ແບ່ງປັນຜົນການພົບປະສອງຝ່າຍລະຫວ່າງນາຍົກລັດຖະມົນຕີສອງປະເທດ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າເຖິງວ່າເວລາປ່ຽນແປງ ແລະໂລກຈະປ່ຽນແປງ, ແຕ່ສິ່ງທີ່ບໍ່ປ່ຽນແປງແມ່ນຄວາມສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ ແລະອານເຊຣີ ເຊິ່ງຍາມໃດກໍ່ຢູ່ນໍາກັນ, ຮ່ວມທຸກຮ່ວມສຸກໃນໄລຍະຫຍຸ້ງຍາກທີ່ສຸດ ແລະປະຈຸບັນ, ສອງປະເທດຍິ່ງສາມັກຄີກັນຕື່ມອີກເພື່ອພັດທະນາ ແລະສ້າງສາສອງປະເທດໃຫ້ເຂັ້ມແຂງແຮງກ້າ, ປະຊາຊົນອີ່ມໜຳສຳລານ ແລະມີຄວາມຜາສຸກ.
ທ່ານປະທານາທິບໍດີ Abdelmadjid Tebboune ຕີລາຄາວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ອານເຊຣີ-ຫວຽດນາມ ເປັນຊັບສົມບັດລວມອັນລໍ້າຄ່າ ທີ່ຄວນໄດ້ຮັບການຮັກສາ, ເສີມຂະຫຍາຍ, ຍົກຂຶ້ນສູ່ລະດັບສູງໃໝ່ເໝາະສົມກັບຄວາມປາດຖະໜາ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Abdelmadjid Tebboune ປະທານາທິບໍດີອານເຊຣີ. ພາບ: baochinhphu.vn |
ດ້ວຍການພົວພັນຄູ່ຮ່ວມມືຍຸດທະສາດທີ່ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຖືວ່າຄວນສ້າງແຜນການດໍາເນີນງານຢ່າງລະອຽດໂດຍໄວ. ສອງຝ່າຍຄວນໃຫ້ບຸລິມະສິດສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ທຸກຂັ້ນ, ກະຊວງ, ຂະແໜງການ ແລະທ້ອງຖິ່ນ. ກ່ຽວກັບດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ປາດຖະໜາວ່າ ທ່ານ Abdelmadjid Tebboune ຈະຊີ້ນຳສະພາແຫ່ງຊາດ ອານເຊຣີ ໃຫ້ສັດຕະຍາບັນດາສັນຍາ, ສະໜັບສະໜູນການເປີດກວ້າງບັນດາໂຄງການຂຸດຄົ້ນ, ປຸງແຕ່ງນໍ້າມັນ... ທ່ານ ຟ້າມມິງຈິ໊ງ ສະເໜີສອງຝ່າຍສືບຕໍ່ຮັກສາມູນເຊື້ອການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ໃນນັ້ນສະໜັບສະໜູນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ສອດຄ່ອງກັບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ໂດຍສະແດງຄວາມເຫັນດີກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານ Abdelmadjid Tebboune ຖືວ່າ, ສອງປະເທດຍັງມີຫຼາຍຂົງເຂດໃຫ້ບຸລິມະສິດຊຸກຍູ້ການຮ່ວມມື. ທ່ານປະທານາທິບໍດີ Abdelmadjid Tebboune ຢືນຢັນຈະສະໜັບສະໜູນ ແລະຊີ້ນຳບັນດາອົງການທີ່ກ່ຽວຂ້ອງຂອງອານເຊຣີ ສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງ ແລະໂຄງການຮ່ວມມືຢ່າງມີປະສິດທິຜົນ, ຫັນຂອບເຂດຄູ່ຮ່ວມມືຍຸດທະສາດດ້ວຍບັນດາໂຄງການ, ການເຄື່ອນໄຫວແທດຈິງໃຫ້ປະກົດຜົນເປັນຈິງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Sifi Ghrieb ນາຍົກລັດຖະມົນຕີອານເຊຣີ ເປັນປະທານຮ່ວມການເຮັດວຽກກັບບັນດາກະຊວງ, ຂະແໜງການ ແລະບາງວິສາຫະກິດສອງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ |
* ວັນທີ 19 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີອານເຊຣີ Sifi Ghrieb ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດ ຫວຽດນາມ-ອານເຊຣີ ດ້ວຍຫົວຂໍ້ “ເພື່ອການພົວພັນຄູ່ຮ່ວມມືເສດຖະກິດຢ່າງມີປະສິດທິຜົນ ແລະຍືນຍົງ”; ເປັນປະທານຮ່ວມການເຮັດວຽກກັບບັນດາກະຊວງ, ຂະແໜງການ ແລະບາງວິສາຫະກິດສອງປະເທດເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາທີ່ໄດ້ເຫັນດີເປັນເອກະພາບ.
