ນັກຂ່າວ: ຂໍຮຽນທ່ານ ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ ມີຄວາມໝາຍຄືແນວໃດຕໍ່ສາຍພົວພັນແບບພິເສດລະຫວ່າງສອງປະເທດ?
ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ: ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ - ລາວ ແມ່ນກົນໄກທີ່ສຳຄັນຍິ່ງເພື່ອຈັດຕັ້ງປະຕິບັດສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະການເປັນຮ່ວມມືຍຸດທະສາດລະຫວ່າງສອງພັກ ແລະສອງລັດ. ໃນປີນີ້, ກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ບໍ່ພຽງແຕ່ເປັນກອງປະຊຸມປະຈຳປີເພື່ອແນໃສ່ກວດກາຄືນບັນດາຂໍ້ຕົກລົງຮ່ວມມືໃນປີເທົ່ານັ້ນ, ຫາກຍັງແມ່ນກອງປະຊຸມທີ່ມີລັກສະນະພິເສດເມື່ອດໍາເນີນພາຍຫຼັງກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ພ້ອມທັງດໍາເນີນໃນຈຸດເວລາທີ່ສອງປະເທດດໍາເນີນການສະຫຼຸບອາຍຸການຮ່ວມມືໄລຍະ 2021-2025 ແລະກະກຽມກ້າວເຂົ້າສູ່ໄລຍະຮ່ວມມືໃໝ່ດ້ວຍວິໄສທັດຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງກວ່າເກົ່າ.
    |
 |
|
ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ພາບ: ດວ່ານກາ |
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເປັນປະທານຮ່ວມ, ກອງປະຊຸມໄດ້ຢືນຢັນຄວາມເອົາໃຈໃສ່ ແລະຄວາມຕັດສິນໃຈດ້ານການເມືອງສູງສຸດຂອງການນໍາຂັ້ນສູງໃນການເພີ່ມພູນຄູນສ້າງສາຍພົວພັນ “ມີໜຶ່ງບໍ່ມີສອງ”, ກໍ່ຄືບົດບາດຫຼັກແຫຼ່ງຂອງກົນໄກຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ, ເຊິ່ງແມ່ນກົນໄກຮ່ວມມືທີ່ໄດ້ຮັກສາມາຕະຫຼອດ 48 ປີຜ່ານມາ, ຮັບປະກັນທຸກຄໍາໝັ້ນສັນຍາ ແລະການກໍານົດທິດລະຫວ່າງສອງພັກ, ສອງລັດໃນການພົວພັນຮ່ວມມືທີ່ໄດ້ຜັນຂະຫຍາຍຢ່າງແທດຈິງ. ນີ້ແມ່ນກົນໄກເພື່ອເຮັດໃຫ້ຈິດໃຈການແບ່ງປັນ, ໜູນຊ່ວຍເຊິ່ງກັນ ແລະກັນປະກົດຜົນເປັນຈິງ ແລະພ້ອມກັນພັດທະນາ.
ໃນປີນີ້, ສອງຝ່າຍຈະຕີລາຄາຢ່າງຮອບດ້ານກ່ຽວກັບໝາກຜົນບັນດາຂົງເຂດການຮ່ວມມືໃນໄລຍະ 2021-2025. ອາດເວົ້າໄດ້ວ່າ ເຖິງວ່າສະພາບການພາກພື້ນ ແລະໂລກມີການຜັນແປຫຼາຍຢ່າງກໍ່ຕາມ, ແຕ່ການຮ່ວມມືລະຫວ່າງຫວຽດນາມ-ລາວ ຍັງສືບຕໍ່ພັດທະນາຢ່າງແທດຈິງ, ນຳມາເຊິ່ງໝາກຜົນຕັ້ງໜ້າທີ່ສຸດ. ພ້ອມດຽວກັນນັ້ນ, ກອງປະຊຸມກໍ່ມີລັກສະນະກໍານົດທິດຍຸດທະສາດເມື່ອສອງຝ່າຍພ້ອມກັນປຶກສາຫາລື, ວາງອອກທິດທາງຮ່ວມມືໃຫ້ປີ 2026 ແລະຊຸມປີຈະມາເຖິງ. ບົນພື້ນຖານໝາກຜົນການປະຕິບັດງານຢູ່ລາວ ຂອງທ່ານ ໂຕ ເລິມ ເລຂາທິການໃຫຍ່ ແລະບັນດາຂໍ້ຕົກລົງຂັ້ນສູງ, ສອງຝ່າຍຈະແລກປ່ຽນ, ເຫັນດີເປັນເອກະພາບ ເພື່ອສືບຕໍ່ນໍາການຮ່ວມມືດ້ານເສດຖະກິດກາຍເປັນໜຶ່ງໃນບັນດາເສົາຄໍ້າທີ່ມີລັກສະນະຕິດພັນຍຸດທະສາດ, ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດຢ່າງແຂງແຮງ ແລະຮອບດ້ານ.
