ການໄປປະຕິບັດງານຢູ່ບັນດາປະເທດຕາເວັນອອກກາງ ແລະອາຟຣິກາ ຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ພ້ອມທັງເຂົ້າຮ່ວມກອງປະຊຸມສຸດຍອດ G20 ສືບຕໍ່ຢືນຢັນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດຂອງຫວຽດນາມ ເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ. ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ນັບມື້ນັບເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນການປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາໃນໂລກ.

ຜ່ານການເຄື່ອນໄຫວສອງຝ່າຍ ແລະຫຼາຍຝ່າຍ, ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຈະເປັນການສົ່ງສານທີ່ມີຊີວິດຊີວາຂອງຫວຽດນາມ ກ່ຽວກັບສັງກາດພັດທະນາໃໝ່ຂອງຫວຽດນາມ, ແນະນຳຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ທ່າແຮງ, ສ້າງກາລະໂອກາດຊຸກຍູ້ ແລະເປີດກວ້າງການຮ່ວມມືທັງດ້ານສອງຝ່າຍ ແລະຫຼາຍຝ່າຍ.

leftcenterrightdel
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແລະພັນລະຍາ. ພາບ: VGP

ການໄປປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ໄດ້ຢືນຢັນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບບັນດາປະເທດໃນພາກພື້ນຕາເວັນອອກກາງ-ອາຟຣິກາ, ໃນນັ້ນມີຄູເວດ, ອານເຊຣີ ແລະອາຟຣິກາໃຕ້. ຜ່ານນັ້ນ, ປະກອບສ່ວນເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ເຮັດໃຫ້ການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືຫຼາຍດ້ານກັບຄູເວດ, ອານເຊຣີ, ອາຟຣິກາໃຕ້ ເວົ້າສະເພາະ ແລະພາກພື້ນຕາເວັນອອກກາງ-ອາຟຣິກາ ເວົ້າລວມເລິກເຊິ່ງຂຶ້ນຕື່ມ.

ຜ່ານບັນດາການກໍານົດທິດ ແລະກົນໄກການຮ່ວມມືທີ່ຈະໄດ້ສ້າງຂຶ້ນໃນພຶດຕິກຳຕົວຈິງນັ້ນ, ຫວຽດນາມ ແລະບັນດາປະເທດຈະພ້ອມກັນກໍານົດການຮ່ວມມືໃນອະນາຄົດໃຫ້ເປັນຮູບເປັນຮ່າງທີ່ເຕັມໄປດ້ວຍແງ່ຫວັງຕັ້ງໜ້າ, ພ້ອມທັງກໍານົດວິໄສທັດໃໝ່ໃຫ້ແກ່ການພົວພັນລະຫວ່າງຫວຽດນາມ ແລະຕາເວັນອອກກາງ-ອາຟຣິກາ.

ອາຟຣິກາໃຕ້ ແມ່ນປະເທດທຳອິດໃນອາຟຣິກາ ທີ່ສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືເພື່ອການຮ່ວມມື ແລະພັດທະນາກັບຫວຽດນາມ. ອາຟຣິກາໃຕ້ ເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງອາຟຣິກາ, ເປັນປະທານ G20 ໃນປີ 2025, ເປັນສະມາຊິກທີ່ສຳຄັນຂອງກຸ່ມ BRICS. ປະຈຸບັນ, ອາຟຣິກາໃຕ້ ແມ່ນຄູ່ຮ່ວມມືການຄ້າ ແລະຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ໃນອາຟຣິກາ. ສອງປະເທດບໍ່ພຽງແຕ່ຮັກສາການພົວພັນທາງດ້ານການເມືອງ ແລະການທູດທີ່ໄວ້ເນື້ອເຊື່ອໃຈເທົ່ານັ້ນ, ແຕ່ຍັງມີການຮ່ວມມືທີ່ແທດຕົວຈິງໃນຂົງເຂດກະສິກຳ,... ການເຄື່ອນໄຫວສອງຝ່າຍຢູ່ອາຟຣິກາໃຕ້ ຂອງທ່ານນາຍົກລັດຖະມົນຕີ ຈະເຮັດໃຫ້ການພົວພັນຄູ່ຮ່ວມມື ເພື່ອການຮ່ວມມື ແລະພັດທະນາລະຫວ່າງສອງປະເທດເຂົ້າສູ່ລວງເລິກ ແລະບັນລຸປະສິດທິພົນແທດຈິງກວ່າອີກ.

