ກອງປະຊຸມສໍາມະນາວິທະຍາສາດ “ເສດຖະກິດເງິນຢູ່ຫວຽດນາມ ໃນສັງກາດໃໝ່”
ກປ.ອອນໄລ - ວັນທີ 15 ພະຈິກ, ທີ່ຮ່າໂນ້ຍ, ຄະນະກຳມະການນະໂຍບາຍ, ຍຸດທະສາດສູນກາງ ໄດ້ປະສານສົມທົບກັບສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ສະພາທິດສະດີສູນກາງ, ວາລະສານກອມມູນິດ ແລະສະມາຄົມຜູ້ອາຍຸສູງຫວຽດນາມ ຈັດກອງປະຊຸມສໍາມະນາວິທະຍາສາດ “ເສດຖະກິດເງິນຢູ່ຫວຽດນາມ ໃນສັງກາດໃໝ່”.
ເຂົ້າຮ່ວມກອງປະຊຸມມີສະຫາຍ ຫງວຽນຊວນຖັ໊ງ, ກຳມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ; ບັນດາສະຫາຍຄະນະກຳມະການສູນກາງພັກ; ຜູ້ຕາງໜ້າຂອງບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕ້ັງສູນກາງ, ທ້ອງຖິ່ນ ແລະອົງການຈັດຕັ້ງສາກົນ. ກອງປະຊຸມໄດ້ຈັດຂຶ້ນທີ່ຮ່າໂນ້ຍ ແລະເຊື່ອມຕໍ່ທາງອອນລາຍກັບ 33 ຈຸດທົ່ວປະເທດ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: mst.gov.vn |
ກອງປະຊຸມໄດ້ຮັບບົດປະກອບຄໍາເຫັນທີ່ມີຄຸນນະພາບ 96 ບົດ, ໂດຍສຸມໃສ່ການສົນທະນາບັນດາບັນຫາທິດສະດີ ແລະການປະຕິບັດຕົວຈິງກ່ຽວກັບເສດຖະກິດເງິນຢູ່ຫວຽດນາມ ໃນສັງກາດໃໝ່; ສະເໜີນະໂຍບາຍ, ມາດຕະການແກ້ໄຂການຄຸ້ມຄອງ ແລະຮູບແບບການພັດທະນາສຳລັບເສດຖະກິດເງິນຢູ່ຫວຽດນາມ ໃນສັງກາດໃໝ່. ໃນກອງປະຊຸມ, ນັກຊ່ຽວຊານ ແລະນັກວິທະຍາສາດໄດ້ສະເໜີກຸ່ມມາດຕະການແກ້ໄຂທີ່ສຳຄັນ, ເຊັ່ນ: ຈຳເປັນຕ້ອງໄດ້ຊີ້ແຈ້ງກອບນິຕິກໍາ ແລະນະໂຍບາຍສັງລວມກ່ຽວກັບການພັດທະນາເສດຖະກິດເງິນ; ສ້າງຍຸດທະສາດແຫ່ງຊາດກ່ຽວກັບເສດຖະກິດເງິນ, ເອົາເນື້ອໃນນີ້ເຂົ້າໃນຍຸດທະສາດພັດທະນາເສດຖະກິດ-ສັງຄົມ ແລະໂຄງການປະຕິບັດງານດ້ານປະຊາກອນ, ປະກາດໃຊ້ລະບົບມາດຕະຖານ ແລະລະບຽບການສຳລັບຜະລິດຕະພັນ ແລະການບໍລິການທີ່ເປັນມິດກັບຜູ້ອາຍຸສູງ; ຫັນແຫຼ່ງເງິນທຶນເປັນຫຼາຍຮູບຫຼາຍແບບ ແລະກົນໄກສົ່ງເສີມ, ລະດົມທຶນທາງສັງຄົມ, ກອງທຶນບຳນານໂດຍສະໝັກໃຈ...
ໂດຍ: ໄຊນີດາ