* ຕອນເຊົ້າວັນທີ 20 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Ibrahim Boughali ປະທານສະພາແຫ່ງຊາດປະຊາຊົນ (ສະພາຕໍ່າ) ອານເຊຣີ.
ທ່ານ ຟ້າມມິງຈິ໊ງ ໄດ້ແຈ້ງໃຫ້ທ່ານປະທານສະພາຕໍ່າ Ibrahim Boughali ຮັບຊາບກ່ຽວກັບການພົບປະກັບທ່ານປະທານາທິບໍດີ Abdelmadjid Tebboune ແລະຜົນການພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີ Sifi Ghrieb. ຕາມນັ້ນແລ້ວ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນຫວຽດນາມ-ອານເຊຣີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ແລະໄດ້ລົງນາມເອກະສານສຳຄັນຫຼາຍສະບັບ. ທ່ານ ຟ້າມມິງຈິ໊ງ ປາດຖະໜາວ່າ ສອງຝ່າຍສ້າງໂຄງການດໍາເນີນງານຢ່າງລະອຽດ ເພື່ອຫັນຂອບການຮ່ວມມືໃໝ່ໃຫ້ປະກົດຜົນເປັນຈິງ ແລະຫວັງວ່າທ່ານປະທານສະພາຕໍ່າອານເຊຣີ ຈະສະໜັບສະໜູນວິວັດການດັ່ງກ່າວ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Ibrahim Boughali ປະທານສະພາແຫ່ງຊາດປະຊາຊົນ (ສະພາຕໍ່າ) ອານເຊຣີ. ພາບ: ສໍານັກຂ່າວສານຫວຽດນາມ |
ຕີລາຄາສູງເລື່ອງສອງຝ່າຍໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ທ່ານປະທານສະພາຕໍ່າ Ibrahim Boughali ສະແດງຄວາມປິຕິຊົມຊື່ນເມື່ອ ອານເຊຣີ ເປັນຄູ່ຮ່ວມມືຍຸດທະສາດທຳອິດຂອງຫວຽດນາມ ຢູ່ອາຟະລິກາ; ຫວັງວ່າການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດຈະມີປະສິດທິຜົນກວ່າອີກ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນດ້ານການເມືອງ; ຢືນຢັນດ້ວຍບົດບາດຂອງຕົນ, ສະພາຕໍ່າອານເຊຣີ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະສະໜັບສະໜູນແນວຄວາມຄິດການຮ່ວມມືເພື່ອແນໃສ່ປັບປຸງການພົວພັນສອງຝ່າຍ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນສອງປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຫັນດີກັບຂໍ້ລິເລີ່ມຂອງທ່ານປະທານສະພາຕໍ່າ Ibrahim Boughali; ຫວັງວ່າ ສະພາຕໍ່າອານເຊຣີ ຈະສະໜັບສະໜູນສອງລັດຖະບານ ໃນວິວັດການຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດ. ສະແດງຄວາມເຊື່ອໝັ້ນຕໍ່ອະນາຄົດອັນສົດໃສໃນການຮ່ວມມື ຫວຽດນາມ-ອານເຊຣີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ປາດຖະໜາວ່າ ສອງປະເທດຈະສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະກັນໃນໄລຍະຈະມາເຖິງ.
