ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນການພົບປະສອງຝ່າຍລະຫວ່າງທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝິນ ແລະທ່ານປະທານສະພາແຫ່ງຊາດ Woo Won Shik; ຫວັງວ່າ ອົງການນິຕິບັນຍັດສອງປະເທດຈະສືບຕໍ່ເສີມຂະຫຍາຍບົດບາດຊຸກຍູ້ຕິດພັນກັບການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ຜັນຂະຫຍາຍຫຼາຍການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືທີ່ອຸດົມສົມບູນ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະການພົວພັນລະຫວ່າງບັນດາສະມາຊິກລັດຖະສະພາສອງປະເທດ; ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນ ຫວຽດນາມ-ສ.ເກົາຫຼີ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີ ສ.ເກົາຫຼີ ສືບຕໍ່ຍົກສູງກໍາລັງຄວາມສາມາດໃຫ້ວິສາຫະກິດຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງກວ່າໃນລະບົບຕ່ອງໂສ້ການສະໜອງທົ່ວໂລກຂອງວິສາຫະກິດສ.ເກົາຫຼີ, ຜ່ານນັ້ນປະກອບສ່ວນປະຕິບັດສໍາເລັດເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 150 ຕື້ໂດລາສະຫະລັດ ໃນປີ 2030 ຕາມທິດດຸນດ່ຽງ, ຍືນຍົງ; ເພີ່ມທະວີການຮ່ວມມືດ້ານການບຳລຸງສ້າງຊັບພະຍາກອນມະນຸດ ແລະຄົ້ນຄວ້າພັດທະນາຂະແໜງເຕັກໂນໂລຢີຍຸດທະສາດ, ຜະລິດຕະພັນເຕັກໂນໂລຢີຍຸດທະສາດ; ຊຸກຍູ້ການຮ່ວມມື, ກໍ່ສ້າງພື້ນຖານໂຄງລ່າງຫຼັກ, ຄື: ປັນຍາປະດິດ (AI), ສ້າງກອບນິຕິກໍາ ແລະລະບອບລະບຽບການເພື່ອພ້ອມກັນກ້າວເຂົ້າສູ່ສັງກາດດີຈີຕອນກ່ຽວກັບ AI...
ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີສອງຝ່າຍເປີດກວ້າງການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງມິດຕະພາບ ແລະເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດເລິກເຊິ່ງກວ່າອີກ; ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ປະຊາຄົມຊາວຫວຽດນາມ ເຊື່ອມຕົວ, ດຳລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ ສ.ເກົາຫຼີ ຢ່າງໝັ້ນຄົງ ແລະຍາວນານ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະກັບທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານປະທານສະພາແຫ່ງຊາດ Woo Won Shik ສະເໜີສອງຝ່າຍສືບຕໍ່ການຮ່ວມມືຢ່າງແໜ້ນແຟ້ນແນໃສ່ຊຸກຍູ້ການພັດທະນາຢ່າງແທດຈິງຂອງການຮ່ວມມືດ້ານປ້ອງກັນຊາດ; ສະເໜີຫວຽດນາມ ຕັ້ງໜ້າໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ ສ.ເກົາຫຼີ, ພ້ອມທັງສ້າງເງື່ອນໄຂໃຫ້ວິສາຫະກິດ ສ.ເກົາຫຼີ ລົງທຶນເຂົ້າບັນດາໂຄງການຈຸດສຸມຂອງຫວຽດນາມ, ຜ່ານນັ້ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະຈະມາເຖິງ. ພ້ອມທັງເຫັນດີເປັນເອກະພາບສູງຕໍ່ຄຳເຫັນຂອງທ່ານເລຂາທິການໃຫຍ່ ໂຕເລິມ; ເນັ້ນໜັກວ່າ, ສ.ເກົາຫຼີ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ ໃນການຜັນຂະຫຍາຍນະໂຍບາຍການພົວພັນຕ່າງປະເທດຢູ່ພາກພື້ນ; ຢືນຢັນຈະໜູນຊ່ວຍຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດ APEC 2027 ປະສົບຜົນສໍາເລັດ.
* ຕອນບ່າຍວັນດຽວກັນ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ. ພາບ: qdnd.vn |
ຕີລາຄາສູງໝາກຜົນການພົບປະສອງຝ່າຍລະຫວ່າງທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝິນ ແລະທ່ານປະທານສະພາແຫ່ງຊາດ Woo Won Shik, ທ່ານປະທານປະເທດ ເລືອງເກື່ອງ ປາດຖະໜາຢາກວ່າ ອົງການນິຕິບັນຍັດສອງປະເທດສົມທົບກັນຢ່າງແໜ້ນແຟ້ນສ້າງແລວທາງດ້ານກົດໝາຍ, ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ສະໜັບສະໜູນບັນດາຂໍ້ຕົກລົງ ແລະຄຳໝັ້ນສັນຍາຂອງລັດຖະບານສອງປະເທດ. ທ່ານປະທານປະເທດ ເລືອງເກື່ອງ ຖືວ່າ ຄວາມສາມາດບົ່ມຊ້ອນ, ທ່າແຮງການຮ່ວມມືຂອງສອງປະເທດແມ່ນໃຫຍ່ຫຼວງ; ສອງຝ່າຍຄວນຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດສອງປະເທດ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ; ເພີ່ມທະວີການຮ່ວມມືດ້ານການສຶກສາ, ວັດທະນະທໍາ ແລະການພົບປະແລກປ່ຽນປະຊາຊົນສ້າງຄວາມສະໜິດຕິດພັນ ແລະຄວາມເຂົ້າໃຈຢ່າງເລິກເຊິ່ງລະຫວ່າງປະຊາຊົນສອງປະເທດ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພົບປະກັບທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ. ພາບ: qdnd.vn |
ສ່ວນທ່ານປະທານສະພາແຫ່ງຊາດ Woo Won Shik ສະແດງຄວາມເຫັນດີເປັນເອກະພາບສູງຕໍ່ຂໍ້ສະເໜີຂອງທ່ານປະທານປະເທດ ເລືອງເກື່ອງ; ປາດຖະໜາວ່າ ຫວຽດນາມ ສືບຕໍ່ໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ແລະສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດ ສ.ເກົາຫຼີ ມີຄວາມອຸ່ນອ່ຽນໃຈລົງທຶນຍາວນານຢູ່ຫວຽດນາມ; ພ້ອມທັງໃຫ້ຮູ້ຈະສົມທົບກັບອົງການນິຕິບັນຍັດຫວຽດນາມ ໜູນຊ່ວຍລັດຖະບານສອງປະເທດຍູ້ແຮງການຮ່ວມມືສອງຝ່າຍໃນທຸກຂົງເຂດ, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງປະເທດ.
ການນຳສອງທ່ານ ເຫັນດີເປັນເອກະພາບສືບຕໍ່ການຮ່ວມມືຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຄວາມມານະພະຍາຍາມເພື່ອຊຸກຍູ້ຂະບວນການສັນຕິພາບຍາວນານຢູ່ແຫຼມເກົາຫຼີ.
ໂດຍ: ເຈິ່ນຮວ່ຽນ