ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ
ກປ.ອອນໄລ - ວັນທີ 18 ພະຈິກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຕ້ອນຮັບທ່ານ Robert Kalinak ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງຜົນການພົບປະສອງຝ່າຍລະຫວ່າງທ່ານ Robert Kalinak ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ຢືນຢັນວ່າ ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໄດ້ຮັບການຜັນຂະຫຍາຍບົນພື້ນຖານບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ລົງນາມເມື່ອປີ 2015 ບັນລຸໄດ້ໝາກຜົນອັນຕັ້ງໜ້າຫຼາຍຢ່າງ, ກາຍເປັນໜຶ່ງໃນບັນດາເສົາຄໍ້າສຳຄັນຂອງການພົວພັນສອງຝ່າຍ. ທ່ານເລຂາທິການໃຫຍ່ ສະເໜີສອງຝ່າຍຍູ້ແຮງການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ການບໍາລຸງສ້າງນາຍ ແລະພົນທະຫານ, ການຮັກສາສັນຕິພາບກວ່າອີກ...
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Robert Kalinak ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ. ພາບ: nhandan.vn |
ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີສອງຝ່າຍຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ພ້ອມທັງເພີ່ມທະວີການເສີມຂະຫຍາຍກົນໄກທາບທາມຄໍາເຫັນ ແລະການຮ່ວມມືທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ ແນໃສ່ຊຸກຍູ້ການພົວພັນສອງຝ່າຍພັດທະນາຢ່າງແທດຈິງ, ຮອບດ້ານ ແລະຍືນຍົງ; ພ້ອມທັງສ້າງເງື່ອນໄຂສະດວກໃຫ້ບັນດາກະຊວງ, ຂະແໜງການ ແລະວິສາຫະກິດສອງປະເທດເຊື່ອມຕໍ່, ເປີດກວ້າງການຮ່ວມມືນໍາເສດຖະກິດ ແລະວິທະຍາສາດ, ເຕັກໂນໂລຢີກາຍເປັນເສົາຄໍ້າໃນການພົວພັນສອງຝ່າຍ, ຍູ້ແຮງການຮ່ວມມືດ້ານວັດທະນະທໍາ, ການສຶກສາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: nhandan.vn |
ສ່ວນທ່ານ Robert Kalinak ຢືນຢັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ສະໂລວາກີ ໃນພາກພື້ນ. ລັດຖະບານ ແລະປະຊາຊົນສະໂລວາກີ ຍາມໃດກໍ່ປາດຖະໜາຢາກຮັດແໜ້ນກວ່າອີກ, ຍົກສູງປະສິດທິຜົນການຮ່ວມມືຫຼາຍດ້ານກັບຫວຽດນາມ, ພິເສດແມ່ນໃນຂົງເຂດປ້ອງກັນຊາດ ກໍ່ຄືບັນດາຂົງເຂດອື່ນທີ່ມີຜົນປະໂຫຍດລວມ. ພ້ອມທັງປາດຖະໜາວ່າສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາອົງການຈັດຕັ້ງສາກົນ ກໍ່ຄືໃນຂອບເຂດການຮ່ວມມືອາຊຽນ-ອີຢູ ແນໃສ່ຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືໃໝ່, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ແລະໃນໂລກ.
ໂດຍ: ເຈິ່ນຮວ່ຽນ