ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຮອງປະທານກຸ່ມບໍລິສັດ Luxshare-ICT, ຈີນ
ກປ.ອອນໄລ - ຕອນບ່າຍວັນທີ 15 ພະຈິກ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບທ່ານ wang lai sheng, ຮອງປະທານກຸ່ມບໍລິສັດ Luxshare-ICT, ຈີນ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ໄດ້ຕີລາຄາສູງ ແລະຊົມເຊີຍກຸ່ມບໍລິສັດ Luxshare-ICT ໄດ້ເອົາໃຈໃສ່ຊຸກຍູ້ການຮ່ວມມືລົງທຶນ ແລະດໍາເນີນທຸລະກິດຢູ່ຫວຽດນາມ ໃນໄລຍະ 10 ປີຜ່ານມາ, ດ້ວຍຍອດເງິນລົງທຶນຫຼາຍກວ່າ 1,8 ຕື້ໂດລາສະຫະລັດ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານຫຼາຍສິບພັນຄົນ.
ຕີລາຄາສູງຕໍ່ການພັດທະນາຢ່າງຕັ້ງໜ້າໃນການພົວພັນທາງດ້ານການເມືອງ ແລະການຮ່ວມມືໃນຂົງເຂດຕ່າງໆຢ່າງແທ້ຈິງລະຫວ່າງ ຫວຽດນາມ ແລະຈີນ ໃນໄລຍະຜ່ານມາ, ທ່ານເລຂາທິການໃຫຍ່ ຖືວ່າ ນີ້ແມ່ນເງື່ອນໄຂ ແລະພື້ນຖານທີ່ໜັກແໜ້ນເພື່ອໃຫ້ວິສາຫະກິດຂອງສອງປະເທດມີຄວາມອຸ່ນອ່ຽງໃຈເພີ່ມທະວີການພົບປະແລກປ່ຽນ, ເປີດກວ້າງການຮ່ວມມື, ບັນລຸຜົນສຳເລັດຮ່ວມກັນ, ປະກອບສ່ວນເຂົ້າໃນການຮັດແໜ້ນການເຊື່ອມຕໍ່ກ່ຽວກັບຜົນປະໂຫຍດລະຫວ່າງສອງປະເທດ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ wang lai sheng, ຮອງປະທານກຸ່ມບໍລິສັດ Luxshare-ICT, ຈີນ. ພາບ: ຄວາກຽນ |
ທ່ານເລຂາທິການໃຫຍ່ ຢືນຢັນວ່າ ພັກ ແລະລັດຫວຽດນາມ ຍາມໃດກໍ່ຍິນດີຕ້ອນຮັບວິສາຫະກິດຕ່າງປະເທດມາເປີດກວ້າງການລົງທຶນ, ການຮ່ວມມື ແລະປະສົບຜົນສຳເລັດຢູ່ຫວຽດນາມ. ຈະອຳນວຍຄວາມສະດວກສຳລັບວິສາຫະກິດຕ່າງປະເທດທີ່ພວມດຳເນີນທຸລະກິດ ແລະລົງທຶນຢູ່ຫວຽດນາມ, ປັບປຸງສະພາບແວດລ້ອມການລົງທຶນ, ດໍາເນີນທຸລະກິດຕາມທິດສະເໝີພາບ, ແຈ້ງຊັດ ແລະສະດວກກວ່າຢ່າງບໍ່ຢຸດຢັ້ງ. ທ່ານເລຂາທິການໃຫຍ່ ໄດ້ຍົກອອກບາງບຸລິມະສິດຈຳນວນໜຶ່ງໃຫ້ Luxshare-ICT ສືບຕໍ່ເພີ່ມທະວີການລົງທຶນໃນຫວຽດນາມ, ໃນນັ້ນມີເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ຊິ້ນສ່ວນເອເລັກໂຕນິກ ແລະການພັດທະນາອຸດສາຫະກຳເຄິ່ງຊັກນໍາໄຟຟ້າ; ຊຸກຍູ້ການຖ່າຍຖອດເຕັກໂນໂລຢີ ແລະໜູນຊ່ວຍບໍາລຸງສ້າງແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງໃຫ້ຫວຽດນາມ.
ທ່ານ wang lai sheng ຮອງປະທານກຸ່ມບໍລິສັດ Luxshare-ICT ເນັ້ນໜັກວ່າ ກຸ່ມບໍລິສັດຍາມໃດກໍ່ຖືຫວຽດນາມ ເປັນສູນການຜະລິດທີ່ສຳຄັນທີ່ສຸດໃນຈໍານວນ 29 ປະເທດ ແລະເຂດແຄວ້ນ ເຊິ່ງກຸ່ມບໍລິສັດລົງທຶນຢູ່ຕ່າງປະເທດ. ກຸ່ມບໍລິສັດຍາມໃດກໍ່ເອົາໃຈໃສ່ເປັນສໍາຄັນໃນການສຶກສາ ແລະຍົກສູງລະດັບໃຫ້ນັກວິສະວະກອນ, ຊັບພະຍາກອນມະນຸດຂອງຫວຽດນາມ, ດ້ວຍອັດຕາຊັບພະຍາກອນແມ່ນຄົນທ້ອງຖິ່ນຂອງກຸ່ມບໍລິສັດຍາມໃດກໍ່ຢືນແຖວໜ້າໃນບັນດາວິສາຫະກິດຕ່າງປະເທດ.
ໂດຍ: ໄຊນີດາ