ຮ່ວມກັນຮັກສາ, ເພີ່ມພູນຄູນສ້າງ ແລະເສີມຂະຫຍາຍກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດຕື່ມອີກ
ກປ.ອອນໄລ - ຕອນຄໍ່າວັນທີ 14 ພະຈິກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ປີ 2025 ຢູ່ຕາແສງເທື້ອງກາດ, ນະຄອນ ຮ່າໂນ້ຍ.
ທ່ານນາງ ວັນທຸຍຮວາ ປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ຕາແສງເທື້ອງກາດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະໝາກຜົນຂອງການປຸກລະດົມປະຊາຊົນປະຕິບັດແຜນນະໂຍບາຍຂອງຮູບແບບອໍານາດການປົກຄອງທ້ອງຖິ່ນສອງຂັ້ນ, ການພັດທະນາເສດຖະກິດ-ສັງຄົມ, ການປະຕິບັດການປຸກລະດົມ, ບັນດາຂະບວນການແຂ່ງຂັນຮັກຊາດໃນປີ 2025 ໃນບໍລິເວນ. ທ່ານນາງ ວັນທຸຍຮວາ ໃຫ້ຮູ້ວ່າ ທີມພະນັກງານຂອງແນວໂຮມປະເທດຊາດ, ອົງການຈັດຕັ້ງມະຫາຊົນໄດ້ຮັບຄວາມເອົາໃຈໃສ່ການປັບປຸງ, ມີຄຸນນະທາດ, ຈັນຍາບັນ, ກໍາລັງຄວາມສາມາດ, ຄວາມຟົດຟື້ນຫ້າວຫັນ ແລະຄວາມຮັບຜິດຊອບຢ່າງຄົບຖ້ວນ, ຍາມໃດກໍ່ສາມັກຄີສະເໝີຕົ້ນສະເໝີປາຍ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະການສະໜັບສະໜູນຈາກປະຊາຊົນ. ວຽກງານໂຄສະນາ, ປຸກລະດົມໄດ້ຮັບການປ່ຽນແປງໃໝ່ຢ່າງເປັນປະຈຳ, ມີຄວາມຫຼາຍຮູບຫຼາຍແບບດ້ານເນື້ອໃນ ແລະຮູບການ, ສ້າງຄວາມເຫັນດີເຫັນພ້ອມສູງໃນສັງຄົມ, ເສີມຂະຫຍາຍກໍາລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນບໍລິເວນ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍປະຊາຊົນຕາແສງເທື້ອງກາດ, ນະຄອນຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳປາໄສທີ່ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ປີ 2025 ຂອງຕາແສງເທື້ອງກາດ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຢືນຢັນວ່າ ມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນມູນເຊື້ອ, ຊັບສິນ, ແມ່ນມໍລະດົກອັນລ້ຳຄ່າຂອງບັນພະບຸລຸດ, ແມ່ນກຳລັງແຮງທີ່ສ້າງຂຶ້ນໄຊຊະນະ, ຜົນງານທັງໝົດຂອງປະເທດເຮົາ. ທ່ານເລຂາທິການໃຫຍ່ ໄດ້ຮຽກຮ້ອງວ່າ ພີ່ນ້ອງຮ່ວມຊາດ, ສະຫາຍ, ນັກຮົບໃນທົ່ວປະເທດ; ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອງຮ່ວມກັນຮັກສາ, ເພີ່ມພູນຄູນສ້າງ ແລະເສີມຂະຫຍາຍກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດຕື່ມອີກ.
ໂດຍ: ຈາງຫງວຽນ