ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ສ.ເກົາຫຼີ
ກປ.ອອນໄລ - ຕອນບ່າຍວັນທີ 20 ພະຈິກ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະພັນລະຍາ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດສອງທ່ານ ໄດ້ດໍາເນີນການພົບປະສອງຝ່າຍ.
ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ ໄດ້ຕີລາຄາສູງການທູດລັດຖະສະພາ ແລະການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ໄດ້ກາຍເປັນຈຸດພົ້ນເດັ່ນ, ສວມບົດບາດສຳຄັນໃນການຕິດຕາມກວດກາຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ແບ່ງປັນປະສົບການດ້ານນິຕິບັນຍັດ ແລະເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດ. ການນໍາສອງປະເທດ ໄດ້ເຫັນດີສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງເປັນປະຈຳ, ສ້າງພື້ນຖານແກ່ການເປີດກວ້າງການຮ່ວມມືຮອບດ້ານໃນທຸກຂົງເຂດ; ຊຸກຍູ້ການເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ແລກປ່ຽນປະສົບການ ແລະໜູນຊ່ວຍເຊິ່ງກັນ ແລະກັນໃນບັນຫາຄວາມໝັ້ນຄົງທີ່ບໍ່ເປັນການທະຫານ, ອາດຊະຍາກຳຂ້າມຊາດ.
    |
 |
|
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ. ພາບ: qdnd.vn |
ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນອັນດີງາມຂອງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃນໄລຍະຜ່ານມາ; ເຫັນດີເປັນເອກະພາບຈະຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງເປັນປະຈຳລະຫວ່າງສອງສະພາແຫ່ງຊາດ ເພື່ອແນໃສ່ເພີ່ມທະວີການແລກປ່ຽນປະສົບການໃນການສ້າງກົດໝາຍ, ລະບອບລະບຽບການເພື່ອຮັບໃຊ້ການພັດທະນາແບບຍືນຍົງ; ຊຸກຍູ້ບົດບາດຂອງອົງການນິຕິບັນຍັດສອງປະເທດໃນການສົມທົບກັນຕິດຕາມກວດກາການປະຕິບັດສົນທິສັນຍາສາກົນ, ຂໍ້ຕົກລົງການຮ່ວມມືທີ່ໄດ້ລົງນາມລະຫວ່າງລັດຖະບານສອງປະເທດ; ເພີ່ມທະວີການພົບປະແລກປ່ຽນການຮ່ວມມື ແລະເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສະພາແຫ່ງຊາດສອງປະເທດ; ສືບຕໍ່ເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສລະຫວ່າງລັດຖະສະພາໃນພາກພື້ນ ແລະໃນໂລກ.
ທີ່ການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບາງບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາໃນພາກພື້ນ ແລະໃນໂລກ.
ພາຍຫຼັງການພົບປະສອງຝ່າຍ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ ໄດ້ດໍາເນີນພິທີລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດ ສ.ເກົາຫຼີ.
ໂດຍ: ຈາງຫງວຽນ