ຫວຽດນາມ ແບ່ງປັນ 3 ບຸລິມະສິດຍຸດທະສາດ
ກ່າວຄໍາເຫັນທີ່ວາລະປຶກສາຫາລື, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ແບ່ງປັນ 3 ບຸລິມະສິດຍຸດທະສາດ ລວມມີ:
ທີໜຶ່ງ, ການສ້າງການພົວພັນຄູ່ຮ່ວມມືດ້ານແຮ່ທາດຍຸດທະສາດທີ່ຍຸດຕິທຳ, ສະເໝີພາບ, ສະຖຽນລະພາບ, ໂປ່ງໃສ, "ຜົນປະໂຫຍດທີ່ກົມກຽວ, ແບ່ງປັນຄວາມສ່ຽງ", ມານະພະຍາຍາມເພື່ອຊຸກຍູ້ການຮ່ວມມື, ການສ້າງຕັ້ງ, ຫັນລະບົບຕ່ອງໂສ້ການສະໜອງແຮ່ທາດແບບຍືນຍົງເປັນຫຼາຍຮູບຫຼາຍແບບ, ການພັດທະນາຂະແໜງອຸດສາຫະກຳປຸງແຕ່ງຢ່າງເລິກເຊິ່ງ, ເຕັກໂນໂລຊີສູງ, ການຜະລິດຄືນໃໝ່ ແລະວຽກເຮັດງານທໍາທີ່ມີຄຸນນະພາບ, ແບບຍືນຍົງ, ຕອບສະໜອງມາດຕະຖານກ່ຽວກັບສິ່ງແວດລ້ອມ, ສັງຄົມ ແລະການບໍລິຫານ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ວາລະປຶກສາຫາລືຄັ້ງທີສາມ ຂອງກອງປະຊຸມສຸດຍອດ G20. ພາບ: ສໍານັກຂ່າວສານຫວຽດນາມ |
ທີສອງ, ສ້າງບາດກ້າວບຸກທະລຸໃນການບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຕິດກັບການພັດທະນາຕະຫຼາດວຽກເຮັດງານທຳທີ່ທັນສະໄໝ, ມີປະສິດທິພາບ, ຍືນຍົງ. ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ G20 ໃຫ້ບຸລິມະສິດການໜູນຊ່ວຍ, ສ້າງເງື່ອນໄຂທີ່ສະດວກໃຫ້ແກ່ບັນດາປະເທດກຳລັງພັດທະນາເຂົ້າຮ່ວມ, ໄດ້ຮັບຜົນປະໂຫຍດຈາກຂໍ້ລິເລີ່ມການຮ່ວມມືດ້ານການສຶກສາ; ຫຼຸດຜ່ອນສິ່ງກີດຂວາງ, ຊຸກຍູ້ການຮ່ວມມື; ເຊື່ອມຕໍ່ຕະຫຼາດແຮງງານໃນພາກພື້ນ ແລະທົ່ວໂລກ; ສ້າງບັນດາຍຸດທະສາດ, ນະໂຍບາຍ, ໂຄງການ, ໂຄງການຝຶກອົບຮົມຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສ້າງວຽກເຮັດງານທຳໃຫ້ຊາວໜຸ່ມ, ບໍາລຸງສ້າງແຮງງານທີ່ມີທັກສະເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາຢ່າງວ່ອງໄວ, ຍືນຍົງ.
ທີສາມ, ສ້າງ ແລະພັດທະນາລະບົບນິເວດ AI ເພື່ອມະນຸດ ບໍ່ແມ່ນເພື່ອທົດແທນມະນຸດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ G20 ນໍາໜ້າໃນການສ້າງມາດຕະຖານການຄຸ້ມຄອງ AI ທີ່ຍຸຕິທຳ, ໂປ່ງໃສ, ກວມລວມ, ປອດໄພ ແລະມະນຸດສະທຳ, ຖືມະນຸດເປັນໃຈກາງ; ໜູນຊ່ວຍບັນດາປະເທດກຳລັງພັດທະນາໃນການສ້າງພື້ນຖານໂຄງລ່າງດີຈີຕອນ, ລະບົບນິເວດເຕັກໂນໂລຢີ, ການບໍລິຫານ ແລະການຂຸດຄົ້ນ AI ເພື່ອການພັດທະນາຢ່າງປອດໄພ, ກວມລວມ ແລະຍືນຍົງ.
