ພ້ອມກັນບືນຕົວຂຶ້ນໃນພາລະກິດພັດທະນາ
ຕີລາຄາສູງຜົນການພົບປະສອງຝ່າຍລະຫວ່າງພະມະຫາກະສັດ Al Hussein ແລະທ່ານປະທານປະເທດ ເລືອງເກື່ອງ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ແລະຈໍແດນ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງແນໃສ່ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນ ບໍ່ພຽງແຕ່ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດເທົ່ານັ້ນ ຫາກຍັງແມ່ນຜົນປະໂຫຍດຂອງພາກພື້ນອາຊຽນ ແລະຕາເວັນອອກກາງ ອີກດ້ວຍ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບພະມະຫາກະສັດ ຈໍແດນ Abdullah II Ibn Al Hussein. ພາບ: qdnd.vn |
ແຈ້ງໃຫ້ທ່ານເລຂາທິການໃຫຍ່ ໂຕເລິມ ຮັບຊາບກ່ຽວກັບຜົນການພົບປະສອງຝ່າຍກັບທ່ານປະທານປະເທດ ເລືອງເກື່ອງ, ພະມະຫາກະສັດ Al Hussein ຢັ້ງຢືນວ່າ ຈໍແດນ ປາດຖະໜາຢາກຊຸກຍູ້ການຮ່ວມມືຮອບດ້ານກັບຫວຽດນາມ, ໃນນັ້ນພິເສດແມ່ນການຮ່ວມມືລະຫວ່າງພາກເອກະຊົນຂອງສອງຝ່າຍ. ຄຽງຂ້າງນັ້ນ, ພະມະຫາກະສັດ ຫວັງວ່າ ສອງຝ່າຍຈະປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກວ່າອີກ, ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແບ່ງປັນປະສົບການ ແລະຖອດຖອນບົດຮຽນເຊິ່ງກັນ ແລະກັນໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ, ຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນປະຊາຊົນເພື່ອແນໃສ່ຍົກສູງຄວາມເຂົ້າໃຈລະຫວ່າງສອງຊາດ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ໂຕເລິມ ແລະພະມະຫາກະສັດ Al Hussein ໄດ້ເຫັນດີເປັນເອກະສັນກັນວ່າ ໃນສະພາບການໂລກ ແລະພາກພື້ນພວມມີການຜັນແປສັບສົນຫຼາຍຢ່າງ, ຫວຽດນາມ ແລະຈໍແດນ ຄວນຊຸກຍູ້ການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍໃໝ່. ການນຳສອງທ່ານ ກໍ່ເຫັນດີເປັນເອກະພາບກ່ຽວກັບບາງມາດຕະການລະອຽດຕ້ອງຜັນຂະຫຍາຍໃນໄລຍະຈະມາເຖິງ: ຄື: ການເມືອງ-ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງ ແລະສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ພິເສດແມ່ນໃນຂົງເຂດກະສິກຳ, ສາທາລະນະສຸກ ແລະອຸປະກອນການແພດ, ການຢາ, ພະລັງງານ, ການທ່ອງທ່ຽວ...; ຊຸກຍູ້ການຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນອົງການສະຫະປະຊາຊາດ, ອາຊຽນ ແລະບັນດາອົງການຈັດຕັ້ງພາກພື້ນຢູ່ຕາເວັນອອກກາງ.
