ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບເລຂາທິການໃຫຍ່ພັກກອງປະຊຸມໃຫຍ່ຊົນຊາດ ອາຟະລິກາໃຕ້
ໃນລາຍການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (G20) ແລະການເຄື່ອນໄຫວສອງຝ່າຍຢູ່ ອາຟະລິກາໃຕ້, ຕອນບ່າຍວັນທີ 21 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Johannesburg, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ Fikile Mbalula, ເລຂາທິການໃຫຍ່ພັກກອງປະຊຸມໃຫຍ່ຊົນຊາດ ອາຟະລິກາໃຕ້ (ANC).
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Fikile Mbalula ເລຂາທິການໃຫຍ່ພັກກອງປະຊຸມໃຫຍ່ຊົນຊາດ ອາຟະລິກາໃຕ້. ພາບ: vov.vn |
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ANC ຊາບເລື່ອງຫວຽດນາມ ແລະອາຟະລິກາໃຕ້ ໄດ້ຖະແຫຼງຍົກລະດັບການພົວພັນ ຫວຽດນາມ-ອາຟະລິກາໃຕ້ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນການຢ້ຽມຢາມຄັ້ງນີ້; ທ່ານສະເໜີໃຫ້ພັກ ANC ດ້ວຍບົດບາດຂອງຕົນຊຸກຍູ້ບັນດາກະຊວງ, ຂະແໜງການ, ອົງການຂອງ ອາຟະລິກາໃຕ້ ຫັນຂອບເຂດການຮ່ວມມືດັ່ງກ່າວໃຫ້ປະກົດຜົນເປັນຈິງ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ນະຄອນ Pretoria, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມກັບພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະປະຊາຄົມຊາວຫວຽດນາມ ຢູ່ອາຟະລິກາໃຕ້.
ແຫຼ່ງຄັດຈາກ: vovworld.vn