ການຢ້ຽມຢາມຄູເວດ ຢ່າງເປັນທາງການໄດ້ດໍາເນີນໄປໃນຈຸດເວລາທີ່ສະດວກເພື່ອໃຫ້ສອງຝ່າຍຊຸກຍູ້ການພົວພັນຮ່ວມມືຢ່າງແຂງແຮງ. ນີ້ແມ່ນການຢ້ຽມຢາມຄູເວດ ຄັ້ງທຳອິດຂອງການນໍາຂັ້ນສູງຫວຽດນາມ ພາຍຫຼັງ 16 ປີ, ເຊິ່ງດຳເນີນໄປໃນຈຸດເວລາທີ່ສອງປະເທດກຳລັງກະກຽມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນເດືອນ ມັງກອນ 2026. ຄູເວດ ໄດ້ດັດປັບນະໂຍບາຍ, ເອົາໃຈໃສ່ບັນດາປະເທດອາຊີຫຼາຍຂຶ້ນ, ລວມທັງກຸ່ມບັນດາປະເທດອາຊຽນ ແລະກຳລັງເປັນປະທານສະພາການຮ່ວມມືເຂດອ່າວເປີເຊຍ (GCC).

ດ້ວຍເຈດຈຳນົງທາງດ້ານການເມືອງອັນດຽວກັນ ແລະວິໄສທັດເຕົ້າໂຮມກ່ຽວກັບການພັດທະນາແບບຍືນຍົງ, ສອງປະເທດມີຫຼາຍຈຸດທີ່ຄ້າຍຄືກັນ ເພື່ອພ້ອມກັນຊຸກຍູ້ການຮ່ວມມື, ນໍາເອົາຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ.

ສຳລັບອານເຊຣີ - ປະເທດຄູ່ຮ່ວມມືທີ່ເປັນມູນເຊື້ອມິດຕະພາບອັນເລິກເຊິ່ງທີ່ສຸດຂອງຫວຽດນາມ ຢູ່ອາຟຣິກາ, ຫວຽດນາມ ມີການພົວພັນພັດທະນາອັນດີງາມໃນທຸກຂົງເຂດ, ຄື: ການເມືອງ, ການທູດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແຮງງານ, ວັດທະນະທໍາ, ກິລາ... ໃນຕະຫຼອດ 63 ປີຜ່ານມາ, ນັບຕັ້ງແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດ, ອານເຊຣີ ຍາມໃດກໍ່ໃຫ້ການສະໜັບສະໜູນ ແລະຊ່ວຍເຫຼືອຫວຽດນາມ ຢ່າງສຸດອົກສຸດໃຈໃນການສ້າງສາ ແລະພັດທະນາປະເທດຊາດ. ປະຈຸບັນ ຢູ່ປະເທດ ອານເຊຣີ ມີຖະໜົນສີ່ສາຍທີ່ຕັ້ງຊື່ນັກວັດທະນະທຳທີ່ມີຊື່ສຽງຫວຽດນາມ, ໃນນັ້ນ ຢູ່ນະຄອນຫຼວງ ອານເຊຣີມີ  ຖະໜົນສາຍຫຼັກ 2 ສາຍໄດ້ໃສ່ຊື່ປະທານໂຮ່ຈີມິນ. ບົນພື້ນຖານການພົວພັນອັນດີງາມ, ການຢ້ຽມຢາມ ອານເຊຣີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຈະປຸກລຸກຄວາມສາມາດບົ່ມຊ້ອນ, ນຳໃຊ້ໂອກາດ, ນຳເອົາການພົວພັນສອງປະເທດໄປສູ່ການພັດທະນາໃໝ່, ຮອບດ້ານ ແລະຍືນຍົງກວ່າເກົ່າ.

