leftcenterrightdel
ທ່ານ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ພັນລະຍາ ທ່ານນາງ ໂງເຟືອງລີ: ພາບ: ສໍານັກຂ່າວສານຫວຽດນາມ

ຕອນຄ່ຳວັນທີ 2 ທັນວາ, ທ່ານ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ພັນລະຍາ ທ່ານນາງ ໂງເຟືອງລີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສປປ ລາວ ຢ່າງເປັນທາງການ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ສປປ ລາວ ແລະເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດ ລາວ, ຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ແລະພັນລະຍາ ແຕ່ວັນທີ 1 – 2 ທັນວາ 2025.

ໃນຂອບເຂດການຢ້ຽມຢາມ, ທ່ານ ໂຕ ເລິມ ໄດ້ດຳເນີນການພົບປະສອງຝ່າຍກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ; ພົບປະກັບທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ; ຢ້ຽມຢາມບັນດາສະຫາຍອະດີດການນຳຂັ້ນສູງຂອງລາວ; ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຊາດລາວ; ເຂົ້າຮ່ວມພິທີເປີດນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ແລະການເຄື່ອນໄຫວຈຳນວນໜຶ່ງ; ເປັນປະທານການພົບປະຂັ້ນສູງລະຫວ່າງ 2 ພັກ…

ເນື່ອງໃນໂອກາດການຢ້ຽມຢາມ, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມືສຳຄັນຈຳນວນໜຶ່ງ, ສ້າງກອບນິຕິກຳ, ເປີດທິດທາງໃໝ່, ສອດຄ່ອງກັບຄວາມຮຽກຮ້ອງການພັດທະນາຂອງແຕ່ລະປະເທດ ແລະເພື່ອຜົນປະໂຫຍດລວມຂອງສອງຊາດ, ສືບຕໍ່ເຮັດໃຫ້ສາຍພົວພັນແບບພິເສດ ຫວຽດນາມ-ລາວ ໃນສະພາບການໃໝ່ເລິກເຊິ່ງກວ່າເກົ່າ.

ແຫລ່ງຄັດຈາກ: vovworld.vn