* ຕອນເຊົ້າວັນທີ 20 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Azzouz Nasri ປະທານສະພາຊົນຊາດ (ສະພາສູງ) ອານເຊຣີ.
ທີ່ການພົບປະ, ທ່ານປະທານສະພາສູງ Azzouz Nasri ຊົມເຊີຍສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ; ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ເປັນຄູ່ຮ່ວມມືບຸລິມະສິດຂອງອານເຊຣີ ແລະສະພາສູງ ຍາມໃດກໍ່ສະໜັບສະໜູນລັດຖະບານອານເຊຣີ ພັດທະນາການພົວພັນກັບຫວຽດນາມ; ສະແດງຄວາມເອກອ້າງທະນົງໃຈຕໍ່ການພົວພັນອັນເລິກເຊິ່ງ ແລະແໜ້ນແຟ້ນລະຫວ່າງສອງຊາດ; ຖືວ່າເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຈະເປີດໜ້າໃໝ່ໃນການພົວພັນສອງຝ່າຍ; ເນັ້ນໜັກວ່າສອງປະເທດມີອະດີດສະຫງ່າອົງອາດ ແລະຈະມີອະນາຄົດອັນສົດໃສຢ່າງແນ່ນອນ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Azzouz Nasri ປະທານສະພາຊົນຊາດ (ສະພາສູງ) ອານເຊຣີ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຟ້າມມິງຈິ໊ງ ຢືນຢັນນ້ຳໃຈມິດຕະພາບສັດຊື່ບໍລິສຸດ, ນ້ຳໃຈສາມັກຄີ, ສະໜັບສະໜູນເຊິ່ງກັນ ແລະກັນລະຫວ່າງຫວຽດນາມ ແລະອານເຊຣີ ໄດ້ຮັບການເພີ່ມພູນຄູນສ້າງຜ່ານໄລຍະຕ່າງໆແມ່ນພື້ນຖານຍືນຍົງຂອງການພົວພັນສອງຝ່າຍ.
ສອງຝ່າຍຢືນຢັນຄວາມສຳຄັນຂອງການຮ່ວມມືລະຫວ່າງສອງລັດຖະສະພາ ໃນການພົວພັນສອງຝ່າຍ ແລະເຫັນດີຍູ້ແຮງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດຢ່າງມີປະສິດທິຜົນຜ່ານການແບ່ງປັນບົດຮຽນດ້ານນິຕິບັນຍັດ, ຕິດຕາມກວດກາ ແລະສ້າງກົດໝາຍ... ສອງຝ່າຍເຫັນດີສືບຕໍ່ສົມທົບກັນ ແລະສະໜັບສະໜູນຫຼັກໝັ້ນຂອງກັນຢູ່ສະຫະພັນລັດຖະສະພາສາກົນ, ພາກພື້ນ ແລະເວທີປາໄສຫຼາຍຝ່າຍ ເຊິ່ງຫວຽດນາມ ແລະອານເຊຣີ ເປັນສະມາຊິກ. ກ່ຽວກັບບັນຫາທະເລ ແລະມະຫາສະໝຸດ, ໃນນັ້ນມີທະເລຕາເວັນອອກ, ທ່ານ ຟ້າມມິງຈິ໊ງ ສະເໜີຝ່າຍອານເຊຣີ ສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນ ໃນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບຜົນປະໂຫຍດຂອງບັນດາປະເທດແຄມທະເລທີ່ເໝາະສົມກັບກົດໝາຍສາກົນ, ເປັນຕ້ົນແມ່ນ UNCLOS ປີ 1982.
* ຕອນເຊົ້າວັນທີ 20 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Algiers, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ໄດ້ໄປຢ້ຽມຢາມທາງຫຼວງໂຮ່ຈີມິນ ແລະເຂົ້າຮ່ວມພິທີເປີດນໍາໃຊ້ແຜ່ນສີລາອະນຸສາວະລີກ່ຽວກັບຊີວິດ, ພາລະກິດຂອງປະທານໂຮ່ຈີມິນ.
ໂດຍ: ເຈິ່ນຮວ່ຽນ