ທ່ານພົນໂທ ຮວີ່ງຈ໊ຽນຖັ໊ງ ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມເຫດການ.

ທີ່ເຫດການ, ທ່ານ Iain Frew ເອກອັກຄະລັດຖະທູດອັງກິດ ປະຈໍາ ຫວຽດນາມ ສະແດງຄວາມປິຕິຊົມຊື່ນເມື່ອສອງປະເທດ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການໃນທ້າຍເດືອນ ຕຸລາ ຜ່ານມາ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່ານີ້ແມ່ນເສົາຄໍ້າປະຫວັດສາດໃນການພົວພັນດ້ານການທູດລະຫວ່າງສອງປະເທດ, ພ້ອມທັງ ເຊື່ອໝັ້ນວ່າ ອັງກິດ ແລະຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານ, ມຸ່ງເຖິງຄວາມໝັ້ນຄົງ, ຈະເລີນຮຸ່ງເຮືອງ ແລະພັດທະນາແບບຍືນຍົງໃຫ້ທັງສອງປະເທດ.

leftcenterrightdel
ທ່ານພົນໂທ ຮວີ່ງຈ໊ຽນຖັ໊ງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມເຫດການ. ພາບ: ງອັກທື

ສ່ວນທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຢືນຢັນວ່າ ອັງກິດ ແມ່ນປະເທດທີ່ມີອິດທິພົນຊື່ສຽງອັນເລິກເຊິ່ງເຖິງວິວັດການພັດທະນາຂອງສີວິໄລມະນຸດໃນຫຼາຍສະຕະວັດ. ພາຍໃຕ້ການປົກຄອງຂອງ ເຈົ້າຊີວິດ Charles III, ບັນດາຄຸນຄ່າອັນສູງສົ່ງກ່ຽວກັບມະນຸດສະທໍາ ແລະຈິດໃຈຮັບໃຊ້ປະຊາຄົມພວມໄດ້ເຊື່ອມຕໍ່ ແລະເສີມຂະຫຍາຍຢ່າງແຂງແຮງ. ທ່ານນາງ ເລທິທູຮັ່ງ ຫວັງວ່າສອງຝ່າຍຈະຮ່ວມມືກັນຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງ ເພື່ອແນໃສ່ສ້າງແຜນການກະທໍາຜັນຂະຫຍາຍບັນດາເນື້ອໃນຂອງຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ, ນໍາການຮ່ວມມືສອງຝ່າຍກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ໂດຍ: ໄຊນີດາ