະພາກາແດງຫວຽດນາມ ຈັດຕັ້ງ, ຖືນີ້ເປັນຫຼັກຖານພະຍານສະແດງໃຫ້ເຫັນຄວາມຮັກແພງທີ່ເລິກເຊິ່ງ, ສະໜິດສະໜົມ ແລະຈິງໃຈລະຫວ່າງປະຊາຊົນສອງປະເທດ.
ໂດຍ: ຈາງຫງວຽນ