ທີ່ການພົບປະ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຢູ່ແຕ່ລະປະເທດ ແລະແລກປ່ຽນກ່ຽວກັບທິດທາງ, ມາດຕະການລະອຽດເພື່ອແນໃສ່ຊຸກຍູ້ສາຍພົວພັນທີ່ເປັນມູນເຊື້ອ ແລະການຮ່ວມມືມິດຕະພາບລະຫວ່າງຫວຽດນາມ-ອານເຊຣີ ໃນໄລຍະຈະມາເຖິງ, ກໍຄືແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ບົນຈິດໃຈນັ້ນ, ສອງຝ່າຍເຫັນດີຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ຢືນຢັນຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ ເພື່ອແນໃສ່ປັບປຸງພື້ນຖານການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ກໍຄືເປີດກວ້າງການຮ່ວມມືໃນຫຼາຍຂົງເຂດຜ່ານບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ການພົບປະສອງຝ່າຍກັບທ່ານ Sifi Ghrieb ນາຍົກລັດຖະມົນຕີ ອານເຊຣີ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ສອງຝ່າຍສົມທົບກັນໃຫ້ບຸລິມະສິດຜັນຂະຫຍາຍບັນດາກຸ່ມມາດຕະການ, ນັ້ນແມ່ນ: ສອງຝ່າຍຄວນຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຕື່ມອີກ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະໃຫ້ບຸລິມະສິດແກ່ກັນໃນນະໂຍບາຍການພົວພັນຕ່າງປະເທດຂອງແຕ່ລະປະເທດ; ອານເຊຣີ ສືບຕໍ່ເອົາໃຈໃສ່ ແລະສະໜັບສະໜູນກຸ່ມບໍລິສັດອຸດສາຫະກຳພະລັງງານແຫ່ງຊາດຫວຽດນາມ ເປີດກວ້າງການລົງທຶນ ແລະດຳເນີນທຸລະກິດຢ່າງເປັນປົກກະຕິ ແລະມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງອານເຊຣີ.
ທ່ານນາຍົກລັດຖະມົນຕີ ສະເໜີຝ່າຍອານເຊຣີ ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມບັນດາໂຄງການຫັນເປັນດີຈີຕອນ, ວິສາຫະກິດຂອງສອງປະເທດຮ່ວມມືໃນຂົງເຂດໂທລະຄົມມະນາຄົມ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເປັນເສົາຄ້ຳໃໝ່ໃນການຮ່ວມມືລະຫວ່າງສອງປະເທດ, ເຂົ້າຮ່ວມງານວາງສະແດງປ້ອງກັນຊາດຂອງກັນ, ຮ່ວມມືໃນຂົງເຂດຄວາມໝັ້ນຄົງທາງໄຊເບີ; ຍູ້ແຮງການຮ່ວມມືດ້ານກະສິກຳ; ສອງຝ່າຍສືບຕໍ່ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສຶກສາກ່ຽວກັບມູນເຊື້ອປະຫວັດສາດ ແນໃສ່ຮັດແໜ້ນນ້ຳໃຈມິດຕະພາບ, ຄວາມສາມັກຄີອັນສະໜິດແໜ້ນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງຄົນຮຸ່ນໜຸ່ມ ແລະປະຊາຊົນສອງປະເທດ.
    |
 |
|
ທ່ານ Sifi Ghrieb ນາຍົກລັດຖະມົນຕີອານເຊຣີ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຍັງສະເໜີໃຫ້ສອງຝ່າຍຕັ້ງໜ້າສ້າງຕັ້ງອະນຸກຳມະການຮ່ວມມືກ່ຽວກັບວິທະຍາສາດ-ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ສາທາລະນະສຸກ, ການສຶກສາ-ບໍາລຸງສ້າງ, ການຮ່ວມມືດ້ານແຮງງານ ແລະຂົງເຂດວິຊາສະເພາະອື່ນໆ; ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຂອງສອງປະເທດຕັ້ງໜ້າຮ່ວມມືໃນຂົງເຂດສຳຄັນໂດຍຜ່ານບັນດາໂຄງການລະອຽດ, ແທດຈິງ ແລະມີປະສິດທິຜົນ; ສະເໜີຝ່າຍອານເຊຣີ ສະໜັບສະໜູນຫວຽດນາມ ໃນການຊຸກຍູ້ການຮ່ວມມືກັບບັນດາອົງການຈັດຕັ້ງໃນພາກພື້ນ ແລະບັນດາປະເທດສະມາຊິກ ຄື: ສະຫະພາບອາຟຼິກາ (AU) ແລະສະຫະພັນອາຣັບ.
