ທ່ານເລຂາທິການໃຫຍ່ ໂຕ ເລິມ ຢ້ຽມຢາມອະດີດການນຳລາວ
ກປ.ອອນໄລ - ໃນວັນທີ 2 ທັນວາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ, ເຂົ້າຮ່ວມໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນ ປະຕິວັດລາວ ທີ່ນະຄອນຫຼວງວຽງຈັນ, ທ່ານ ໂຕ ເລິມ ເລຂາທິການໃຫຍ່ ໄດ້ໄປຢ້ຽມຢາມ ແລະອວຍພອນສຸຂະພາບ ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ ແລະທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ.
ບັນດາສະຫາຍອະດີດການນຳຂັ້ນສູງຂອງລາວ ໄດ້ສະແດງຄວາມຕື່ນເຕັ້ນໃຈ ແລະເປັນກຽດທີ່ໄດ້ພົບປະກັບທ່ານ ໂຕເລິມ ເລຂາທິການໃຫຍ່, ເພື່ອນສະໜິດສະໜົມຂອງປະຊາຊົນລາວ ເນື່ອງໃນໂອກາດໄປປະຕິບັດງານຢູ່ ສປປ ລາວ. ການຢ້ຽມຢາມຄັ້ງນີ້ໄດ້ດຳເນີນໄປໃນໂອກາດທີ່ປະເທດລາວ ສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 50 ປີ ແລະວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ເຊິ່ງເປັນກຳລັງໃຈອັນໃຫຍ່ຫຼວງສຳລັບລາວ ແລະຍັງເປັນການສືບທອດສາຍພົວພັນອັນດີງາມລະຫວ່າງສອງພັກ, ສອງລັດ ແລະການນຳຂອງສອງປະເທດ.
    |
 |
|
ທ່ານ ໂຕ ເລິມ ເລຂາທິການໃຫຍ່ ແລະທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ບັນດາສະຫາຍອະດີດການນຳລາວ ໃຫ້ຮູ້ວ່າ ບັນດາສະຫາຍຍາມໃດກໍ່ເອົາໃຈໃສ່ຕິດຕາມສະພາບການຮ່ວມມືລະຫວ່າງລາວ ແລະຫວຽດນາມ, ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງແຂງແຮງ, ບັນດາໂຄງການທີ່ມີລັກສະນະຍຸດທະສາດພວມສືບຕໍ່ໄດ້ຮັບການຜັນຂະຫຍາຍປະຕິບັດ.
ທ່ານ ໂຕ ເລິມ ໄດ້ຂອບໃຈບັນດາສະຫາຍອະດີດການນຳລາວ ທີ່ຍາມໃດກໍຕິດຕາມການພັດທະນາຂອງຫວຽດນາມ ແລະສະຫງວນອາລົມຈິດຄວາມຮັກແພງໃຫ້ການນໍາລຸ້ນຕ່າງໆຂອງຫວຽດນາມ.
ທ່ານ ໂຕ ເລິມ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຕີລາຄາສູງບັນດາໝາກຜົນອັນໃຫຍ່ຫຼວງ ເຊິ່ງ ລາວບັນລຸໄດ້ໃນຕະຫຼອດ 50 ປີແຫ່ງການສ້າງສາປະເທດ ແລະ 40 ປີແຫ່ງການປ່ຽນແປງໃໝ່; ເຄົາລົບການປະກອບສ່ວນສໍາຄັນຂອງບັນດາສະຫາຍການນໍາໄລຍະຕ່າງໆ. ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນຢ່າງແຂງແຮງ, ຮອບດ້ານຕໍ່ພາລະກິດປ່ຽນແປງໃໝ່, ການພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກສາ ແລະສ້າງສາປະເທດລາວ; ພ້ອມທັງເຊື່ອໝັ້ນວ່າ ພັກປະຊາຊົນປະຕິວັດ ລາວ ຈະຈັດຕ້ັງກອງປະຊຸມໃຫຍ່ ຄັ້ງທີ XII ສໍາເລັດຜົນ.
ໂອກາດນີ້, ທ່ານ ໂຕ ເລິມ ໄດ້ແບ່ງປັນວ່າ ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນຫວຽດນາມ-ລາວ ຂຶ້ນສູ່ລະດັບ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຄວາມຜູກພັນຍຸດທະສາດ”, ສະແດງໃຫ້ເຫັນວິໄສທັດຮ່ວມ ແລະການກໍານົດທິດຮ່ວມເດີນທາງອັນຍາວນານ ເພື່ອຄວາມວັດທະນາຖາວອນລວມຂອງສອງຊາດ.
    |
 |
|
ທ່ານ ໂຕ ເລິມ ເລຂາທິການໃຫຍ່ ພົບປະກັບທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ໄດ້ແຈ້ງໃຫ້ບັນດາສະຫາຍອະດີດການນຳລາວ ຊາບກ່ຽວກັບກອງປະຊຸມຂັ້ນສູງລະຫວ່າງສອງພັກ ທີ່ດໍາເນີນໃນຕອນບ່າຍຂອງວັນທີ 2 ທັນວາ ແລະຫຼັງຈາກນັ້ນ, ສອງປະເທດ ຈະຈັດກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ-ລາວ ໃນຕອນເຊົ້າຂອງວັນທີ 3 ທັນວາ ເພື່ອຜັນຂະຫຍາຍປະຕິບັດໝາກຜົນທີ່ບັນລຸໄດ້ຈາກການເຈລະຈາຂັ້ນສູງ, ໂດຍເຊື່ອໝັ້ນວ່າສອງປະເທດມີພື້ນຖານທຸກຢ່າງເພື່ອຊຸກຍູ້ການພົວພັນທີ່ດີງາມ, ຍົກວົງເງິນການຄ້າຂຶ້ນເປັນ 5 ຕື້ໂດລາສະຫະລັດໃນອະນາຄົດໃກ້ນີ້ ແລະມຸ່ງໄປເຖິງ 10 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ; ຫັນດີຜູກພັນຍຸດທະສາດ, ເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ທາງອາກາດ, ທາງລົດໄຟ, ທາງທະເລ; ເຊື່ອມຕໍ່ພະລັງງານ, ໂດຍສະເພາະແມ່ນພະລັງງານທົດແທນ, ພະລັງງານສະອາດ; ຍູ້ແຮງວຽກງານບໍາລຸງສ້າງຖັນແຖວພະນັກງານ, ເພີ່ມທະວີການຮ່ວມມືວິທະຍາສາດ-ເຕັກໂນໂລຢີ.
ໂດຍ: ໄຊນີດາ