ຫວຽດນາມ - ອາເມລິກາ ເຈລະຈາຂັ້ນລັດຖະມົນຕີ ສັນຍາສອງຝ່າຍວ່າດ້ວຍການຄ້າສົມທົບ
ທ່ານຫົວໜ້າການຄ້າ Jamieson Greer, ຫົວໜ້າຄະນະເຈລະຈາ ອາເມລິກາ ໄດ້ຕີລາຄາສູງເລື່ອງ 2 ປະເທດເປັນເອກະພາບຖະແຫຼງການຮ່ວມກ່ຽວກັບຂອບເຂດສັນຍາການຄ້າສົມທົບ, ຍຸດຕິທຳ ແລະດຸ່ນດ່ຽງ...
    |
 |
|
ບັນຍາກາດທີ່ວາລະເຈລະຈາ. ພາບ: moit.gov.vn |
ໃນຂອບເຂດການເຈລະຈາສັນຍາສອງຝ່າຍວ່າດ້ວຍການຄ້າສົມທົບລະຫວ່າງຫວຽດນາມ ແລະອາເມລິກາ, ວາລະເຈລະຈາຂັ້ນລັດຖະມົນຕີຫວຽດນາມ - ອາເມລິກາ ໄດ້ຈັດຂຶ້ນໃນວັນທີ 10 ພະຈິກ, ຢູ່ ວໍຊິງຕັນ ດີຊີ, ອາເມລິກາ.
ເປີດສາກວາລະເຈລະຈາ, ທ່ານຫົວໜ້າການຄ້າ Jamieson Greer, ຫົວໜ້າຄະນະເຈລະຈາອາເມລິກາ ໄດ້ຕີລາຄາສູງເລື່ອງ 2 ປະເທດເປັນເອກະພາບຖະແຫຼງການຮ່ວມກ່ຽວກັບຂອບເຂດສັນຍາການຄ້າສົມທົບ, ຍຸດຕິທຳ ແລະດຸ່ນດ່ຽງ, ຖືນີ້ແມ່ນພື້ນຖານສຳຄັນ ເພື່ອຊຸກຍູ້, ດຳເນີນວິວັດການເຈລະຈາໃຫ້ສຳເລັດໂດຍໄວ; ທ່ານກໍ່ຕີລາຄາສູງເຈດຕະນາດີ, ວິທີເຂົ້າເຖິງທີ່ມີລັກສະນະເປັນລະບົບ ແລະການແກ້ໄຂບັນຫາຂອງຫວຽດນາມ ຕໍ່ບັນດາຂໍ້ສະເໜີເຊິ່ງຝ່າຍອາເມລິກາ ຍົກອອກມາ.
ສຳລັບ ຫວຽດນາມ, ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ຫົວໜ້າຄະນະເຈລະຈາຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງຫວຽດນາມ ໃນການສ້າງການພົວພັນດ້ານເສດຖະກິດ - ການຄ້າມີຄວາມດຸ່ນດ່ຽງ, ຍືນຍົງກັບອາເມລິກາ. ທ່ານກໍ່ສະເໜີໃຫ້ 2 ຝ່າຍມີວິທີເຂົ້າເຖິງຕົວຈິງ ແລະມີໄຫວພິບ ເພື່ອຜົນປະໂຫຍດຢ່າງແທດຈິງຂອງທັງ 2 ຝ່າຍ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