ການແບ່ງປັນຂອງທ່ານນາຍົກລັດຖະມົນຕີ ໄດ້ຮັບການຊົມເຊີຍ ແລະຕີລາຄາສູງຈາກກອງປະຊຸມ.
ເຮັດໃຫ້ການພົວພັນຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນ ເລິກເຊິ່ງກວ່າ
ໃນວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ສືບຕໍ່ມີການພົບປະກັບການນຳຂອງບັນດາປະເທດ ແລະອົງການຈັດຕັ້ງສາກົນເພື່ອແລກປ່ຽນ, ຊຸກຍູ້ການຮ່ວມມື ແລະແບ່ງປັນບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
* ໃນການພົບປະກັບທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ, ການນໍາສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຜັນຂະຫຍາຍໝາກຜົນ ແລະບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມສິງກະໂປ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຢ່າງມີປະສິດທິຜົນ. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສິງກະໂປ ສົມທົບກັນເພື່ອນໍາການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ, ການຫັນເປັນດີຈີຕອນ ແລະການເຕີບໂຕສີຂຽວລະຫວ່າງສອງປະເທດ, ພັດທະນາຢ່າງແທດຈິງກວ່າ; ເພີ່ມທະວີການຮ່ວມມືໃນການບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຫວຽດນາມ ແລະຊຸກຍູ້ການພົບປະແລກປ່ຽນວັດທະນະທໍາ, ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດຫຼາຍກວ່າອີກ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ. ພາບ: VGP |
*ໃນການພົບປະກັບທ່ານ Emmanuel Macron ປະທານາທິບໍດີຝຣັ່ງ, ການນໍາສອງທ່ານ ໄດ້ປຶກສາຫາລືກ່ຽວກັບສະພາບອາກາດທີ່ຮຸນແຮງ, ການປ່ຽນແປງຂອງດິນຟ້າອາກາດທີ່ເຮັດໃຫ້ເກີດໄພພິບັດທາງທໍາມະຊາດໃນຫຼາຍສະຖານທີ່ໃນທົ່ວໂລກ.
ການນໍາສອງທ່ານ ໄດ້ແບ່ງປັນຄວາມຕ້ອງການທີ່ຈະແບ່ງປັນຄວາມຮັບຜິດຊອບ, ພ້ອມກັນຮ່ວມມືເພື່ອສະກັດກັ້ນ, ປ້ອງກັນ, ຕ້ານ ແລະແກ້ໄຂຜົນສະທ້ອນທີ່ຮ້າຍແຮງຂອງການປ່ຽນແປງຂອງດິນຟ້າອາກາດ; ເຫັນດີເປັນເອກະພາບວ່າສອງຝ່າຍປັບປຸງໃຫ້ສໍາເລັດ ແລະຮັບຮອງເອົາແຜນການດໍາເນີນງານຜັນຂະຫຍາຍຖະແຫຼງການຮ່ວມກ່ຽວກັບຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຝຣັ່ງ ໂດຍໄວ.
