ຫວຽດນາມ ມີທີ່ຕັ້ງຍຸດທະສາດໃນນະໂຍບາຍການພົວພັນຕ່າງປະເທດຂອງກູເວດ

ທີ່ການພົບປະ, ພະມະຫາກະສັດ ກູເວດ ແລະທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຫັນດີນຳການພົວພັນລະຫວ່າງສອງປະເທດຂຶ້ນເປັນລະດັບຍຸດທະສາດ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີບັນດາຂົງເຂດຮ່ວມມືຈຸດສຸມໃນໄລຍະຈະມາເຖິງ. ໃນນັ້ນມີການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ຕັ້ງໜ້າແລກປ່ຽນຄະນະຜູ້ແທນຂັ້ນສູງ; ຍູ້ແຮງເສົາຄໍ້າຮ່ວມມືດ້ານພະລັງງານ, ເປີດກວ້າງການຮ່ວມມືດ້ານນໍ້າມັນອາຍແກັສ; ສ້າງບາດກ້າວບຸກທະລຸໃນການພົວພັນດ້ານການລົງທຶນ; ຫວັງວ່າ ພະມະຫາກະສັດ ຈະຊີ້ນຳອົງການລົງທຶນຂອງກູເວດ ເພີ່ມທະວີການລົງທຶນຢູ່ຫວຽດນາມ; ຊຸກຍູ້ການຄ້າຢ່າງແຂງແຮງ; ສະເໜີ ພະມະຫາກະສັດ ສະໜັບສະໜູນການເຈລະຈາ, ລົງນາມສັນຍາການຄ້າເສລີ ຫວຽດນາມ - GCC (FTA) ໂດຍໄວ; ເຈລະຈາສັນຍາຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ບັນດາໂຄງການໜູນຊ່ວຍການພັດທະນາລະບົບນິເວດ Halal ຢູ່ຫວຽດນາມ ໂດຍໄວ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮ່ວມມືພັດທະນາອຸປະກອນປ້ອງກັນຊາດມີຄຸນປະໂຫຍດສອງຢ່າງ, ເຂົ້າຮ່ວມງານວາງສະແດງປ້ອງກັນຊາດຂອງກັນ, ຮ່ວມມືແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ເປັນການທະຫານ, ເພີ່ມທະວີການຮ່ວມມືຄວາມໝັ້ນຄົງດ້ານໄຊເບີ; ຍູ້ແຮງການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນໃນທຸກຂົງເຂດ; ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານແຮງງານ, ວັດທະນະທຳ, ກິລາ, ການສຶກສາ ແລະບຳລຸງກໍ່ສ້າງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບພະມະຫາກະສັດກູເວດ Sheikh Meshal Al-Ahmad Al-Jaber Al-Sabah. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ ດ້ວຍຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງຕົນ, ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບກູເວດ ເຂົ້າຮ່ວມປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ເພື່ອຊຸກຍູ້ສັນຕິພາບ ແລະການສ້າງສາຄືນໃໝ່ຢູ່ຕາເວັນອອກກາງ. ການນຳສອງທ່ານ ສະໜັບສະໜູນການຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະເພີ່ມທະວີການປະສານສົມທົບ ແລະທາບທາມຄໍາເຫັນໃນບັນຫາພາກພື້ນ ແລະສາກົນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ກໍຄືໃນໂລກ.

ຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງໃຫຍ່ຫຼວງຢູ່

ຕອນທ່ຽງວັນທີ 17 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບມົງກຸດລາຊະກຸມມານກູເວດ Sheikh Sabah Khaled Al-Hamad Al-Sabah.

ການນຳສອງທ່ານ ເຫັນດີເສີມຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ, ໃນນັ້ນລວມມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຄົ້ນຄວ້າເປີດສາຍການບິນໂດຍກົງລະຫວ່າງສອງປະເທດໂດຍໄວ, ລົງນາມສັນຍາຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນທຳມະດາ ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບມົງກຸດລາຊະກຸມມານກູເວດ Sheikh Sabah Khaled Al-Hamad Al-Sabah. ພາບ: ສໍານັກຂ່າວສານຫວຽດນາມ

ການນຳສອງທ່ານ ເຫັນດີເປັນເອກະສັນນໍາກັນວ່າ ສອງປະເທດຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສຫຼາຍຝ່າຍ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນການເປີດກວ້າງການພົວພັນຮ່ວມມືຂອງຫວຽດນາມ ກັບເຂດອ່າວ ແລະຂອງກູເວດ ກັບອາຊຽນ ເພື່ອເປົ້າໝາຍສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ.

ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນແມ່ນເສົາຄ້ຳສຳຄັນ

ຕອນເຊົ້າວັນທີ 17 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ວັງ Bayan ຂອງລາຊະອານາຈັກ ຢູ່ນະຄອນຫຼວງກູເວດ, ທ່ານ Sheikh Ahmad Abdullah Al-Ahmad Al-Sabah ນາຍົກລັດຖະມົນຕີກູເວດ ໄດ້ເປັນປະທານພິທີຕ້ອນຮັບທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ມາຢ້ຽມຢາມກູເວດ ຢ່າງເປັນທາງການ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Sheikh Ahmad Abdullah Al-Ahmad Al-Sabah ນາຍົກລັດຖະມົນຕີກູເວດ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະສອງຝ່າຍຢູ່ວັງ Bayan, ການນຳສອງທ່ານ ໄດ້ຕີລາຄາວ່າ ຜ່ານໄລຍະເກືອບ 50 ປີແຫ່ງການຮ່ວມມື, ການພົວພັນສອງຝ່າຍໄດ້ຮັບການເປີດກວ້າງ ແລະປັບປຸງຢ່າງບໍ່ຢຸດຢັ້ງ. ຕໍ່ໜ້າໄລຍະພັດທະນາໃໝ່, ດ້ວຍຄວາມສາມາດບົ່ມຊ້ອນໃໝ່, ນາຍົກລັດຖະມົນຕີສອງປະເທດ ໄດ້ເຫັນດີຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຍູ້ແຮງການເຄື່ອນໄຫວຂອງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ; ຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືແລກປ່ຽນປະສົບການ ແລະຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງທາງໄຊເບີ, ຄວາມໝັ້ນຄົງແບບໃໝ່. ນາຍົກລັດຖະມົນຕີສອງທ່ານ ກໍານົດວ່າການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນສືບຕໍ່ແມ່ນເສົາຄ້ຳສຳຄັນຂອງການພົວພັນລະຫວ່າງສອງປະເທດ, ເຫັນດີສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງລະດັບ 12-15 ກວ່າຕື້ ໂດລາສະຫະລັດ ໃນປີ 2030.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ

ເຫັນດີເປັນເອກະສັນນໍາກັນວ່າສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢູ່ເພື່ອຊຸກຍູ້, ພິເສດແມ່ນບົນພື້ນຖານຂອບເຂດຄູ່ຮ່ວມມືຍຸດທະສາດທີ່ຫາກໍ່ໄດ້ຮັບການຍົກສູງຂຶ້ນເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີກູເວດ ຊົມເຊີຍບັນດາກາລະໂອກາດລົງທຶນຢູ່ຫວຽດນາມ; ສະເໜີໃຫ້ສອງຝ່າຍລົງນາມສັນຍາຂົນສົ່ງທາງອາກາດໂດຍໄວ, ຄົ້ນຄວ້າເປີດສາຍການບິນໂດຍກົງລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີເຈລະຈາຂໍ້ຕົກລົງແມ່ໄລຍະຍາວກ່ຽວກັບສິນຄ້າຍຸດທະສາດປະເພດຕ່າງໆ, ໃນນັ້ນມີເຂົ້າສານ, ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ກູເວດ ແລະຜັນຂະຫຍາຍບັນດາໂຄງການໜູນຊ່ວຍພັດທະນາລະບົບນິເວດ Halal ຢູ່ຫວຽດນາມ... ນາຍົກລັດຖະມົນຕີສອງທ່ານ ເຫັນດີເປັນຮ່ວມມືຢ່າງແໜ້ນແຟ້ນໃນບັນດາກົນໄກຫຼາຍຝ່າຍຂອງພາກພື້ນ ແລະສາກົນ. ສອງຝ່າຍກໍແບ່ງປັນວິໄສທັດລວມກ່ຽວກັບການແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ ແລະກົດບັດ ສປຊ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ  Sheikh Ahmad Abdullah Al-Ahmad Al-Sabah ນາຍົກລັດຖະມົນຕີກູເວດ ເປັນສັກຂີພິຍານພິທີລົງນາມອະນຸສັນຍາວ່າດ້ວຍການປັບປຸງສັນຍາຍົກເວັ້ນວີຊາໃຫ້ຜູ້ຖືໜັງສືຜ່ານແດນການທູດ ແລະໜັງສືຜ່ານແດນລັດຖະການ ກັບກູເວດ ແລະບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືລະຫວ່າງສະຖາບັນການທູດຫວຽດນາມ ກັບສະຖາບັນການທູດ Saud Al-Nasser Al-Sabywa ກູເວດ. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງການພົບປະສອງຝ່າຍ, ນາຍົກລັດຖະມົນຕີສອງປະເທດ ໄດ້ເປັນສັກຂີພິຍານພິທີລົງນາມອະນຸສັນຍາວ່າດ້ວຍການປັບປຸງສັນຍາຍົກເວັ້ນວີຊາໃຫ້ຜູ້ຖືໜັງສືຜ່ານແດນການທູດ ແລະໜັງສືຜ່ານແດນລັດຖະການ ກັບກູເວດ ແລະບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືລະຫວ່າງສະຖາບັນການທູດຫວຽດນາມ, ກະຊວງການຕ່າງປະເທດຫວຽດນາມ ກັບສະຖາບັນການທູດ Saud Al-Nasser Al-Sabywa ກູເວດ, ກະຊວງການຕ່າງປະເທດກູເວດ.

ໂດຍ: ທູຈາງ