ໃນເວລາ 3 ວັນຢູ່ ສ. ອາຟະລິກາໃຕ້, ທ່ານ ຟ້າມມິງຈິ໊ງ ໃນຖານະເປັນແຂກຖືກເຊີນຂອງປະທານ G20 ອາຟະລິກາໃຕ້ ໄດ້ພ້ອມກັບການນຳຂັ້ນສູງບັນດາປະເທດສະມາຊິກ G20, 20 ປະເທດແຂກຖືກເຊີນ, ການນຳ 21 ອົງການຈັດຕັ້ງສາກົນ ແລະພາກພື້ນໄດ້ເຂົ້າຮ່ວມກອງປະຊຸມ.

ເຂົ້າຮ່ວມສອງວາລະປຶກສາຫາລືທີ່ສຳຄັນດ້ວຍຫົວຂໍ້ “ພັດທະນາເສດຖະກິດແບບຍືນຍົງ ແລະກວມລວມ-ບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ” ແລະ “ການປະກອບສ່ວນຂອງ G20 ຕໍ່ກັບໂລກທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ທ່ານ ຟ້າມມິງຈິ໊ງ ໄດ້ສະເໜີການຮັບປະກັນຍຸດທະສາດເພື່ອແນໃສ່ຊຸກຍູ້ການເຕີບໂຕ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20 ປີ 2025 ຢູ່ອາຟະລິກາໃຕ້. ພາບ: ສໍານັກຂ່າວສານຫວຽດນາມ

ຕາມນັ້ນແລ້ວ, G20 ນໍາໜ້າໃນການສ້າງກົນໄກຮ່ວມມືສາກົນເຄົາລົບນັບຖືເຊິ່ງກັນ ແລະກັນ, ຊອກຫາມາດຕະການແກ້ໄຂການປະທະກັນ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ການພັດທະນາ; ຮັບປະກັນລະບົບການຄ້າຫຼາຍຝ່າຍອີງຕາມກົດລະບຽບ, ດ້ວຍ WTO ເປັນໃຈກາງ, ມີລະບົບການເງິນສາກົນທີ່ສົມດຸນ, ໂປ່ງໃສ ແລະເປີດອົກເປີດໃຈ. ພ້ອມທັງຮັບປະກັນການຄຸ້ມຄອງບໍລິຫານທົ່ວໂລກຢ່າງມີຄວາມໄຫວພິບ, ມີປະສິດທິຜົນ, ສ້າງລະບົບນິເວດພັດທະນາຢ່າງແຂງແຮງໃນສັງກາດຫັນເປັນດີຈີຕອນ, ຫັນເປັນສີຂຽວ.

ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa ໄດ້ມີການພົບປະ ແລະຖະແຫຼງການຍົກລະດັບການພົວພັນ ຫວຽດນາມ-ອາຟະລິກາໃຕ້ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ກາຍເປັນແບບຢ່າງຂອງການຮ່ວມມືລະຫວ່າງບັນດາປະເທດພາກໃຕ້.

ກອງປະຊຸມສຸດຍອດ G20 ປີ 2025 ແລະການເຄື່ອນໄຫວສອງຝ່າຍຢູ່ ອາຟະລິກາໃຕ້ ກໍ່ແມ່ນການເຄື່ອນໄຫວສຸດທ້າຍໃນການປະຕິບັດງານເປັນເວລາ 8 ວັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ມາຢ້ຽມຢາມລັດກູເວດ, ອານເຊລີ, ອາຟະລິກາໃຕ້.

ຜົນການຢ້ຽມຢາມແມ່ນພື້ນຖານສຳຄັນ, ແມ່ນກໍາລັງໜູນ, ແມ່ນແຫຼ່ງບັນດານໃຈເພື່ອໃຫ້ຫວຽດນາມ ສືບຕໍ່ຫັນຄວາມຕັດສິນໃຈ,  ຄວາມຄາດຫວັງພັດທະນາຂອງຊາດໃຫ້ປະກົດຜົນເປັນຈິງ, ດຶງດູດແຫຼ່ງກໍາລັງສາກົນສູງສຸດເພື່ອຮັບໃຊ້ໃຫ້ເປົ້າໝາຍພັດທະນາຂອງປະເທດຊາດໃນສັງກາດໃໝ່.

ໂດຍ: ເຈິ່ນຮວ່ຽນ