* ໃນການພົບປະກັບທ່ານ Friedrich Merz ນາຍົກລັດຖະມົນຕີເຢຍລະມັນ, ການນໍາສອງທ່ານ ໄດ້ເນັ້ນໜັກເຖິງການຖືເປັນສໍາຄັນຂອງການພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືໃນສະພາບການໂລກ ແລະພາກພື້ນໃນປະຈຸບັນ; ເນັ້ນໜັກວ່າ ຕ້ອງສືບຕໍ່ຊຸກຍູ້ການຄ້າເສລີ, ການຂົນສົ່ງສິນຄ້າ ແລະການບໍລິການ, ແກ້ໄຂຂໍ້ຕິດຂັດ, ອໍານວຍຄວາມສະດວກໃຫ້ການຜະລິດ, ດໍາເນີນທຸລະກິດ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພົບປະກັບທ່ານ Friedrich Merz ນາຍົກລັດຖະມົນຕີເຢຍລະມັນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຟ້າມມິງຈິ໊ງ ໄດ້ສະເໜີໃຫ້ລັດຖະບານເຢຍລະມັນ ສືບຕໍ່ໃຫ້ການໜູນຊ່ວຍ ODA ໃຫ້ແກ່ຫວຽດນາມ ໃນຂົງເຂດພະລັງງານ, ສິ່ງແວດລ້ອມ, ບໍາລຸງສ້າງວິຊາຊີບ...; ຊຸກຍູ້ບັນດາຂອບເຂດການຮ່ວມມືໄລຍະຍາວໃນຂົງເຂດບໍາລຸງສ້າງວິຊາຊີບກັບຫວຽດນາມ ຕາມຮູບແບບບໍາລຸງສ້າງວິຊາຊີບຂອງເຢຍລະມັນ; ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂທີ່ສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ເຢຍລະມັນ ເຊື່ອມໂຍງປະສົບຜົນສໍາເລັດ.
*ທີ່ການພົບປະກັບທ່ານ Anthony Albanese ນາຍົກລັດຖະມົນຕີອົດສະຕາລີ, ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ສອງຝ່າຍສືບຕໍ່ປະຕິບັດໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ, ຈັດຕັ້ງບັນດາກົນໄກເຈລະຈາ, ທາບທາມຄວາມເຫັນ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈຢ່າງບໍ່ຢຸດຢັ້ງ ແລະປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຢືນຢັນຄວາມປາຖະໜາຢາກຍູ້ແຮງເສົາຄໍ້າຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ, ການຫັນເປັນດີຈີຕອນ, ບໍາລຸງສ້າງ AI, ເຕັກໂນໂລຊີສີຂຽວ ກໍ່ຄືການເຄື່ອນໄຫວວັດທະນະທໍາ, ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ.
*ທີ່ການພົບປະກັບທ່ານ Mostafa Madbouly ນາຍົກລັດຖະມົນຕີອີຢິບ, ທ່ານ ຟ້າມມິງຈິ໊ງ ໄດ້ສະເໜີໃຫ້ສອງຝ່າຍຈັດຕັ້ງກຸ່ມປະຕິບັດງານຮ່ວມກ່ຽວກັບການຄົ້ນຄວ້າຄວາມເປັນໄປໄດ້ຂອງ FTA ຫວຽດນາມ-ອີຢິບ ໂດຍໄວ, ສ້າງຕັ້ງສະພາວິສາຫະກິດຫວຽດນາມ-ອີຢິບ, ຊຸກຍູ້ການເຈລະຈາ, ລົງນາມສັນຍາຫຼີກລ້ຽງການເກັບພາສີຊ້ອນ ໂດຍໄວ, ເພີ່ມທະວີການຮ່ວມມືລົງທຶນ, ສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມ ເຂົ້າຮ່ວມໂຄງການພັດທະນາບັນດາຕົວເມືອງໃໝ່ຂອງອີຢິບ; ສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືດ້ານກະສິກຳ, ສົ່ງອອກຂະແໜງກະສິກຳເພື່ອຜະລິດ ແລະສົ່ງອອກກັບທີ່.
*ຕອນຄໍ່າວັນທີ 23 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກອາຟຣິກາໃຕ້ ເພື່ອກັບຄືນປະເທດ, ສິ້ນສຸດການເດີນທາງໄປປະຕິບັດງານປະສົບຜົນສໍາເລັດຢ່າງຈົບງາມ.
ໂດຍ: ຈາງຫງວຽນ