ບົນພື້ນຖານທ່ວງທ່າການຮ່ວມມືຢ່າງມີປະສິດທິຜົນລະຫວ່າງຫວຽດນາມ ແລະກຸ່ມ G20, ການໄປເຂົ້າຮ່ວມກອງປະຊຸມສຸດຍອດ G20 ຂອງທ່ານນາຍົກລັດຖະມົນຕີ  ໃນຖານະທີ່ເປັນແຂກຖືກເຊີນຂອງປະເທດປະທານ G20 ອາຟຣິກາໃຕ້ ແມ່ນໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ຢືນຢັນບົດບາດ, ທີ່ຕ້ັງ ແລະອິດທິພົນຊື່ສຽງສາກົນທີ່ນັບມື້ເພີ່ມຂຶ້ນທີ່ເວທີປາໄສຫຼາຍຝ່າຍ. ພ້ອມທັງເຮັດໃຫ້ປະກົດຜົນເປັນຈິງ ແລະເຮັດໃຫ້ຄໍາໝັ້ນສັນຍາປະກອບສ່ວນນັບມື້ນັບຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ  ໃນການຊຸກຍູ້ບັນດາເປົ້າໝາຍພັດທະນາລວມກໍ່ຄືຮັບມືກັບສິ່ງທ້າທາຍໃນທົ່ວໂລກ.

ເຂົ້າຮ່ວມກອງປະຊຸມສຸດຍອດ G20 ໃນສະພາບການທີ່ G20 ສືບຕໍ່ເປັນເວທີປາໄສຮ່ວມມືຫຼາຍຝ່າຍທີ່ສຳຄັນ, ນັບມື້ຢືນຢັນບົດບາດ ແລະສຽງເວົ້າຕໍ່ບັນດາບັນຫາທົ່ວໂລກ, ຫວຽດນາມ ມີໂອກາດປະກອບສ່ວນຂໍ້ລິເລີ່ມ ແລະຂໍ້ສະເໜີຢ່າງລະອຽດໃຫ້ແກ່ໂຄງການດໍາເນີນງານເປົ້າໝາຍເຊິ່ງ G20 ມຸ່ງໄປເຖິງ. ໂດຍໄດ້ຮັບການເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G20  6 ເທື່ອ, ຫວຽດນາມ ໄດ້ເຂົ້າຮ່ວມຂໍ້ລິເລີ່ມຮ່ວມມືໃນຂອບເຂດ G20 ຈຳນວນໜຶ່ງ, ຜ່ານນັ້ນປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຮ່ວມກັນເພື່ອແກ້ໄຂສິ່ງທ້າທາຍ ແລະຂະບວນການຄຸ້ມຄອງເສດຖະກິດ, ພ້ອມທັງສ້າງມາດຕະຖານທົ່ວໂລກໃຫ້ເປັນຮູບເປັນຮ່າງ.

ດ້ວຍຄວາມໝາຍທີ່ສຳຄັນຫຼາຍທັງສອງຝ່າຍ ແລະຫຼາຍຝ່າຍ, ເຊື່ອໝັ້ນວ່າ ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຈະສ້າງກຳລັງໜູນໃໝ່ໃຫ້ແກ່ພັດທະນາການພົວພັນສອງຝ່າຍລະຫວ່າງຫວຽດນາມ ກັບ ອາຟຣິກາໃຕ້, ຄູເວດ, ອານເຊຣີ, ເພີ່ມທະວີການຮ່ວມມື ແລະປະກອບສ່ວນຢ່າງມີປະສິດທິຜົນຢູ່ເວທີປາໄສຫຼາຍຝ່າຍ, ຢືນຢັນທີ່ຕັ້ງ ແລະໂສມໜ້າໃໝ່ຂອງຫວຽດນາມ ໃນເວທີປາໄສສາກົນ.

ໂດຍ: ໄຊນີດາ