ເຂົ້າຮ່ວມກອງປະຊຸມຍັງມີທ່ານ ເຈີ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ; ບັນດາການນໍາຂອງກະຊວງ, ຂະແໜງສູນກາງ ແລະແຂວງອານຢາງ; ການນໍາບັນດາກຸ່ມບໍລິສັດທີ່ກ່ຽວຂ້ອງ.

ກ່າວຄໍາເຫັນສະຫຼຸບທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ການຜັນຂະຫຍາຍບັນດາໂຄງການ, ກິດຈະການເພື່ອຮັບໃຊ້ APEC ມີຄວາມໝາຍສຳຄັນ, ຮີບດ່ວນ, ໄດ້ຮັບຄວາມເອົາໃຈໃສ່ຢ່າງຫຼວງຫຼາຍຈາກການນໍາຂອງພັກ, ລັດ, ລັດຖະບານ ແລະນາຍົກລັດຖະມົນຕີ ໃນການຊີ້ນຳການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ສ້າງເງື່ອນໄຂທີ່ສະດວກເພື່ອຍູ້ໄວຄວາມຄືບໜ້າຂອງການຜັນຂະຫຍາຍໂຄງການ. ທ່ານນາຍົກລັດຖະມົນຕີ ໄດ້ສ້າງຕັ້ງກຸ່ມປະຕິບັດງານພິເສດ ແລະມອບໝາຍໃຫ້ຮອງນາຍົກລັດຖະມົນຕີຮັບຜິດຊອບການຜັນຂະຫຍາຍ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນສະຫຼຸບທີ່ກອງປະຊຸມ. ພາບ: VGP

ມາຮອດປະຈຸບັນ, ວຽກງານດັ່ງກ່າວກຳລັງໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ; ບັນລຸໝາກຜົນໃນເບື້ອງຕົ້ນ, ເປັນເງື່ອນໝູນເພື່ອຊຸກຍູ້ຄວາມຄືບໜ້າຂອງການຜັນຂະຫຍາຍໂຄງການໃນໄລຍະຈະມາເຖິງ. ຍັງມີວຽກງານຫຼາຍຢ່າງທີ່ຕ້ອງເຮັດ, ໃນຂະນະທີ່ເວລາຍັງສັ້ນ, ສະນັ້ນທ່ານນາຍົກລັດຖະມົນຕີ ຈຶ່ງໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງທີ່ກ່ຽວຂ້ອງ ແລະແຂວງອານຢາງ ຮ່ວມແຮງຮ່ວມໃຈເຂົ້າຮ່ວມຢ່າງເດັດຂາດຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດອຳນາດເພື່ອຜັນຂະຫຍາຍບັນດາກິດຈະການ, ໂຄງການເພື່ອຮັບປະກັນຄວາມຄືບໜ້າ.

ທ່ານນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ທ່ານ ຫງວຽນຈີຢຸ້ງ ຮອງນາຍົກລັດຖະມົນຕີ ຮັບຜິດຊອບໂດຍກົງໃນການຊີ້ນຳບັນດາກະຊວງ, ຂະແໜງ, ອົງການ, ວິສາຫະກິດ ແລະແຂວງອານຢາງຜັນຂະຫຍາຍບັນດາໜ້ນທີ່, ດ້ວຍຈິດໃຈ "ທັງໝົດເພື່ອຜົນປະໂຫຍດຂອງປະເທດຊາດ, ເພື່ອຜົນປະໂຫຍດຂອງປະຊາຊົນ".

ໂດຍ: ຈາງຫງວຽນ