ນັກຂ່າວ: ສະເໜີທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ຄວາມໝາຍ, ຈຸດປະສົງຂອງການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະພົບປະສອງຝ່າຍທີ່ອາຟຣິກາໃຕ້, ຢ້ຽມຢາມຄູເວດ ແລະອານເຊຣີ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ?
ທ່ານນາງ ຫງວຽນມິງຮ່ັງ ຮອງລັດຖະມົນຕີ: ສືບຕໍ່ການເຄື່ອນໄຫວການຕ່າງປະເທດລະດັບສູງຂອງການນຳພັກ ແລະລັດໃນໄລຍະທີ່ຜ່ານມາ, ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ມີຄວາມໝາຍສຳຄັນຫຼາຍທັງສອງຝ່າຍ ແລະຫຼາຍຝ່າຍ, ຜ່ານນັ້ນສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ການຫັນເປັນຫຼາຍຝ່າຍ ແລະຫັນການພົວພັນການຕ່າງປະເທດຂອງພວກເຮົາເປັນຫຼາຍຮູບຫຼາຍແບບ.
    |
 |
|
ທ່ານນາງ ຫງວຽນມິງຮ່ັງ ຮອງລັດຖະມົນຕີການຕ່າງປະເທດ. ພາບ: ດວ່ານກາ |
ສຳລັບສອງຝ່າຍ, ຫວຽດນາມ ມີການພົວພັນມິດຕະພາບ ແລະການຮ່ວມມືອັນດີງາມກັບຄູເວດ, ອານເຊຣີ ແລະອາຟຣິກາໃຕ້. ບັນດາປະເທດຕາເວັນອອກກາງ ແລະອາຟຣິກາ ຖືວ່າ ຫວຽດນາມ ເປັນແບບຢ່າງໃນການປະຕິບັດການປ່ຽນແປງໃໝ່ ແລະການພັດທະນາ, ເປັນແບບຢ່າງຂອງການປະກອບສ່ວນທີ່ນັບມື້ນັບຕັ້ງໜ້າ ແລະມີຄວາມຮັບຜິດຊອບຕໍ່ກັບປະຊາຄົມສາກົນ. ສິ່ງເຫຼົ່ານີ້ແມ່ນພື້ນຖານທີ່ສຳຄັນເຮັດໃຫ້ເພີ່ມຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະແບ່ງປັນບັນດາມຸນຄ່າລວມລະຫວ່າງຫວຽດນາມ ແລະບັນດາປະເທດໃນພາກພື້ນຕາເວັນອອກກາງ-ອາຟຣິກາ.
ຕາມນັ້ນແລ້ວ, ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ໄດ້ສົ່ງສານທີ່ສຳຄັນກ່ຽວກັບການຖືເປັນສໍາຄັນໃນການພັດທະນາການພົວພັນກັບບັນດາຄູ່ຮ່ວມມືກໍ່ຄືກັບພາກພື້ນ, ໝັ້ນໝາຍເປີດອອກໄລຍະການຮ່ວມມືໃໝ່, ຍຸດທະສາດ, ເລິກເຊິ່ງ ແລະເນື້ອແທ້ກວ່າ. ການປະຕິບັດງານກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ຍູ້ແຮງການເຊື່ອມຕໍ່ກັບ 3 ຈຸດໝາຍປາຍທາງຍຸດທະສາດຂອງພາກພື້ນ, ຜ່ານນັ້ນ, ບໍ່ພຽງແຕ່ຍົກລະດັບ ແລະເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບ 3 ປະເທດເລິ່ກເຊິ່ງເທົ່ານັ້ນ ຫາກຍັງປະກອບສ່ວນສ້າງເປັນຮູບຮ່າງອະນາຄົດ, ວິໄສທັດໃໝ່ລະຫວ່າງຫວຽດນາມ ແລະພາກພື້ນຕາເວັນອອກກາງ-ອາຟຣິກາ ບົນຈິດໃຈໄວ້ເນື້ອເຊື່ອໃຈ, ຍືນຍົງ, ພ້ອມມຸ່ງເຖິງອະນາຄົດທີ່ຈະເລີ່ນຮຸ່ງເຮືອງລວມ.
ໃນດ້ານຫຼາຍຝ່າຍ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ຢືນຢັນນະໂຍບາຍການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງປະຊາຄົມສາກົນ, ພ້ອມທີ່ຈະຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາທ່ົວໂລກບົນຈິດໃຈເຄົາລົບ, ເຂົ້າໃຈເຊິ່ງກັນ ແລະກັນ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງມວນມະນຸດ.
ໃນຂອບເຂດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຈະມີການພົບປະສອງຝ່າຍຫຼາຍຄັ້ງກັບການນຳບັນດາປະເທດ ແລະອົງການຈັດຕັ້ງສາກົນ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດຍຸດທະສາດສຳລັບຫວຽດນາມ, ເຊັ່ນ: ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ, ນະວັດຕະກໍາ, ການພັດທະນາພື້ນຖານໂຄງລ່າງຍຸດທະສາດ, ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ..., ຜ່ານນັ້ນລະດົມແຫຼ່ງຊັບພະຍາກອນມະນຸດສາກົນຮັບໃຊ້ບັນດາເປົ້າໝາຍພັດທະນາຂອງປະເທດໃຫ້ຫຼາຍທີ່ສຸດ.
