ກອງປະຊຸມສໍາມະນາທິດສະດີ ຄັ້ງທີ 20 ລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດຈີນ
ກປ.ອອນໄລ - ຕອນບ່າຍວັນທີ 12 ພະຈິກ, ຢູ່ແຂວງນິງບິ່ງ, ພັກກອມມູນິດຫວຽດນາມ ແລະພັກກອມມູນິດຈີນ ໄດ້ຈັດຕັ້ງພິທີໄຂກອງປະຊຸມສໍາມະນາທິດສະດີ ຄັ້ງທີ 20 ດ້ວຍຫົວຂໍ້ "ເສັ້ນທາງ ແລະພຶດຕິກໍາຕົວຈິງຂອງລັດທິສັງຄົມນິຍົມ ໃນສະຕະວັດທີ 21".
ຄະນະຜູ້ແທນພັກກອມມູນິດຫວຽດນາມ ນຳໂດຍທ່ານ ຫງວຽນຊວນທັງ, ກຳມະການກົມການເມືອງ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ. ຄະນະຜູ້ແທນພັກກອມມູນິດຈີນ ນຳໂດຍທ່ານ Li Shulei, ກຳມະການກົມການເມືອງ, ເລຂາຄະນະເລຂາທິການ, ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ.
    |
 |
|
ບັນດາຜູ້ແທນຫວຽດນາມ ແລະຈີນ ທີ່ພິທີໄຂກອງປະຊຸມສໍາມະນາ. ພາບ: qdnd.vn |
ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ, ທ່ານ ຫງວຽນຊວນທັງ ເນັ້ນໜັກວ່າ ພາລະກິດປ່ຽນແປງໃໝ່ຂອງຫວຽດນາມ ແລະພາລະກິດປະຕິຮູບເປີດປະຕູຂອງຈີນ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ຢືນຢັນຄວາມຖືກຕ້ອງຂອງຮູບແບບສັງຄົມນິຍົມໃນສະຕະວັດທີ 21. ທ່ານ ຫງວຽນຊວນທັງ ໄດ້ແນະນໍາກ່ຽວກັບຮູບແບບສັງຄົມນິຍົມຢູ່ຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດ ເຊິ່ງໄດ້ສ້າງຂຶ້ນໃນ 3 ເສົາຄ້ຳ, ລວມມີ: ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແລະປະຊາທິປະໄຕສັງຄົມນິຍົມ.
ຫົວໜ້າຄະນະສອງທ່ານ ໄດ້ຢືນຢັນເຖິງຄວາມໝາຍສຳຄັນຂອງການເພີ່ມທະວີການແລກປ່ຽນທິດສະດີ ແລະພຶດຕິກໍາຕົວຈິງໃນການກໍ່ສ້າງສັງຄົມນິຍົມໃນສະຕະວັດທີ 21; ເນັ້ນໜັກວ່າໃນສະພາບການຂອງໂລກທີ່ມີການຜັນປ່ຽນຢ່າງວ່ອງໄວ, ສັບສົນ, ພ້ອມກັບການພັດທະນາຂອງວິທະຍາສາດ-ເຕັກໂນໂລຊີ, ສອງຝ່າຍພ້ອມກັນປຶກສາຫາລື, ຊອກຫາຄວາມກ້າວໜ້າໃນວິທີການນຳພາຂອງພັກ; ເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ; ເສີມຂະຫຍາຍ, ສົມທົບບັນດາຄຸນຄ່າທາງວັດທະນະທຳຂອງແຕ່ລະປະເທດ ກັບຄຸນຄ່າຂອງຕາເວັນອອກ ແລະບັນດາຄຸນຄ່າທົ່ວໄປຂອງມວນມະນຸດ.
ໂດຍ: ຈາງຫງວຽນ