ຫວຽດນາມ-ອິນໂດເນເຊຍ ຊຸກຍູ້ການຮ່ວມມືດ້ານບໍາລຸງສ້າງພະນັກງານ
ກປ.ອອນໄລ - ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຕ້ອນຮັບຄະນະຜູ້ແທນ LEMHANNAS (ອິນໂດເນເຊຍ), ຊຸກຍູ້ການຮ່ວມມືບໍາລຸງສ້າງ, ຄົ້ນຄວ້າ ແລະພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຮອດປີ 2045.
ຕອນເຊົ້າວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ສຈ, ປອ ຫງວຽນຊວນຖັ໊ງ, ກໍາມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບຄະນະຜູ້ແທນຂັ້ນສູງສະຖາບັນສ້າງຄວາມເຂັ້ມແຂງດ້ວຍຕົນເອງຊົນເຜົ່າ (LEMHANNAS), ສາທາລະນະລັດ ອິນໂດເນເຊຍ ນຳໂດຍທ່ານ ປອ Ace Hasan Syadzily, ປະທານ LEMHANNAS.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: vov.vn |
ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຖັ໊ງ ໃຫ້ຮູ້ວ່າ ໃນບັນດານະໂຍບາຍຍຸດທະສາດສຳລັບໄລຍະພັດທະນາໃໝ່, ພັກ, ລັດຫວຽດນາມ ກໍານົດການກໍ່ສ້າງພື້ນຖານການສຶກສາປະຊາຊົນໃນປະເທດທີ່ທັນສະໄໝ, ທຽບກັບພາກພື້ນ ແລະໃນໂລກ. ນີ້ແມ່ນເນື້ອໃນໃໝ່ ແລະມີຄວາມສຳຄັນທີ່ສຸດ, ໃນສະພາບການຫວຽດນາມ ພວມປະຕິບັດຫຼາຍການຫັນປ່ຽນ, ຄື: ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ພິເສດແມ່ນການຫັນປ່ຽນໂຄງປະກອບ ແລະຄຸນນະພາບຊັບພະຍາກອນມະນຸດ. ທ່ານ ຫງວຽນຊວນຖັ໊ງ ສະເໜີສອງຝ່າຍສ້າງຂອບເຂດການຮ່ວມມືບຸລິມະສິດ ແລະກະກຽມລົງນາມໃນບົດບັນທຶກຊ່ວຍຈຳ (MOU), ສຸມໃສ່ເຂົ້າໃນການຮ່ວມມືດ້ານບໍາລຸງສ້າງ, ຄົ້ນຄວ້າ ແລະເຈລະຈານະໂຍບາຍ, ແລກປ່ຽນນັກຊ່ຽວຊານ...
ພາຍຫຼັງການຕ້ອນຮັບ, ຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະສະຖາບັນສ້າງຄວາມເຂັ້ມແຂງດ້ວຍຕົນເອງຊົນເຜົ່າ (LEMHANNAS) ໄດ້ມີການໂອ້ລົມສົນທະນາແລກປ່ຽນ, ເຮັດວຽກກ່ຽວກັບຂະບວນການຫັນປ່ຽນລະບົບການສຶກສາຂອງຫວຽດນາມ ແນໃສ່ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອຮັບໃຊ້ເປົ້າໝາຍພັດທະນາຮອດປີ 2045; ບົດຮຽນ, ນະໂຍບາຍ, ຮູບແບບການຮ່ວມມືໃນການບໍາລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ໂດຍ: ເຈິ່ນຮວ່ຽນ