ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງການພົວພັນຮ່ວມມືລະຫວ່າງແຂວງ Kanagawa (ຍີ່ປຸ່ນ) ກັບ ຫວຽດນາມ
ກປ.ອອນໄລ - ວັນທີ 15 ພະຈິກ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບທ່ານ Kuroiwa Yuji, ຜູ້ວ່າການແຂວງ Kanagawa, ຍີ່ປຸ່ນ, ທີ່ເຂົ້າຢ້ຽມຂໍ່ານັບ ແລະເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 11-17 ພະຈິກ.
ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຢ່າງແທດຈິງຂອງທ່ານ Kuroiwa Yuji ຜູ້ວ່າການແຂວງ ແລະອໍານາດການປົກຄອງແຂວງ Kanagawa ໃນການຊຸກຍູ້ການຮ່ວມມືມິດຕະພາບລະຫວ່າງແຂວງ Kanagawa ກັບ ຫວຽດນາມ ໃນຂົງເຂດເສດຖະກິດ, ການລົງທຶນ, ວັດທະນະທຳ, ການສຶກສາ, ແຮງງານ ແລະການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Kuroiwa Yuji, ຜູ້ວ່າການແຂວງ Kanagawa, ຍີ່ປຸ່ນ. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ແຂວງ Kanagawa ແມ່ນທ້ອງຖິ່ນທຳອິດໃນປະເທດຍີ່ປຸ່ນ ທີ່ຈັດເຫດການ ແລະກອງປະຊຸມສຳມະນາການລົງທຶນ ແລະແຮງງານປະຈຳປີຢູ່ທັງຍີ່ປຸ່ນ ແລະຫວຽດນາມ; ໂດຍຖືວ່າ ບັນດາເຫດການນີ້ຈະສືບຕໍ່ເປັນສະຖານທີ່ເຊື່ອມຕໍ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈ ແລະນໍ້າໃຈມິດຕະພາບລະຫວ່າງສອງຊາດ, ຊຸກຍູ້ການແລກປ່ຽນວັດທະນະທຳ, ການທ່ອງທ່ຽວ ແລະການຮ່ວມມືດ້ານເສດຖະກິດ; ເນັ້ນໜັກວ່າ ການຮ່ວມມືດ້ານວັດທະນະທຳແມ່ນປັດໄຈສຳຄັນທີ່ສ້າງຄວາມເລິກເຊິ່ງ ແລະພື້ນຖານທີ່ໜັກແໜ້ນໃຫ້ແກ່ການພົວພັນຮ່ວມມື ແລະມິດຕະພາບລະຫວ່າງຫວຽດນາມ ແລະຍີ່ປຸ່ນ.
ທ່ານ Kuroiwa Yuji ຢືນຢັນວ່າ ແຂວງ Kanagawa ຈະຊຸກຍູ້ການຮ່ວມມືກັບຫວຽດນາມ ຕື່ມອີກໃນຂົງເຂດແຮງງານ, ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ພ້ອມທັງຊຸກຍູ້ໃຫ້ວິສາຫະກິດຂອງແຂວງລົງທຶນຢູ່ຫວຽດນາມ; ພ້ອມແລ້ວທີ່ຈະແບ່ງປັນປະສົບການໃນການດູແລສຸຂະພາບ ແລະຮັບມືຕໍ່ສັງຄົມຜູ້ອາຍຸສູງຜ່ານຂໍ້ລິເລີ່ມ MEBYO (ຂໍ້ລິເລີ່ມກ່ຽວກັບການຮັກສາຊີວິດທີ່ຍາວນານ ແລະມີສຸຂະພາບດີໃຫ້ແກ່ປະຊາຊົນ) ທີ່ກຳລັງຜັນຂະຫຍາຍທີ່ຢູ່ໃນແຂວງ ແລະໄດ້ຖືກເອົາເຂົ້າໃນເນື້ອໃນຂອງເອກະສານຮ່ວມມືທີ່ໄດ້ລົງນາມກັບກະຊວງສາທາລະນະສຸກຫວຽດນາມ.
    |
 |
|
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
ເຫັນດີກັບຂໍ້ສະເໜີຂອງທ່ານຜູ້ວ່າການແຂວງ, ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະທີ່ຈະມາເຖິງ, ແຂວງ Kanagawa ຈະສືບຕໍ່ເສີມຂະຫຍາຍທ່າແຮງຂອງຕົນ, ຊຸກຍູ້ການຮ່ວມມືລົງທຶນ, ການແລກປ່ຽນວັດທະນະທຳ ແລະເພີ່ມທະວີການຮ່ວມມືໃນການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດກັບບັນດາທ້ອງຖິ່ນຂອງຫວຽດນາມ; ທ່ານເລຂາທິການໃຫຍ່ ໄດ້ສະເໜີໃຫ້ແຂວງ Kanagawa ສືບຕໍ່ໜູນຊ່ວຍຢ່າງແທດຈິງໃຫ້ປະຊາຄົມຊາວຫວຽດນາມ 40.000 ຄົນທີ່ພວມດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກກໍ່ຄືກິດຈະການຕ່າງໆຂອງວິສາຫະກິດຫວຽດນາມ ຢູ່ແຂວງ.
ໂດຍ: ໄຊນີດາ