ນັກຂ່າວ: ຕາມທ່ານນາງຮອງລັດຖະມົນຕີ, ຫວຽດນາມ ປາດຖະໜາຢາກຍູ້ແຮງບັນດາຂົງເຂດຮ່ວມມືລະອຽດຄືແນວໃດຕໍ່ກັບບັນດາປະເທດອາຟຣິກາໃຕ້, ອານເຊຣີ ແລະຄູເວດ? ແລະຫວຽດນາມ ຈະມີບັນດາຂໍ້ລິເລີ່ມ, ປະກອບສ່ວນຄືແນວໃດເມື່ອເຂົ້າຮ່ວມກອງປະຊຸມສຸດຍອດ G20?
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີ: ກ່ອນອື່ນໝົດ, ຕ້ອງຢືນຢັນວ່າ ບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອ ແລະຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງທີ່ໜັກແໜ້ນ, ດ້ວຍການກໍານົດທິດຈາກບັນດາມະຕິຍຸດທະສາດ, ສໍາຄັນຂອງກົມການເມືອງ, ການພົວພັນລະຫວ່າງຫວຽດນາມ ແລະອາຟຣິກາໃຕ້, ອານເຊຣີ ແລະຄູເວດ ພວມພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ບັນລຸໝາກຜົນທີ່ແທດຈິງ ແລະຮອບດ້ານ.
ທາງດ້ານການເມືອງ, ຫວຽດນາມ ແລະບັນດາປະເທດໄດ້ສ້າງພື້ນຖານສຳລັບພົວພັນ ແລະສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢ່າງໜັກແໜ້ນ, ສ້າງພື້ນຖານສຳລັບການພັດທະນາສອງຝ່າຍໃນໄລຍະຈະມາເຖິງ. ການຮ່ວມມືໃນເວທີປາໄສຫຼາຍຝ່າຍກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ທັງສອງຝ່າຍທີ່ມີຄວາມສົນໃຈຍາມໃດກໍ່ໄດ້ປັບປຸງ ແລະເພີ່ມທະວີ. ທາງດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ທັງອາຟຣິກາໃຕ້, ຄູເວດ ແລະອານເຊຣີ ແມ່ນບັນດາຄູ່ຮ່ວມມືການຄ້າໃຫຍ່, ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຂອງຫວຽດນາມ ຢູ່ຕາເວັນອອກກາງ-ອາຟຣິກາ.
ບົນພື້ນຖານການພົວພັນທາງດ້ານການເມືອງ ແລະການທູດອັນດີງາມ, ພວກເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າ ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຈະເຮັດໃຫ້ການພົວພັນຫວຽດນາມ ກັບບັນດາປະເທດ ຂຶ້ນລະດັບສູງໃໝ່, ບັນລຸໝາກຜົນໄດ້ຮັບການຮ່ວມມື ລະອຽດ ແລະແທດຈິງໃນບັນດາຂົງເຂດການຄ້າ, ການລົງທຶນ, ອຸດສາຫະກໍາ, ແຮ່ທາດ, logistics, ຕ່ອງໂສ້ສະໜອງສີຂຽວ ແລະນະວັດຕະກໍາກັບອາຟຣິກາໃຕ້; ເປີດກວ້າງການຮ່ວມມືໃນດ້ານພະລັງງານ, ການລົງທຶນ, ການຄ້າ, ອຸດສາຫະກຳປຸງແຕ່ງ, ກະສິກຳອັດສະລິຍະ, ການສຶກສາ ແລະບໍາລຸງສ້າງກັບປະເທດອານເຊຣີ ແລະກັບປະເທດຄູເວດ ແມ່ນຍູ້ແຮງການເຊື່ອມຕໍ່ໃນຂົງເຂດການເງິນ, ການຄ້າ, ການລົງທຶນ, ພະລັງງານ, ພື້ນຖານໂຄງລ່າງສີຂຽວ, ຄວາມໝັ້ນຄົງດ້ານສະບຽງອາຫານ, ODA ແລະອຸດສາຫະກຳ Halal...
ທີ່ກອງປະຊຸມສຸດຍອດ G20, ດ້ວຍຖານະທີ່ເປັນແຂກຂອງປະທານ G20 ອາຟຣິກາໃຕ້, ທ່ານນາຍົກລັດຖະມົນຕີ ຈະແບ່ງປັນສານນະໂຍບາຍ, ສຸມໃສ່ເຂົ້າໃນບາງເນື້ອໃນສຳຄັນ ເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມໃນການສົ່ງເສີມການເຕີບໂຕຂອງເສດຖະກິດໂລກ, ຫຼຸດຜ່ອນຄວາມສ່ຽງ ແລະຊຸກຍູ້ການຮ່ວມມືໃນຂົງເຂດຍຸດທະສາດ ເຊັ່ນ: ແຮ່ທາດ, ພະລັງງານ ແລະການປະຕິຮູບລະບົບການຄ້າ, ການເງິນ ແລະການລົງທຶນທົ່ວໂລກໃນໄລຍະປະຈຸບັນຂອງການສ້າງຮູບຮ່າງຄືນໃໝ່ ແລະສ້າງກົດລະບຽບ ແລະກົດໝາຍທົ່ວໂລກຄືໃນປະຈຸບັນ.
ຜ່ານບັນດາສານ, ຂໍ້ລິເລີ່ມ ແລະຂໍ້ສະເໜີລະອຽດເຫຼົ່ານັ້ນ, ປະຊາຄົມສາກົນຈະມີທັດສະນະທີ່ຈະແຈ້ງກວ່າກ່ຽວກັບປະເທດຫວຽດນາມ, ພວມຕັດສິນໃຈປ່ຽນແປງໃໝ່ເພື່ອກ້າວເຂົ້າສູ່ສັງກາດພັດທະນາບືນຕົວຂຶ້ນ...
ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!
ໂດຍ: ໄຊນີດາ