ຊົມເຊີຍ ແລະຕີລາຄາສູງການຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນພັກກອມມູນິດຫວຽດນາມ ນຳໂດຍສະຫາຍ ຟານດິ່ງຈາກ, ຝ່າຍແອັດສະປາຍ ຖືນີ້ແມ່ນການເຄື່ອນໄຫວທີ່ສຳຄັນ ເພື່ອແນໃສ່ປະກອບສ່ວນຫັນຜົນຂອງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Pedro Sanchez ນາຍົກລັດຖະມົນຕີແອັດສະປາຍ ໃນເດືອນເມສາ 2025 ເປັນລະອຽດ; ສະແດງຄວາມນິຍົມ ແລະຊົມເຊີຍຜົນງານດ້ານເສດຖະກິດ, ສັງຄົມ ແລະການພົວພັນຕ່າງປະເທດ ທີ່ຫວຽດນາມ ບັນລຸໄດ້ໃນໄລຍະມໍ່ໆມານີ້, ເປັນຕົ້ນແມ່ນໃນສະພາບການໂລກ ແລະພາກພື້ນມີການຜັນແປສັບສົນຫຼາຍຢ່າງ ແລະໃນໄລຍະສັ້ນ, ຫວຽດນາມ ໄດ້ດໍາເນີນການປະຕິວັດປັບປຸງກົງຈັກໃຫ້ກະທັດຮັດ, ປະຕິຮູບດ້ານການບໍລິຫານຢ່າງສຳເລັດຜົນ. ການນຳສະພາແຫ່ງຊາດ, ບັນດາອົງການຂຶ້ນກັບລັດຖະບານ ແລະບັນດາພັກການເມືອງຂອງແອັດສະປາຍ ຢືນຢັນວ່າ: ຖືເປັນສຳຄັນການພົວພັນມິດຕະພາບ ແລະສາຍພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ; ຖື ຫວຽດນາມ ເປັນຄູ່ຮ່ວມມືບຸລິມະສິດຂອງແອັດສະປາຍ  ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະປາດຖະໜາຢາກເປີດກວ້າງການຮ່ວມມືໃນທຸກຂົງເຂດ.

leftcenterrightdel
ສະຫາຍ ຟານດິ່ງຈາກ ເຮັດວຽກກັບເລຂາທິການໃຫຍ່ ແລະຄະນະການນໍາພັກກອມມູນິດແອັດສະປາຍ. ພາບ: mofa.gov.vn

ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ບາດກ້າວພັດທະນາທີ່ຕັ້ງໜ້າໃນສາຍພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນໄລຍະຜ່ານມາ. ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການຍົກສູງຂຶ້ນ, ການແລກປ່ຽນການຄ້າສອງສົ້ນເຕີບໂຕທີ່ດີ ແລະການຮ່ວມມືໃນທຸກຂົງເຈດນັບມື້ນັບໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກ, ສອງຝ່າຍເຫັນດີເປັນເອກະສັນສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບ, ນໍາການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ໂດຍໄວ.

ຝ່າຍແອັດສະປາຍ ຢືນຢັນວ່າ ບັນດາສະມາຊິກລັດຖະສະພາ ຂອງທຸກພັກການເມືອງໃນທົ່ວປະເທດແອັດສະປາຍ ປາດຖະໜາຢາກຊຸກຍູ້ການຮ່ວມມືໃນທຸກຂົງເຂດກັບຫວຽດນາມ, ພິເສດແມ່ນການລົງທຶນໃນຂົງເຂດພະລັງງານທົດແທນ; ສະເໜີໃຫ້ລັດຖະບານຫວຽດນາມ ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ, ຮັບປະກັນຄວາມໝັ້້ນຄົງ ແລະໜູນຊ່ວຍພັດທະນາການສອນພາສາແອັດສະປາຍ ຢູ່ຫວຽດນາມ; ຢືນຢັນຈະສືບຕໍ່ສະໜັບສະໜູນ ຫວຽດນາມ, ຂົນຂວາຍບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ) ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນລະຫວ່າງ ອີຢູ-ຫວຽດນາມ (EVIPA) ໂດຍໄວ ແລະຊຸກຍູ້ຄະນະກຳມະການເອີລົບ ພິຈາລະນາຍົກເລີກບັດເຫຼືອງ IUU ສຳລັບສິນທະເລຂອງຫວຽດນາມ.

leftcenterrightdel
ສະຫາຍ ຟານດິ່ງຈາກ ພ້ອມດ້ວຍຄະນະຜູ້ແທນພັກກອມມູນິດຫວຽດນາມ ເຮັດວຽກກັບທ່ານ Begoña Nasarre Oliva ຮອງເລຂາທິຫານໃຫຍ່ກຸ່ມສະມາຊິກລັດຖະສະພາສັງຄົມ. ພາບ: mofa.gov.vn

ໃນການພົບປະກັບການນຳຂັ້ນສູງຂອງແອັດສະປາຍ, ສະຫາຍ ຟານດິ່ງຈາກ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຜ່ານທຸກຊ່ອງທາງພັກ, ລັດ ແລະການພົບປະແລກປ່ຽນປະຊາຊົນ; ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ພ້ອມທັງເປີດກວ້າງການສ້າງຂອບເຂດການຮ່ວມມືໃໝ່, ພິເສດແມ່ນບັນດາຂົງເຂດບຸລິມະສິດ, ຄື: ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ພະລັງງານທົດແທນ ແລະ ອື່ນໆ.

ໂດຍ: ທູຈາງ