ວັນທີ 16 ພະຈິກ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ທ່ານນາງ ໂງເຟືອງລີ ໄດ້ຢ້ຽມຢາມຫໍພິພິຕະພັນວິຈິດສິນ ຫວຽດນາມ ແລະ ຢ້ຽມຊົມງານວາງສະແດງ “100 ປີແຫ່ງວັນວິຈິດສິນທັນສະໄໝ”. ງານວາງສະແດງເປີດປະຕູແຕ່ວັນທີ 14 ພະຈິກ ຫາວັນທີ 22 ພະຈິກ 2025 ຢູ່ຫໍພິພິທະພັນວິຈິດສິນ ຫວຽດນາມ (ເຮືອນເລກທີ 66 ຖະໜົນ ຫງວຽນທ້າຍຮອກ, ຮ່າໂນ້ຍ). ງານວາງສະແດງແນະນຳຜົນງານ 150 ຢ່າງທີ່ວາດພາບເຖິງໄລຍະທາງ 1 ທົດສະວັດແຫ່ງການບຳລຸງສ້າງ, ປະດິດສ້າງສິລະປະຂອງໂຮງຮຽນວິຈິດສິນບັນດິດ ແຫ່ງທຳອິດ ຢູ່ ອິນດູຈິນ.
ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຫໍພິພິທະພັນວິຈິດສິນຫວຽດນາມ, ພິເສດແມ່ນຄວາມເປັນເຈົ້າການໃນການນຳໃຊ້ເຕັກໂນໂລຢີດີຈີຕອນ ໃນການເສີມຂະຫຍາຍຄຸນຄ່າຂອງບັນດາຜະລິດຕະພັນສິລະປະກຳ. ທ່ານເລຂາທິການໃຫຍ່ ຢັ້ງຢືນບັນດາຄວາມມານະພະຍາຍາມຂອງຖັນແຖນພະນັກງານໃນການຮັກສາບັນດາຄຸນຄ່າວິຈິດສິນຂອງຊາດ, ພ້ອມທັງສະແດງຄວາມຫວັງໃນໄລຍະຈະມາເຖິງ, ຫໍພິພິທະພັນ ຈະນັບມື້ນັບພັດທະນາ ແລະ ດຶງດູດມະຫາຊົນເປັນຈຳນວນຫຼາຍ.
ແຫຼ່ງຄັດຈາກ vovworld.vn
Type the code from the image