ສັງກາດພັດທະນາໃໝ່ໃຫ້ແກ່ການພົວພັນການຄ້າທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ຫວຽດນາມ-ອາເມລິກາ
ກປ.ອອນໄລ - ວັນທີ 12 ພະຈິກ, ທີ່ຮ່າໂນ້ຍ, ສະຫະພັນການຄ້າ ແລະອຸດສາຫະກໍາຫວຽດນາມ (VCCI) ສົມທົບກັບສະຫະສະມາຄົມການຄ້າອາເມລິກາ ຢູ່ຮ່າໂນ້ຍ (AmCham) ແລະຫ້ອງການການຄ້າອາເມລິກາ ຢູ່ວໍຊິງຕັນ ຈັດຕັ້ງກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ-ອາເມລິກາ ຄັ້ງທີ 8 ດ້ວຍຫົວຂໍ້ “ສັງກາດພັດທະນາໃໝ່ໃຫ້ແກ່ການພົວພັນການຄ້າທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ”.
ຕີລາຄາສູງຄວາມສໍາຄັນຂອງກອງປະຊຸມ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ເກືອບໜຶ່ງທົດສະວັດຜ່ານມາ, ກອງປະຊຸມໄດ້ກາຍເປັນສັນຍາລັກທີ່ມີຊີວິດຊີວາໃຫ້ແກ່ຂະໜາດ ແລະຄວາມໝາຍຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ, ພ້ອມທັງແມ່ນເວທີປາໄສສໍາຄັນເພື່ອໃຫ້ລັດຖະບານ ແລະປະຊາຄົມວິສາຫະກິດຂອງສອງປະເທດພ້ອມກັນຫຼໍ່ລ້ຽງຄວາມຄາດຫວັງ, ແບ່ງປັນວິໄສທັດ, ສະເໜີແນວຄວາມຄິດ, ສະເໜີມາດຕະການ ແລະເຫັນດີເປັນເອກະພາບກະທໍາເພື່ອອະນາຄົດທີ່ຍືນຍົງ, ກວມລວມ, ພ້ອມກັນພັດທະນາ ແລະພ້ອມກັນຊະນະຂອງທັງສອງປະເທດ.
ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດອາເມລິກາ ສືບຕໍ່ເປີດກວ້າງການລົງທຶນ, ຮ່ວມເດີນທາງກັບຫວຽດນາມ ໃນບັນດາຂົງເຂດເຄິ່ງຊັກນໍາໄຟຟ້າ, ພະລັງງານສະອາດ, ນະວັດຕະກໍາ, ຫັນເປັນດີຈີຕອນ ແລະບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພ້ອມທັງສະເໜີລັດຖະບານອາເມລິກາ ລົງນາມສັນຍາການຄ້າຕອບໂຕ້ກັບຫວຽດນາມ ໂດຍໄວ, ຮັບຮອງຫວຽດນາມ ແມ່ນພື້ນຖານເສດຖະກິດຕະຫຼາດ, ນໍາຫວຽດນາມ ອອກຈາກບັນຊີລາຍຊື່ D1 ແລະ D3 ຈໍາກັດການສົ່ງອອກບັນດາຜະລິດຕະພັນເຕັກໂນໂລຢີສູງ.
    |
 |
|
ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທງເຊີນ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: vov.vn |
ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນຊຸກຍູ້ການພົວພັນຮ່ວມມືເສດຖະກິດ, ການຄ້າສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບອາເມລິກາ; ຍາມໃດກໍ່ມານະພະຍາຍາມເພື່ອສ້າງສະພາບແວດລ້ອມດໍາເນີນທຸລະກິດສະຖຽນລະພາບ, ສະດວກທີ່ສຸດໃຫ້ປະຊາຄົມວິສາຫະກິດເວົ້າລວມ ແລະບັນດາວິສາຫະກິດອາເມລິກາ ເວົ້າສະເພາະ, ພ້ອມກັນເຮັດ, ພ້ອມກັນຊະນະ, ພ້ອມກັນຊົມໃຊ້, ພ້ອມກັນພັດທະນາອັນຍາວນານຢູ່ຫວຽດນາມ.
ໂດຍ: ໄຊນີດາ