ການເຈລະຈາໂດຍກົງຮອບທີ 5 ກ່ຽວກັບສັນຍາການຄ້າຕອບ-ໂຕ້ ໄດ້ດຳເນີນແຕ່ວັນທີ 12 -14 ພະຈິກ 2025, ທີ່ວໍຊິງຕັນ ດີຊີ, ສະຫະລັດອາເມລິກາ. ຄະນະຜູ້ແທນຫວຽດນາມ ນຳໂດຍທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ຫົວໜ້າຄະນະເຈລະຈາຂອງລັດຖະບານ. ຝ່າຍອາເມລິກາ ນຳໂດຍທ່ານ Jamieson Greer ຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ.

leftcenterrightdel
ບັນຍາກາດທີ່ການເຈລະຈາຮອບທີ 5. ພາບ: moit.gov.vn

ໃນໄລຍະການເຈລະຈາເປັນເວລາສາມມື້, ສອງຝ່າຍບັນລຸໄດ້ຄວາມກ້າວໜ້າໃນຫຼາຍບັນຫາເຊັ່ນ: ການບໍລິການ, ການຄ້າດີຈີຕອນ, ກະສິກຳ, ຮົ້ວເຕັກນິກຕໍ່ການຄ້າ (TBT), ມາດຕະຖານຄວາມປອດໄພ ແລະສຸຂະອະນາໄມດ້ານອາຫານ (SPS)... ແລະແກ້ໄຂບັນຫາທີ່ຍັງເຫຼືອ. ທີ່ກອງປະຊຸມສະຫຼຸບການເຈລະຈາ, ຕາງໜ້າບັນດາອົງການການຄ້າສະຫະລັດອາເມລິກາ (USTR) ແລະຜູ້ຕາງໜ້າຂອງຄະນະຜູ້ແທນການເຈລະຈາຫວຽດນາມ ລ້ວນແຕ່ຖືວ່າ ການເຈລະຈາໄດ້ຮັບໝາກຜົນທີ່ຕັ້ງໜ້າ, ສ້າງພື້ນຖານທີ່ເອື້ອອຳນວຍໃຫ້ແກ່ການສຳເລັດສັນຍາການຄ້າສອງຝ່າຍຫວຽດນາມ-ອາເມລິກາ ໂດຍໄວ.

ອາເມລິກາ ໄດ້ຕີລາຄາສູງຕໍ່ເຈດຕະນາດີ, ຄວາມມານະພະຍາຍາມ ແລະວິທີການເຂົ້າເຖິງຂອງຄະນະເຈລະຈາຂອງຫວຽດນາມ, ພິເສດແມ່ນໝາກຜົນຂອງວາລະການເຈລະຈາໂດຍກົງລະຫວ່າງທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ແລະທ່ານ Jamieson Greer ຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ ຈັດຕັ້ງກ່ອນວາລະເຈລະຈາເຕັກນິກຢ່າງເປັນທາງການ. ບົນພື້ນຖານບັນດາຄວາມຮຽກຮ້ອງຂອງຫວຽດນາມ, ອາເມລິກາ ໄດ້ມີສັນຍານສ່ອງແສງຄືນທີ່ຕັ້ງໜ້າ ແລະໃຫ້ຮູ້ວ່າສາມາດພິຈາລະນາແກ້ໄຂບົນພື້ນຖານໝາກຜົນການເຈລະຈາສັງລວມ.

ກ່ຽວກັບວຽກງານທີ່ຕ້ອງຜັນຂະຫຍາຍຫຼັງຈາກວາລະການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຈັດບາງກອງປະຊຸມທາງອອນລາຍ ເພື່ອສືບຕໍ່ປຶກສາຫາລືບັນດາບັນຫາທີ່ຍັງຄົງຄ້າງພ້ອມທັງກະກຽມໃຫ້ແກ່ການເຈລະຈາລະດັບລັດຖະມົນຕີທາງອອນລາຍລະຫວ່າທ່ານ Jamieson Greer ຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ ແລະລັດຖະມົນຕີ ຫງວຽນຮົ່ງຢຽນ ທີ່ຈະຈັດຂຶ້ນໃນເດືອນພະຈິກ.

ໂດຍ: ໄຊນີດາ