ພະມະຫາກະສັດບຣູໄນ ຢ້ຽມຢາມ Viettel
ກປ.ອອນໄລ - ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ, ຕອນເຊົ້າວັນທີ 2 ທັນວາ, ພະມະຫາກະສັດບຣູໄນ Darussalam Haji Hassanal Bolkiah ໄປຢ້ຽມຢາມ ແລະເຮັດວຽກ ຢູ່ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel).
ທີ່ການເຮັດວຽກ, Viettel ໄດ້ນໍາສະເໜີບັນດາຜົນງານອັນພົ້ນເດັ່ນໃນການພັດທະນາໂຄງລ່າງໂທລະຄົມມະນາຄົມທີ່ທັນສະໄໝ, ການຫັນເປັນດີຈີຕອນ, ປັນຍາປະດິດ (AI), ເຕັກໂນໂລຊີ 5G, ມາດຕະການແກ້ໄຂຄວາມປອດໄພທາງໄຊເບີ ແລະລະບົບນິເວດດີຈີຕອນຮັບໃຊ້ລັດຖະບານດີຈີຕອນ, ວິສາຫະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະປະຊາຊົນ. ພະມະຫາກະສັດບຣູໄນ Haji Hassanal Bolkiah ໄດ້ຕີລາຄາສູງກໍາລັງຄວາມສາມາດເປັນເຈົ້າຕົນເອງ, ການປະດິດຄິດສ້າງເຕັກໂນໂລຢີຂອງ Viettel, ພິເສດແມ່ນຄວາມສາມາດເປັນເຈົ້າຕົນເອງກ່ຽວກັບເຄື່ອງອຸປະກອນໂທລະຄົມ, ພື້ນຖານດີຈີຕອນຂະໜາດໃຫຍ່ ແລະວິໄສທັດພັດທະນາຂອງ Viettel ໃນຂົງເຂດອຸດສາຫະກໍາເຕັກໂນໂລຢີສູງ.
    |
 |
|
ພະມະຫາກະສັດ ບຣູໄນ Darussalam Haji Hassanal Bolkiah ຢ້ຽມຢາມ Viettel. ພາບ: qdnd.vn |
Viettel ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຝ່າຍບຣູໄນ ໃນຂົງເຂດອຸດສາຫະກຳເຕັກໂນໂລຢີສູງ, ຄວາມປອດໄພທາງໄຊເບີ, ການຫັນເປັນດີຈີຕອນແຫ່ງຊາດ, ຄົມມະນາຄົມເຕັກໂນໂລຢີໃໝ່. Viettel ເຊື່ອໝັ້ນສາມາດສະໜອງລະບົບນິເວດດີຈີຕອນທີ່ມີຄຸນນະພາບສູງ, ມີຄວາມໝາຍໃຫ້ແກ່ຊາວບຣູໄນ, ຖືກກັບທິດນໍາ, ວິໄສທັດ ແລະພາລະກໍາຫຼັກຂອງກຸ່ມບໍລິສັດ ແມ່ນ “ປະດິດຄິດສ້າງເພື່ອຜູ້ຄົນ”.
    |
 |
|
ການນໍາ Viettel ມອບຂອງຂວັນທີ່ລະນຶກໃຫ້ພະມະຫາກະສັດບຣູໄນ Darussalam Haji Hassanal Bolkiah. ພາບ: qdnd.vn |
ການຢ້ຽມຢາມ ແລະເຮັດວຽກຂອງພະມະຫາກະສັດ Sultan Haji Hassanal Bolkiah ຢູ່ Viettel ອີກຄັ້ງໜ່ຶງ ຢັ້ງຢືນບົດບາດຂອງວິສາຫະກິດຫວຽດນາມ ໃນການຮ່ວມມືພາກພື້ນ ແລະສາກົນ, ເປັນຕົ້ນແມ່ນໃນຂົງເຂດເຕັກໂນໂລຢີ - ເສົາຄໍ້າຂອງວິວັດການຫັນເປັນດີຈີຕອນທົ່ວໂລກ. ພ້ອມທັງ, ເປີດແງ່ຫວັງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ ກັບ ບຣູໄນ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ, ທັນສະໄໝ ແລະ ວັດທະນາຖາວອນໃຫ້ທັງສອງປະເທດ.
ໂດຍ: ທູຈາງ