ຂີດໝາຍປະຫວັດສາດໃນການພົວພັນ ຫວຽດນາມ-ອາຟະລິກາໃຕ້
ກປ.ອອນໄລ - ຕອນຄໍ່າວັນທີ 20 ພະຈິກ (ຕາມເວລາທ້ອງຖິ່ນ, ຮຸ່ງເຊົ້າວັນທີ 21 ພະຈິກ ເວລາຮ່າໂນ້ຍ), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍພັນລະຍາ ໄດ້ສິ້ນສຸດການຢ້ຽມຢາມອານເຊຣີ ຢ່າງເປັນທາງການ, ສືບຕໍ່ເດີນທາງໄປອາຟະລິກາໃຕ້ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ແລະການເຄື່ອນໄຫວສອງຝ່າຍຢູ່ ອາຟະລິກາໃຕ້, ຕາມຄຳເຊີນຂອງທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa - ປະທານ G20 ປີ 2025.
ຕອນບ່າຍວັນທີ 21 ພະຈິກ, ຢູ່ນະຄອນ Johannesburg, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີການພົບປະກັບທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບທ່ານປະທານາທິບໍດີອາຟະລິກາໃຕ້ Cyril Ramaphosa - ປະທານ G20 ປີ 2025. ພາບ: ສໍານັກຂ່າວສານຫວຽດນາມ |
ຜັນຂະຫຍາຍຄຳໝັ້ນສັນຍາໃນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານປະທານາທິບໍດີ ອາຟະລິກາໃຕ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານປະທານາທິບໍດີ Cyril Ramaphosa ໄດ້ຖະແຫຼງການຍົກລະດັບການພົວພັນ ຫວຽດນາມ-ອາຟະລິກາໃຕ້ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ເປັນຂີດໝາຍປະຫວັດສາດນຳການພົວພັນສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ.
ເພື່ອຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຢ່າງມີປະສິດທິຜົນ, ການນຳສອງທ່ານ ເຫັນດີມອບໃຫ້ອົງການທີ່ກ່ຽວຂ້ອງສອງປະເທດສ້າງແຜນການດໍາເນີນງານຜັນຂະຫຍາຍຂອບເຂດການພົວພັນທີ່ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍໄວ, ຫັນເນື້ອໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ປະກົດຜົນເປັນຈິງ, ແນໃສ່ສ້າງບາດກ້າວບຸກທະລຸ ແລະນໍາການພົວພັນ ຫວຽດນາມ-ອາຟະລິກາໃຕ້ ກາຍເປັນແບບຢ່າງຂອງການຮ່ວມມືລະຫວ່າງບັນດາປະເທດພາກໃຕ້.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ |
ສອງຝ່າຍກໍ່ຢືນຢັນຄຳໝັ້ນສັນຍາສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນກວ່າອີກ, ເຈລະຈາຂໍ້ຕົກລົງໂດຍໄວ ແລະສ້າງຕັ້ງກຸ່ມປະຕິບັດງານກ່ຽວກັບການຊຸກຍູ້ການເປີດປະຕູຕະຫຼາດໃຫ້ແກ່ສິນຄ້າ, ຜະລິດຕະພັນຂອງແຕ່ລະຝ່າຍ. ການນຳສອງທ່ານ ກໍ່ເຫັນດີຈະສືບຕໍ່ເຈລະຈາ, ຈະລົງນາມເອກະສານການຮ່ວມມືສຳຄັນຕື່ມໂດຍໄວເພື່ອສ້າງກອບນິຕິກຳ, ລະບອບລະບຽບການໃຫ້ການພົວພັນສອງປະເທດ, ຄື: ສັນຍາຫຼີກລ້ຽງການເກັບພາສີຊ້ອນ, ຍົກເວັ້ນວີຊາໃຫ້ຜູ້ຖືໜັງສືຜ່ານແດນທຳມະດາ, ການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ... ພ້ອມທັງໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນກວ່າອີກຢູ່ບັນດາເວທີປາໄສຫຼາຍຝ່າຍ.
ສິ້ນສຸດການພົບປະ, ການນຳສອງທ່ານ ໄດ້ເຫັນດີຮັບຮອງເອົາຖະແຫຼງການຮ່ວມຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ແລະເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານກະສິກຳລະຫວ່າງກະຊວງກະສິກຳ ແລະສິ່ງແວດລ້ອມ ຫວຽດນາມ ແລະກະຊວງກະສິກໍາອາຟະລິກາໃຕ້.
* ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີການພົບປະກັບທ່ານຮອງປະທານາທິບໍດີ ອາຟະລິກາໃຕ້ Paul Mashatile.
ໂດຍ: ເຈິ່ນຮວ່ຽນ