ນີ້ຍັງແມ່ນໂອກາດເພື່ອຢືນຢັນ ແລະເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະການເປັນຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະລາວ ເລິກເຊິ່ງຂຶ້ນຕື່ມ. ການຕິດພັນຢ່າງແໜ້ນແຟ້ນນີ້ມີຄວາມໝາຍຍຸດທະສາດບໍ່ພຽງແຕ່ສຳລັບສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດເທົ່ານັ້ນ ແຕ່ຍັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືໃນພາກພື້ນອີກດ້ວຍ.
ນັກຂ່າວ: ທ່ານ ແບ່ງປັນຜົນງານທີ່ໂດດເດັ່ນໃນການຜັນຂະຫຍາຍສັນຍາການຮ່ວມມືຫວຽດນາມ-ລາວ ໄລຍະ 2021-2025 ໄດ້ບໍ?
ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ: ໃນໄລຍະ 2021-2025, ເຖິງວ່າສະພາບການໂລກ ແລະພາກພື້ນມີການຜັນແປໄວ, ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ເພີ່ມຂຶ້ນພ້ອມກັບສິ່ງທ້າທາຍທົ່ວໂລກຄືໄພທໍາມະຊາດ, ພະຍາດ, ພິເສດແມ່ນໂລກລະບາດໂຄວິດ-19, ການພົວພັນແບບພິເສດຫວຽດນາມ-ລາວ ຍັງໄດ້ຮັບການປັບປຸງ ແລະພັດທະນາແບບຍືນຍົງ. ພາຍໃຕ້ການນຳພາໂດຍກົງ ແລະຮອບດ້ານຂອງສອງພັກ, ສອງລັດ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດຂອງສອງຝ່າຍ, ໂຄງການຮ່ວມມືຈຸດສຸມຫຼາຍໂຄງການ, ໂດຍສະເພາະໃນໄລຍະ 2024-2025, ໄດ້ແກ້ໄຂຄວາມຫຍຸ້ງຍາກ, ຍູ້ໄວຄວາມຄືບໜ້າ, ນຳມາເຊິ່ງໝາກຜົນທີ່ແທດຈິງ, ສ້າງກໍາລັງແຮງໃໝ່ໃຫ້ແກ່ການຮ່ວມມືສອງຝ່າຍໃນບັນດາຂົງເຂດການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະວັດທະນະທໍາ-ສັງຄົມ. ສອງຝ່າຍໄດ້ຈັດກອງປະຊຸມຊາບຊຶມ ແລະປະກາດໃຊ້ແຜນການຜັນຂະຫຍາຍປະຕິບັດຂໍ້ຕົກລົງຂັ້ນສູງ ເພື່ອຫັນບັນດາຂໍ້ຕົກລົງຂັ້ນສູງເປັນລະອຽດ, ປະກອບສ່ວນນໍາການພົວພັນຫວຽດນາມ-ລາວ ໃຫ້ພັດທະນາ ເລິກເຊິ່ງ, ແທດຈິງ ແລະມີປະສິດທິຜົນກວ່າເກົ່າ.
ເມື່ອຫວນຄືນໄລຍະທາງທີ່ຜ່ານມາ, ຍາມໃດພວກເຮົາກໍ່ມີຄວາມເອກອ້າງທະນົງໃຈຕໍ່ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງຫຼາຍລຸ້ນຄົນໃນການສ້າງສາປະເທດຊາດ, ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ເກີດດອກອອກຜົນຢ່າງຕໍ່ເນື່ອງ, ເຮັດໃຫ້ສາຍພົວພັນນີ້ເປັນແບບຢ່າງທີ່ດີເລີດ, ສັດຊື່, ບໍລິສຸດຜຸດຜ່ອງ ແລະເປັນແບບຢ່າງໜຶ່ງດຽວໃນໂລກ. ດ້ວຍຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຕິດແທດຂອງການນຳຂັ້ນສູງຂອງສອງພັກ, ສອງລັດ, ພ້ອມດ້ວຍຄວາມພະຍາຍາມຂອງບັນດາຄະນະ, ກະຊວງ, ຂະແໜງການ, ບັນດາອົງການຈັດຕັ້ງມະຫາຊົນຢູ່ຂັ້ນສູນກາງ ແລະທ້ອງຖິ່ນ, ຂອງວິສາຫະກິດຫວຽດນາມ ແລະລາວ ພວກເຮົາມີພື້ນຖານຢ່າງຄົບຖ້ວນ ເພື່ອຮັກສາຄວາມເຊື່ອໝັ້້ນຕໍ່ອະນາຄົດທີ່ສົດໃສຂອງແຕ່ລະປະເທດກໍ່ຄືການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ໃນໄລຍະໃໝ່.
ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ
ໂດຍ: ໄຊນີດາ