ຫວຽດນາມ ແລະ ສປຊ ມີຄວາມປາຖະໜາຢາກລວມທີ່ຈະຖືປະຊາຊົນເປັນໃຈກາງຂອງວິວັດການພັດທະນາ
ກປ.ອອນໄລ - ໃນວັນທີ 14 ພະຈິກ, ທີ່ຮ່າໂນ້ຍ, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ໄດ້ມີການເຮັດວຽກກັບ ທ່ານນາງ Pauline Tamesis ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ແລະຫົວໜ້າບັນດາອົງການພັດທະນາຂອງ ສປຊ ເພື່ອປຶກສາຫາລືກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຄວາມຕັດສິນໃຈທີ່ສຳຄັນໃນຂົງເຂດການພັດທະນາຂອງຫວຽດນາມ ໃນໄລຍະທີ່ຈະມາເຖິງ - ເຊິ່ງປະຈຸບັນໄດ້ສະແດງໃຫ້ເຫັນໃນຮ່າງເອກະສານຂອງກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ ແລະເພື່ອເກັບກຳຄວາມຄິດເຫັນຂອງປະຊາຊົນ.
ທີ່ການເຮັດວຽກ, ທ່ານ ຫງວຽນມິງຫວູ ໄດ້ແບ່ງປັນຜົນງານທີ່ພົ້ນເດັ່ນຂອງການພັດທະນາເສດຖະກິດ-ສັງຄົມ ທີ່ຫວຽດນາມບັນລຸໄດ້ໃນໄລຍະຜ່ານມາ ແລະບັນດາເປົ້າໝາຍການພັດທະນາຍຸດທະສາດໃນໄລຍະຈະມາເຖິງ, ຢືນຢັນວ່າ ບັນດາໝາກຜົນທີ່ບັນລຸໄດ້ຍ້ອນຄວາມຕັດສິນໃຈຂອງພັກ ແລະລັດ, ພ້ອມກັບຄວາມຕັດສິນໃຈປະຕິຮູບທີ່ມີລັກສະນະຍຸດທະສາດຫຼາຍຢ່າງ, ພິເສດແມ່ນໃນການຈັດລຽງກົນໄກການຈັດຕັ້ງ ແລະການວາງແຜນມະຕິທີ່ບຸກທະລຸຍຸດທະສາດ.
    |
 |
|
ຜູ້ແທນທີ່ເຂົ້າຮ່ວມການເຮັດວຽກ. ພາບ: baoquocte.vn |
ທ່ານນາງ Pauline Tamesis ຕີລາຄາບັນດາໝາກຜົນທີ່ຫວຽດນາມ ບັນລຸໃນການຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ (SDGs) ຢ່າງຕັ້ງໜ້າ, ທ່ານນາງ Pauline Tamesis ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ພັດທະນາຢ່າງແຮງ, ບັນລຸບັນດາບາດກ້າວບຸກທະລຸໃນສັງກາດພັດທະນາໃໝ່, ຢືນຢັນບົດບາດນັບມື້ນັບສຳຄັນໃນກົນໄກການຮ່ວມມືໃນພາກພື້ນ ແລະທົ່ວໂລກ.
ທ່ານ ຫງວຽນມິງຫວູ ໄດ້ຢືນຢັນວ່າ ຫວຽດນາມ ແລະ ສປຊ ມີວິໄສທັດລວມ ນັ້ນແມ່ນຖືປະຊາຊົນເປັນໃຈກາງຂອງຂະບວນການພັດທະນາທັງໝົດ; ເຊື່ອໝັ້ນວ່າ ຄວາມມານະພະຍາຍາມຮ່ວມມື, ໜູນຊ່ວຍ ແລະສະເໜີໃຫ້ທີ່ສ້າງສັນຈາກ ສປຊ ແລະອົງການຈັດຕັ້ງສາກົນຈະສືບຕໍ່ສວມບົດບາດສຳຄັນໃນວິວັດການທີ່ຫວຽດນາມ ຜັນຂະຫຍາຍບັນດາເປົ້າໝາຍການພັດທະນາປະເທດຊາດໃນໄລຍະຕໍ່ໄປ.
ໂດຍ: ຈາງຫງວຽນ