ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ ແລະມີບົດກ່າວປາໄສສຳຄັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ສະເໜີ 3 ຂໍ້ຮັບປະກັນຍຸດທະສາດ ເພື່ອແນໃສ່ຊຸກຍູ້ການເຕີບໂຕກວມລວມ ແລະຍືນຍົງ ແລະບໍ່ປະໃຫ້ໃຜປະໄວ້ຢູ່ເບື້ອງຫຼັງ.
ໃນມື້ເຮັດວຽກທຳອິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍການນຳເຂົ້າຮ່ວມສອງວາລະປຶກສາຫາລືທີ່ສຳຄັນດ້ວຍຫົວຂໍ້ “ພັດທະນາເສດຖະກິດແບບຍືນຍົງ ແລະກວມລວມ-ບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ” ແລະ “ການປະກອບສ່ວນ G20 ຕໍ່ກັບໂລກທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.
    |
 |
|
ທ່ານ Paul Mashatile ຮອງປະທານາທິບໍດີອາຟຣິກາໃຕ້ ຕ້ອນຮັບທ່ານ ຟ້າມມິງຈິ້້ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດ G20. ພາບ: baochinhphu.vn |
ກ່າວຄຳເຫັນທີ່ກອງປະຊຸມ, ດ້ວຍທິດນໍາ “ສາມັກຄີເພື່ອໃຫ້ມີກຳລັງແຮງ - ຮ່ວມມືເພື່ອມີຜົນປະໂຫຍດ - ເຈລະຈາເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ”, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະເໜີ 3 ຂໍ້ຮັບປະກັນຍຸດທະສາດແນໃສ່ຊຸກຍູ້ການເຕີບໂຕກວມລວມ ແລະຍືນຍົງ ແລະບໍ່ປະໃຫ້ໃຜປະໄວ້ຢູ່ເບື້ອງຫຼັງ.
ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງ ເພື່ອພັດທະນາໃນການພົວພັນສາກົນ, ການເມືອງໂລກ ແລະເສດຖະກິດມະຫາພາກທົ່ວໂລກ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ G20 ຕ້ອງນໍາໜ້າໃນການສ້າງກົນໄກຮ່ວມມືສາກົນເຄົາລົບນັບຖືເຊິ່ງກັນ ແລະກັນ, ຊອກຫາມາດຕະການແກ້ໄຂການປະທະກັນ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ການພັດທະນາ; ປະສານສົມທົບນະໂຍບາຍເພື່ອສະກັດກັ້ນຄວາມສ່ຽງທີ່ເປັນລະບົບ, ຮັບມືກັບວິກິດການ; ຈຳກັດການກີດຂວາງດ້ານການຄ້າ, ຫຼຸດຜ່ອນການແບ່ງແຍກຕ່ອງໂສ້ການສະໜອງ; ຊຸກຍູ້ບັນດາຂໍ້ລິເລີ່ມຫັນປ່ຽນໜີ້ສິນ, ຮັບປະກັນສະຖຽນລະພາບດ້ານມະຫາພາກທ່ົວໂລກ.
    |
 |
|
ທ່ານ ຟ້າມມິງຈິ້້ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້ຮ່ວມພິທີໄຂກອງປະຊຸມສຸດຍອດ G20 ຢູ່ອາຟຣິກາໃຕ້. ພາບ: baochinhphu.vn |
ເພື່ອຮັບປະກັນລະບົບການຄ້າຫຼາຍຝ່າຍອີງຕາມກົດລະບຽບ, ດ້ວຍອົງການການຄ້າໂລກ (WTO) ເປັນໃຈກາງ, ມີລະບົບການເງິນສາກົນທີ່ສົມດຸນ, ໂປ່ງໃສ ແລະເປີດເຜີຍ; ສິດເຂົ້າເຖິງຄວາມສະເໝີພາບທາງດ້ານວິທະຍາສາດ-ເຕັກໂນໂລຊີ ແລະການເງິນໃຫ້ການພັດທະນາ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ G20 ເພີ່ມທະວີການຮ່ວມມື, ຕໍ່ສູ້ບໍ່ຫັນວິທະຍາສາດ ແລະການຄ້າເປັນການເມືອງ, ໜູນຊ່ວຍບັນດາປະເທດກໍາລັງພັດທະນາດ້ວຍນະໂຍບາຍການຄ້າທີ່ມີຄວາມຍຸຕິທຳ, ຜົນປະໂຫຍດທີ່ກົມກຽວ, ພັດທະນາລະບົບການເງິນຢ່າງມີປະສິດທິຜົນ ແລະຍົກສູງກຳລັງຄວາມສາມາດຫັນເປັນດີຈີຕອນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຢ່າງໄວ ແລະຍືນຍົງຂອງບັນດາປະເທດ; ປະຕິຮູບອົງການການຄ້າໂລກ ຢ່າງຮອບດ້ານເພື່ອເຄື່ອນໄຫວຢ່າງຕັ້ງໜ້າ ແລະມີປະສິດທິຜົນກວ່າເກົ່າ.
    |
 |
|
ກອງປະຊຸມສຸດຍອດ G20 ປີ 2025 ດໍາເນີນໄປແຕ່ວັນທີ 22-23 ພະຈິກ ດ້ວຍຫົວຂໍ້ “ສາມັກຄີ, ສະເໝີພາບ ແລະພັດທະນາແບບຍືນຍົງ”. ພາບ: baochinhphu.vn |
ເພື່ອຮັບປະກັນການຄຸ້ມຄອງບໍລິຫານທົ່ວໂລກຢ່າງມີຄວາມໄຫວພິບ, ມີປະສິດທິຜົນ, ສ້າງລະບົບນິເວດພັດທະນາຢ່າງແຂງແຮງໃນຍຸກຫັນເປັນດີຈີຕອນ ແລະຫັນເປັນສີຂຽວ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ G20 ພ້ອມດ້ວຍບັນດາກົນໄກຫຼາຍຝ່າຍເພີ່ມທະວີການເຈລະຈາ, ສ້າງກອບຄຸ້ມຄອງບລໍລິຫານທົ່ວໂລກ ທີ່ມີຄວາມກົມກຽວລະຫວ່າງເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມ, ລະຫວ່າງປະຈຸບັນກັບອະນາຄົດ, ສ້າງຄວາມດຸ່ນດ່ຽງດ້ານຜົນປະໂຫຍດລະຫວ່າງບັນດາພື້ນຖານເສດຖະກິດ; ຊຸກຍູ້ການຮ່ວມມືດ້ານປັນຍາປະດິດ, ການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນ, ຕ້ານ ແລະສະກັດກັ້ນໄພທໍາມະຊດ, ໂລກລະບາດ ແລະອື່ນໆ.
ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືຢ່າງຕັ້ງໜ້າ, ສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດ, G20 ແລະ ປະຊາຄົມສາກົນ ເພື່ອໂລກແຫ່ງສັນຕິພາບ, ສີວິໄລ, ວັດທະນາຖາວອນ, ພັດທະນາແບບຍືນຍົງ ແລະກວມລວມ, “ບໍ່ປະໃຫ້ໃຜປະໄວ້ຢູ່ເບື້ອງຫຼັງ” ເພື່ອໃຫ້ປະຊາຊົນໝົດທຸກຄົນໄດ້ຮັບຜົນປະໂຫຍດຈາກໝາກຜົນແຫ່ງການພັດທະນາ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ.
ໂດຍ: ທູຈາງ