ຫວຽດນາມ ຊຸກຍູ້ການຮ່ວມມືລະຫວ່າງອີຢູ ກັບມະຫາສະໝຸດອິນເດຍ-ປາຊີຟິກ
ກປ.ອນໄລ - ໃນລະຫວ່າງວັນທີ 20-21 ພະຈິກ, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສລັດຖະມົນຕີ ກ່ຽວກັບການຮ່ວມມືພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ຄັ້ງທີ 4 (IPMF-4) ໂດຍສະຫະພາບເອີຣົບ (ອີຢູ) ຈັດຕັ້ງຢູ່ Brussels, ປະເທດແບນຊິກ.
ດ້ວຍຫົວຂໍ້ “ພ້ອມກັນສ້າງອະນາຄົດເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນ ແລະປອດໄພ” ໂດຍສຸມໃສ່ປຶກສາຫາລື 3 ກຸ່ມເນື້ອໃນຕົ້ນຕໍ, ຄື: ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນ; ວັດທະນາຖາວອນ - ການເຊື່ອມຈອດ - ຄວາມໝັ້ນຄົງທາງດ້ານເສດຖະກິດ; ການຮ່ວມມືສີຂຽວ ແລະການພັດທະນາແບບຍືນຍົງ, ເວທີປາໄສແມ່ນໂອກາດເພື່ອແລກປ່ຽນກ່ຽວກັບສະພາບການພາກພື້ນ, ຕີລາຄາການຮ່ວມມືລະຫວ່າງ ອີຢູ ກັບພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ; ປຶກສາຫາລືກາລະໂອກາດ ແລະສິ່ງທ້າທາຍໃໝ່ໃນສະພາບການແກ່ງແຍ້ງດ້ານຍຸດທະສາດ, ສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານເສດຖະກິດ ແລະການຫັນປ່ຽນດີຈີຕອນ... ເພີ່ມຂຶ້ນ; ສະເໜີທິດທາງການຮ່ວມມືທີ່ແທດຈິງລະຫວ່າງສອງພາກພື້ນ.
ກ່າວຄຳເຫັນທີ່ວາລະປຶກສາຫາລືດ້ວຍຫົວຂໍ້ “ການເດີນທາງຮ່ວມມຸ່ງໄປເຖິງອະນາຄົດທີ່ສະອາດ ແລະຍືນຍົງ” ທີ່ເວທີປາໄສ, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ເນັ້ນໜັກເຖິງບັນດາສິ່ງທ້າທາຍເຖິງຄວາມໝັ້ນຄົງທີ່ບໍ່ເປັນການທະຫານບໍ່ເຄີຍມີມາກ່ອນເຊັ່ນ: ໄພພິບັດທຳມະຊາດ, ໄພທຳມະຊາດ ແລະການປ່ຽນແປງຂອງດິນຟ້າອາກາດ; ເນັ້ນໜັກວ່າ ການຫັນເປັນສີຂຽວແມ່ນທ່າອ່ຽງຍຸດທະສາດ ບໍ່ສາມາດຫຼີກລ່ຽງໄດ້ສຳລັບທຸກປະເທດ; ບັນດາປະເທດຕ້ອງເພີ່ມທະວີການຮ່ວມມື ເພາະວ່າບໍ່ມີປະເທດໃດສາມາດແກ້ໄຂສິ່ງທ້າທາຍດ້ວຍຕົນເອງ.
ເຖິງຢ່າງໃດກໍ່ຕາມ, ບັນດາປະເທດປະສົບກັບຄວາມຈຳກັດດ້ານແຫຼ່ງກໍາລັງດ້ານການເງິນ ແລະເຕັກໂນໂລຢີ. ທ່ານນາງຮອງລັດຖະມົນຕີ ໄດ້ສະເໜີ 5 ທິດທາງສຳຄັນເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງພາກພື້ນລວມມີ: ຊຸກຍູ້ການເງິນສີຂຽວ ແລະກົນໄກໃຫ້ບູລິມະສິດສາກົນ; ເພີ່ມທະວີການຮ່ວມມືສາກົນ ແລະການໜູນຊ່ວຍດ້ານເຕັກນິກ; ຍູ້ແຮງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະຄວາມສາມາດຮັບມືກັບໄພທຳມະຊາດ; ຍູ້ແຮງການຄົ້ນຄວ້າ ແລະຕິດຕາມກວດກາຊັບພະຍາກອນທາງທະເລ; ໜູນຊ່ວຍ ຫວຽດນາມ ພັດທະນາການປະມົງແບບຍືນຍົງ...
    |
 |
|
ຜູ້ແທນເຂົ້າຮ່ວມເວທີປາໄສລັດຖະມົນຕີ ກ່ຽວກັບການຮ່ວມມືພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ຄັ້ງທີ 4 (IPMF-4) ໂດຍອີຢູ ຈັດຕັ້ງ. ພາບ: mofa.gov.vn |
ກ່ອນໜ້ານັ້ນ, ວັນທີ 20 ພະຈິກ, ທ່ານ Kaja Kallas, ຜູ້ຕາງໜ້າຂັ້ນສູງຂອງອີຢູ ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະການພົວພັນຕ່າງປະເທດ ພ້ອມດ້ວຍລັດຖະມົນຕີການຕ່າງປະເທດບັນດາປະເທດ ອີຢູ ໄດ້ມີການແລກປ່ຽນກັບຄູ່ຮ່ວມມືອາຊຽນ ເພື່ອຕີລາຄາໝາກຜົນ ແລະແງ່ຫວັງຂອງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອີຢູ ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງສອງພາກພື້ນ (1977 - 2027).
ກ່າວຄຳເຫັນທີ່ການແລກປ່ຽນ, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ເນັ້ນໜັກວ່າ: ເພີ່ມທະວີລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງຍຸດທະສາດ ໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການອັນຈໍາເປັນສໍາລັບອາຊຽນ ແລະອີຢູ ເພື່ອແນໃສ່ຮັບປະກັນສະຖຽນລະພາບ, ຮັກສາການເຕີບໂຕ ແລະຫຼຸດຜ່ອນຜົນກະທົບຈາກການກະທົບພາຍນອກ; ເນັ້ນໜັກເຖິງຄວາມຕ້ອງການເພີ່ມທະວີການສົມທົບກັນລະຫວ່າງບັນດາກົນໄກດ້ານພະລັງງານ, ເສດຖະກິດດີຈີຕອນ, ສະພາບແວດລ້ອມ, ການຮັບມືກັບໄພທຳມະຊາດ, ກໍຄືເປີດກວ້າງການຮ່ວມມືລະຫວ່າງບັນດາວິສາຫະກິດຂອງສອງຝ່າຍ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ ແລະຮ່ວມສໍາພັນຕ່ອງໂສ້ມູນຄ່າ. ຫວຽດນາມ ສະເໜີໃຫ້ຝ່າຍອີຢູ ສືບຕໍ່ໜູນຊ່ວຍອາຊຽນ ໃນບັນດາຂົງເຂດເຊື່ອມຈອດ, ເສດຖະກິດດີຈີຕອນ, ພະລັງງານທົດແທນ, ຄວາມປອດໄພທາງໄຊເບີ, ຄວາມໝັ້ນຄົງໃນການເດີນທະເລ ແລະ ຕ້ານການຫາປາ IUU.
ໂດຍ: ທູຈາງ