ສອງຝ່າຍເຫັນດີສືບຕໍ່ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍເຊິ່ງຫວຽດນາມ ແລະ ອານເຊຣີ ເປັນສະມາຊິກ, ພ້ອມກັນຊຸກຍູ້ການຮ່ວມມືໃຕ້-ໃຕ້, ຍົກສູງບົດບາດ ແລະທີ່ຕັ້ງຂອງບັນດາປະເທດກໍາລັງພັດທະນາ, ເພີ່ມທະວີການຮ່ວມມືລະຫວ່າງປະເທດກໍາລັງພັດທະນາກ່ຽວກັບວິທະຍາສາດ-ເຕັກໂນໂລຊີ, ການຫັນເປັນດີຈີຕອນ ແລະຂົງເຂດພັດທະນາໃໝ່ອື່ນອີກ. ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ, ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມພ້ອມກັບປະຊາຄົມສາກົນໃນຄວາມມານະພະຍາຍາມຮັກສາສັນຕິພາບ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ຝ່າຍອານເຊຣີ ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ແລະສະໜັບສະໜູນຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ ບົນພື້ນຖານເຄົາລົບຜົນປະໂຫຍດຂອງບັນດາປະເທດຢູ່ແຄມທະເລໃຫ້ສອດຄ່ອງກັບກົດໝາຍສາກົນ ເປັນຕົ້ນແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Sifi Ghrieb ນາຍົກລັດຖະມົນຕີອານເຊຣີ ເປັນສັກຂີພິຍານການລົງນາມສັນຍາວ່າດ້ວຍການຮ່ວມມືໃນຂົງເຂດການສຶກສາລະຫວ່າງສອງລັດຖະບານ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີອານເຊຣີ ໄດ້ເຫັນດີກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ໃຫ້ຄຳໝັ້ນສັນຍາຊີ້ນຳບັນດາອົງການກ່ຽວຂ້ອງຂອງອານເຊຣີ ສົມທົບຢ່າງແໜ້ນແຟ້ນກັບຝ່າຍຫວຽດນາມ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາ ແລະການກໍານົດທິດທາງຮ່ວມມືດັ່ງກ່າວຢ່າງມີປະສິດທິຜົນ.
ພາຍຫຼັງການພົບປະສອງຝ່າຍ, ນາຍົກລັດຖະມົນຕີສອງປະເທດ ໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການຍົກລະດັບສາຍພົວພັນລະຫວ່າງສອງປະເທດ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ພ້ອມທັງເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງສອງປະເທດສະບັບຕ່າງໆ.
* ສິ້ນສຸດການພົບປະສອງຝ່າຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Sifi Ghrieb ນາຍົກລັດຖະມົນຕີອານເຊຣີ ໄດ້ດໍາເນີນກອງປະຊຸມຂ່າວ, ແຈ້ງຜົນການພົບປະສອງຝ່າຍ.
ທີ່ກອງປະຊຸມຂ່າວ, ທ່ານນາຍົກລັດຖະມົນຕີອານເຊຣີ Sifi Ghrieb ເນັ້ນໜັກວ່າ, ການຢ້ຽມຢາມອານເຊຣີ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຂໍ້ຕົກລົງສະບັບຕ່າງໆທີ່ສອງຝ່າຍໄດ້ລົງນາມມີຄວາມໝາຍປະຫວັດສາດ, ສ້າງເປັນຮູບປະທຳ ແລະເປີດໜ້າປະຫວັດສາດໃໝ່ໃນການພົວພັນສອງຝ່າຍໃນໄລຍະຈະມາເຖິງ. ໝາກຜົນນີ້ແມ່ນການຫັນຄວາມມຸ່ງມາດປາດຖະໜາຂອງການນຳລຸ້ນຕ່າງໆ ແລະປະຊາຊົນສອງປະເທດເປັນລະອຽດ, ພ້ອມທັງຢັ້ງຢືນຄວາມຕັດສິນໃຈຂອງປະທານາທິບໍດີອານເຊຣີ Abdelmadjid Tebboune ໃນການຍູ້ແຮງການຮ່ວມມືກັບຫວຽດນາມ.
    |
 |
|
ພາຍຫຼັງການພົບປະສອງຝ່າຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Sifi Ghrieb ນາຍົກລັດຖະມົນຕີອານເຊຣີ ດໍາເນີນກອງປະຊຸມຂ່າວ, ແຈ້ງຜົນການພົບປະສອງຝ່າຍ, ໃນນັ້ນປະກາດ ຫວຽດນາມ-ອານເຊຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ພາບ: baochinhphu.vn |
ສອງຝ່າຍໄດ້ກວດກາຄືນ ແລະເຫັນດີເປັນເອກະພາບບັນດາມາດຕະການລະອຽດເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີອານເຊຣີ ຖືວ່າ: ສິ່ງຈໍາເປັນແມ່ນສອງຝ່າຍຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງທີ່ບັນລຸໄດ້ໃຫ້ກາຍເປັນການກະທໍາຕົວຈິງ, ມີປະສິດທິຜົນ, ນໍາການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ກັບອານເຊຣີ ກາຍເປັນແບບຢ່າງໃນການພົວພັນສາກົນ ເວົ້າລວມ ກໍຄືໃນການຮ່ວມມືໃຕ້ - ໃຕ້ ເວົ້າສະເພາະ.
ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ, ດ້ວຍການຍົກລະດັບການພົວພັນ, ສອງຝ່າຍຈະເພີ່ມທະວີຄວາມສາມັກຄີ, ຄວາມສະໜິດຕິດພັນເພື່ອສ້າງເປັນກໍາລັງແຮງ, ຍູ້ແຮງການຮ່ວມມືເພື່ອສ້າງຜົນປະໂຫຍດໃຫ້ທັງສອງປະເທດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທ້ອງຖິ່ນເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ.
* ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 19 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດອານເຊຣີ, ຢ້ຽມຢາມຫໍພິພິດທະພັນນັກຮົບເກົ່າແຫ່ງຊາດອານເຊຣີ ແລະເຂົ້າຮ່ວມພິທີສະເໜີປື້ມ “ດ້ຽນບຽນຝູ” ເປັນພາສາອາຣັບ.
ໂດຍ: ທູຈາງ