ນໍາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ-ເບລາຣຸດ ນັບມື້ນັບເຂົ້າສູ່ລວງເລິກ
ກປ.ອອນໄລ - ວັນທີ 3 ທັນວາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ A. Volfovich ເລຂານຸການສະພາຄວາມໝັ້ນຄົງເບລາຣຸດ ທີ່ພວມມີການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 1-4 ທັນວາ.
ທີ່ການຕ້ອນຮັບທ່ານ A. Volfovich ແລະຄະນະຜູ້ແທນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບເບລາຣຸດ ຢ່າງບໍ່ຢຸດຢັ້ງ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານ A. Volfovich ເລຂານຸການສະພາຄວາມໝັ້ນຄົງເບລາຣຸດ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ໂຕເລິມ ເນັ້ນໜັກວ່າ ການພົວພັນລະຫວ່າງສອງປະເທດໄດ້ຮັບການທົດສອບຈາກເວລາ, ຜ່ານໄລຍະເວລາຂອງປະຫວັດສາດ ແລະອີງໃສ່ພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຊິ່ງເປັນພື້ນຖານເພື່ອໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືຫຼາຍດ້ານໃນໄລຍະຈະມາເຖິງ. ໜ້າທີ່ຂອງບັນດາອົງການທີ່ກ່ຽວຂ້ອງສອງປະເທດ ແມ່ນຕັ້ງໜ້າຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂັ້ນສູງ, ເຮັດໃຫ້ເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຜ່ານໂຄງການຮ່ວມມືລະອຽດໃນຂົງເຂດທີ່ທັງສອງຝ່າຍມີຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະຄວາມຕ້ອງການ ຄື: ເສດຖະກິດ, ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ, ເຕັກໂນໂລຊີ, ການສຶກສາ, ການຝຶກອົບຮົມ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ, ກໍ່ຄືບັນດາຂົງເຂດໃໝ່ ຄື: ປັນຍາປະດິດ (AI), Blockchain, ຄວາມໝັ້ນຄົງທາງໄຊເບີ... ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ, ທ່ານເລຂາທິການໃຫຍ່ ຊົມເຊີຍຄວາມມານະພະຍາຍາມຂອງອົງການທີ່ກ່ຽວຂ້ອງສອງປະເທດໃນການຊຸກຍູ້ການຮ່ວມມືໃນຂົງເຂດທີ່ສຳຄັນນີ້, ສອດຄ່ອງກັບຂໍ້ຕົກລົງລະຫວ່າງສອງຝ່າຍ, ສອດຄ່ອງກັບກົດໝາຍແຕ່ລະປະເທດ ແລະກົດໝາຍສາກົນ, ຮັບມືກັບຄວາມສ່ຽງຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່, ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດຢ່າງແທດຈິງ.
ສ່ວນທ່ານ A. Volfovich ໄດ້ລາຍງານຕໍ່ທ່ານເລຂາທິການໃຫຍ່ ກ່ຽວກັບໝາກຜົນຂອງການພົບປະເຈລະຈາກັບລັດຖະມົນຕີກະຊວງຕໍາຫຼວດ ແລະບັນດາການແລກປ່ຽນ, ການພົບປະກັບອົງການ, ການຈັດຕັ້ງອື່ນໆ, ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ ແລະເປັນມິດທີ່ຝ່າຍຫວຽດນາມ ໄດ້ສະຫງວນໃຫ້ຄະນະ. ພ້ອມທັງຢືນຢັນວ່າ ສະພາຄວາມໝັ້ນຄົງເບລາຣຸດ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຜັນຂະຫຍາຍຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ, ປະກອບສ່ວນເຂົ້າໃນການນໍາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ-ເບລາຣຸດ ນັບມື້ນັບເຂົ້າສູ່ລວງເລິກ ແລະນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ.
ໂດຍ: ຈາງຫງວຽນ