ທີ່ການພົບປະກັບທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງການສະໜັບສະໜູນທັດສະນະ ແລະວິທີການເຂົ້າເຖິງຂອງທ່ານເລຂາທິການໃຫຍ່ ທີ່ບັນດາວາລະປຶກສາຫາລືຂອງ G20 ປີນີ້, ເປັນຕົ້ນແມ່ນກ່ຽວກັບການປະຕິຮູບລະບົບການເງິນສາກົນ, ການຫັນເປັນສີຂຽວ ແລະຮັດແຄບຊ່ອງຫວ່າງການພັດທະນາ; ຕີລາຄາສູງຄວາມມານະພະຍາຍາມຂອງທ່ານເລຂາທິການໃຫຍ່ ສປຊ ໃນການຮັບປະກັນ G20 ຕິດພັນກັບບັນດາເປົ້າໝາຍຂອງ ສປຊ, ໜູນຊ່ວຍບັນດາປະເທດກໍາລັງພັດທະນາປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs).

ອີກເທື່ອໜຶ່ງ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຂອບໃຈ ແລະຊົມເຊີຍຫວຽດນາມ ທີ່ໄດ້ເປັນເຈົ້າພາບຈັດຕັ້ງພິທີເປີດການລົງນາມໃນສົນທິສັນຍາ ສປຊ ວ່າດ້ວຍອາດຊະຍາກຳທາງໄຊເບີ ປະສົບຜົນສຳເລັດ, ຢືນຢັນວ່າ ເລື່ອງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ເປັນເວລາ 2 ປີລຽນຕິດ ເປັນການຢັ້ງຢືນຢ່າງແຮງ ແລະການຮັບຮູ້, ຕີລາຄາສູງຈາກບັນດາຄູ່ຮ່ວມມືດ້ວຍອິດທິພົນຊື່ສຽງ, ທີ່ຕັ້ງ ແລະບົດບາດນັບມື້ນັບສູງຂອງຫວຽດນາມ ຕໍ່ກັບບັນຫາລວມຂອງໂລກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພົບປະກັບທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່ ສປຊ Antonio Guterres ສະແດງຄວາມແບ່ງເປົາຕໍ່ກັບລັດຖະບານ ແລະປະຊາຊົນຫວຽດນາມ ກ່ຽວກັບຄວາມເສຍຫາຍຍ້ອນພະຍຸນໍ້າຖ້ວມກໍ່ຂຶ້ນ ແລະໃຫ້ຮູ້ວ່າບັນດາອົງການທີ່ກ່ຽວຂ້ອງຂອງ ສປຊ ຈະໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ.

ທ່ານເລຂາທິການໃຫຍ່ ສປຊ ຢືນຢັນວ່າ ສປຊ ຈະສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ໃນໄລຍະພັດທະນາໃໝ່, ເປັນຕົ້ນແມ່ນໜູນຊ່ວຍໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

ໂດຍ: ທູຈາງ