ສູນເຂດຮ້ອນຫວຽດນາມ - ລັດເຊຍ ສະຫຼຸບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ
ກປ.ອອນໄລ - ຕອນບ່າຍວັນທີ 13 ພະຈິກ, ທີ່ຮ່າໂນ້ຍ, ສູນເຂດຮ້ອນ ຫວຽດນາມ-ລັດເຊຍ ຈັັດຕັ້ງກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມໄລຍະ 2022-2025 ແລະທິດທາງ, ໜ້າທີ່ ໄລຍະ 2025-2030.
ບົດລາຍງານທີ່ນຳສະເໜີໃນກອງປະຊຸມລະບຸວ່າ ໃນໄລຍະ 2022-2025, ວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ຊາບຊຶມ ແລະປະຕິບັດມະຕິ, ຄໍາສັ່ງຂອງຄະນະພັກທຸກຂັ້ນຢ່າງເຂັ້ມງວດ, ສະໜິດຕິດແທດໜ້າທີ່ກົມກອງ, ການເຄື່ອນໄຫວຖືກກັບພາລະບົດບາດ, ໜ້າທີ່; ຜັນຂະຫຍາຍຢ່າງຮອບດ້ານ, ຄົບຊຸດ, ຕັ້ງໜ້າປ່ຽນແປງໃໝ່ເນື້ອໃນ, ວິທີການ, ຮູບການເຄື່ອນໄຫວ; ຄຸນນະພາບ, ມີປະສິດທິຜົນນັບມື້ນັບໄດ້ຍົກສູງຂຶ້ນ, ປະກອບສ່ວນປະຕິບັດໜ້າທີ່ການເມືອງ, ກໍ່ສ້າງອົງຄະນະພັກສູນໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, “ແບບຢ່່າງ, ພົ້ນເດັ່ນ”...
    |
 |
|
ທ່ານພັນເອກພິເສດ ຫງວຽນຄັ໊ກທັງ ມອບໃບຍ້ອງຍໍຂອງຫົວໜ້າສູນເຂດຮ້ອນຫວຽດນາມ-ລັດເຊຍ ໃຫ້ບຸກຄົນ. ພາບ: ແອງຫວູ |
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພັນເອກພິເສດ ຫງວຽນຄັ໊ກທັງ ເລຂາຄະນະພັກ, ຮອງຫົວໜ້າສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ຍ້ອງຍໍຊົມເຊີຍ ແລະຮັບຮູ້ບັນດາຄວາມມານະພະຍາຍາມກະໂດດຂັ້ນ ແລະໝາກຜົນທີ່ໜ້າເອກອ້າງທະນົງໃຈ ເຊິ່ງ ພະນັກງານ, ສະມາຊິກຊາວໜຸ່ມຂອງສູນ ບັນລຸໄດ້ໃນວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ, ໂດຍສະເພາະແມ່ນໃນສະພາບການສູນ ຍູ້ແຮງການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຢີດ້ວຍຄວາມຮຽກຮ້ອງທີ່ນັບມື້ນັບສູງ; ຮຽກຮ້ອງໃນໄລຍະຈະມາເຖິງ, ພະນັກງານ, ສະມາຊິກຊາວໜຸ່ມ, ໄວໜຸ່ມສູນສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ເຫັນດີເປັນເອກະພາບ, ມານະພະຍາຍາມສູ້ຊົນກວ່າອີກ, ຮໍ່າຮຽນ, ຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມຢ່າງເປັນປະຈໍາເພື່ອຍົກສູງຄູນທາດການເມືອງ, ປະຕິບັດສໍາເລັດພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ...
ໂດຍ: ໄຊນີດາ