ຢືນຢັນວ່າ ສອງປະເທດມີຫຼາຍຈຸດທີ່ຄ້າຍຄືກັນ, ບໍ່ມີບັນຫາໃດທີ່ອາດຈະກີດຂວາງການຮ່ວມມືສອງຝ່າຍພັດທະນາ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະລະຫວ່າງຊ່ອງທາງພັກ, ລັດ, ສະພາແຫ່ງຊາດ, ການຮ່ວມມືທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນ, ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ, ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບໍາລຸງສ້າງ, ວັດທະນະທໍາ ແລະການທ່ອງທ່ຽວ, ພ້ອມທັງເປີດກວ້າງການຮ່ວມມືໃນຂົງເຂດໃໝ່, ຄື: ພະລັງງານສະອາດ, ພະລັງງານທົດແທນ, ຫັນເປັນດີຈີຕອນເພື່ອ “ປຸກລຸກຄວາມສາມາດບົ່ມຊ້ອນ” ຂອງການຮ່ວມມືສອງຝ່າຍ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Milos Vystrcil ປະທານສະພາສູງສະພາແຫ່ງຊາດ ສ.ເຊັກ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານປະທານສະພາສູງສະພາແຫ່ງຊາດ ເຊັກ ສະແດງຄວາມເຫັນດີເປັນເອກະພາບສູງກັບທິດທາງການຮ່ວມມືເຊິ່ງທ່ານເລຂາທິການໃຫຍ່ ໄດ້ຍົກດັ່ງກ່າວ; ຢືນຢັນວ່າ ທ່ານ ແລະສະພາສູງສະພາແຫ່ງຊາດ ເຊັກ ຈະມານະພະຍາຍາມສົມທົບກັບສະພາແຫ່ງຊາດຫວຽດນາມ, ໜູນຊ່ວຍລັດຖະບານຫວຽດນາມ ແລະບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບົນພື້ນຖານເຄົາລົບເຊິ່ງກັນ ແລະກັນກັບຫວຽດນາມ. ດ້ວຍຈິດໃຈນັ້ນ, ສະພາສູງສະພາແຫ່ງຊາດ ເຊັກ ພ້ອມແລ້ວທີ່ຈະຂົນຂວາຍບັນດາປະເທດສະມາຊິກທີ່ຍັງເຫຼືອຂອງສະຫະພາບເອີລົບ (ອີຢູ) ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA) ໂດຍໄວ.

ສອງຝ່າຍເຫັນດີຈະຍູ້ໄວການກໍ່ສ້າງ, ເປັນເອກະພາບ ແລະຜັນຂະຫຍາຍແຜນການດໍາເນີນງານ ເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ເຊັກ, ຫັນຄວາມສາມາດບົ່ມຊ້ອນ, ທ່າແຮງເປັນບັນດາໂຄງການຮ່ວມມືລະອຽດ, ແທດຈິງ ແລະມີປະສິດທິຜົນຕອບສະໜອງຄວາມປາຖະໜາ ແລະຜົນປະໂຫຍດຂອງສອງຝ່າຍ.

ໂດຍ: ເຈິ່ນຮວ່ຽນ