ທ່ານເລຂາທິການໃຫຍ່ ໂຕເລິມ  ໄດ້ສົ່ງກະຕາດອກໄມ້ອວຍພອນ. ຕາງໜ້າການນຳພັກ, ລັດ, ທ່ານນາງ ບຸ່ຍທິມິງຮວ່າຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນຊີ້ນໍາ.

ທ່ານນາງ ບຸ່ຍທິມິງຮວ່າຍ ໄດ້ຍ້ອງຍໍຊົມເຊີຍ ແລະອວຍພອນບັນດາຜົນງານອັນດີເລີດ ເຊິ່ງພະນັກງານຫຼາຍລຸ້ນຄົນທີ່ເຮັດວຽກງານການທູດປະຊາຊົນ, ໃນນັ້ນມີການນໍາ, ພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງ VUFO ແລະບັນດາອົງການຈັດຕັ້ງສະມາຊິກ ບັນລຸໄດ້ໃນ 75 ປີແຫ່ງການກໍ່ສ້າງ ແລະເຕີບໃຫຍ່ຂະຫຍາຍຕົວ.

leftcenterrightdel
ທ່ານນາງ ບຸ່ຍທິມິງຮວ່າຍ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ VUFO. ພາບ: qdnd.vn

ທ່ານນາງ ບຸ່ຍທິມິງຮວ່າຍ ເຊື່ອໝັ້ນວ່າ, ດ້ວຍຄວາມຕັດສິນໃຈ ແລະຮ່ວມແຮງຮ່ວມໃຈຂອງທັງລະບົບ, VUFO ຈະພ້ອມກັບບັນດາອົງການຈັດຕັ້ງທີ່ເຮັດວຽກງານການທູດປະຊາຊົນ ສືບທອດມູນເຊື້ອອັນສະຫງ່າລາສີໃນ 75 ປີຜ່ານມາ, ສືບຕໍ່ເສີມຂະຫຍາຍບົດບາດທີ່ເປັນກໍາລັງຫຼັກແຫຼ່ງໃນວຽກງານການທູດປະຊາຊົນ, ເປັນຂົວຕໍ່ແຫ່ງສັນຕິພາບ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະປະຊາຊົນບັນດາປະເທດ, ພ້ອມກັບການທູດຂອງພັກ ແລະການທູດລັດ ເພື່ອສ້າງເປັນກໍາລັງແຮງສັງລວມຂອງພື້ນຖານການທູດຫວຽດນາມ ຢ່າງຮອບດ້ານ, ທັນສະໄໝ; ພ້ອມກັບທົ່ວພັກ, ທົ່ວປວງຊົນ ກ້າວເຂົ້າສູ່ສັງກາດພັດທະນາໃໝ່ຂອງປະເທດຊາດ; ພ້ອມກັບປະຊາຊົນ, ເພື່ອນມິດໃນທົ່ວຫ້າທະວີບ ເພື່ອສ້າງໂລກແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ເພື່ອຮັບຮູ້ບັນດາຜົນງານທີ່ດີເດັ່ນພິເສດຂອງ VUFO ໃນວຽກງານການທູດປະຊາຊົນ, ລະດົມການສະໜັບສະໜູນ, ຄວາມສາມັກຄີ ແລະແຫຼ່ງກໍາລັງສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ຕາງໜ້າການນຳພັກ, ລັດ, ທ່ານນາງ ບຸ່ຍທິມິງຮວ່າຍ ໄດ້ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ VUFO.

ໂດຍ: ຈາງຫງວຽນ