ໜ້າປະຫວັດສາດໃໝ່ໃນການພົວພັນສອງຝ່າຍ
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 12 ພະຈິກ, ທີ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບພະມະຫາກະສັດ Al Hussein ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ທ່ານ ເລືອງເກື່ອງ ປະທານປະເທດ ແລະພະມະຫາກະສັດ Al Hussein ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດ ດໍາເນີນການພົບປະສອງຝ່າຍ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະພະມະຫາກະສັດ ຈໍແດນ Abdullah II Ibn Al Hussein ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn |
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະພະມະຫາກະສັດ ຈໍແດນ Abdullah II Ibn Al Hussein. ພາບ: qdnd.vn |
ທີ່ການພົບປະສອງຝ່າຍ, ການນຳສອງທ່ານ ເຫັນດີເປັນເອກະສັນນໍາກັນວ່າ ຄຽງຂ້າງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ໃນຂົງເຂດເສດຖະກິດ, ຫວຽດນາມ ແລະຈໍແດນ ເປີດກວ້າງຕະຫຼາດໃຫ້ບັນດາຜະລິດຕະພັນທີ່ມີທ່າແຮງຂອງກັນ, ສົ່ງເສີມການລົງທຶນໃນຂົງເຂດພັດທະນາໂຄງລ່າງ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ຄົມມະນາຄົມ, ການຜະລິດ, ປຸງແຕ່ງຜະລິດຕະພັນກະເສດ, ຊຸກຍູ້ການເຊື່ອມຕໍ່ລະບົບນິເວດສະຕາດອັບ ແລະນະວັດຕະກຳ, ເປີດສາຍການບິນໂດຍໄວ. ພະມະຫາກະສັດ ຈໍແດນ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ພັດທະນາຂະແໜງ Halal ຜ່ານການແບ່ງປັນຂໍ້ມູນຂ່າວສານ ແລະປະສົບການໃນຂົງເຂດ Halal, ບັນຫາໃບຢັ້ງຢືນ Halal ແລະເປີດຕະຫຼາດໃຫ້ແກ່ບັນດາຜະລິດຕະພັນ Halal ຂອງຫວຽດນາມ. ການນຳສອງທ່ານ ຍັງເຫັນດີເປັນເອກະສັນຈະຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
* ພາຍຫຼັງການພົບປະສອງຝ່າຍລະຫວ່າງທ່ານປະທານປະເທດ ເລືອງເກື່ອງ ແລະພະມະຫາກະສັດ Al Hussein, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແລະທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຈໍແດນ ໄດ້ລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແລະບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືລະຫວ່າງສະຖາບັນການທູດຫວຽດນາມ ກັບ ສະຖາບັນການທູດຈໍແດນ.
ຍູ້ແຮງການຮ່ວມມືບົນພືນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າແຮງ
ຕອນບ່າຍວັນທີ 12 ພະຈິກ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບພະມະຫາກະສັດ ຈໍແດນ Al Hussein.
ເພື່ອຜັນຂະຫຍາຍຜົນການຢ້ຽມຢາມໃຫ້ມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພະມະຫາກະສັດ Al Hussein ໄດ້ເຫັນດີເປັນເອກະສັນນໍາກັນວ່າ ສອງປະເທດຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຜ່ານການເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືລະຫວ່າງສອງປະເທດ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະພະມະຫາກະສັດ ຈໍແດນ Abdullah II Ibn Al Hussein. ພາບ: qdnd.vn |
ໃນຂົງເຂດເສດຖະກິດ-ການຄ້າ-ການລົງທຶນ, ສອງຝ່າຍເຫັນດີຍູ້ແຮງການຮ່ວມມືບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະຄວາມຮຽກຮ້ອງຕ້ອງການພັດທະນາຂອງແຕ່ລະປະເທດ, ໃນນັ້ນມີການສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າຂອງກັນ.
ກ່ຽວກັບການຮ່ວມມືດ້ານກະສິກຳ, ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ຝ່າຍ ຈໍແດນ ເພີ່ມທະວີການໜູນຊ່ວຍຫວຽດນາມ ໃນການພັດທະນາຂະແໜງ Halal. ພະມະຫາກະສັດ ຈໍແດນ ຖືວ່າ, ສອງປະເທດສາມາດຜັນຂະຫຍາຍບັນດາໂຄງການຮ່ວມມືສອງຝ່າຍ ກໍ່ຄືການຮ່ວມມືສາມຝ່າຍເພື່ອແນໃສ່ຍົກສູງປະສິດທິຜົນຂອງໂຄງການ.
    |
 |
|
ບັນຍາການທີ່ການພົບປະ. ພາບ: qdnd.vn |
ທ່ານ ຟ້າມມິງຈິ໊ງ ແລະພະມະຫາກະສັດ Al Hussein ຍັງປຶກສາຫາລືມາດຕະການແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ-ບຳລຸງກໍ່ສ້າງ, ການພົບປະແລກປ່ຽນປະຊາຊົນ, ການທ່ອງທ່ຽວ, ສາທາລະນະສຸກ, ປັບປຸງກອບນິຕິກໍາ...
ການນຳສອງທ່ານ ໄດ້ເຫັນດີສືບຕໍ່ຊຸກຍູ້ການສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍທີ່ສຳຄັນ, ພິເສດແມ່ນທີ່ສະຫະປະຊາຊາດ. ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ແລກປ່ຽນບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ.
ຍົກສູງປະສິດທິຜົນການຮ່ວມມືລັດຖະສະພາ
ຕອນບ່າຍວັນທີ 12 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບ ພະມະຫາກະສັດ ຈໍແດນ Al Hussein.
ທີ່ການພົບປະ, ການນຳສອງທ່ານ ເຫັນດີເປັນເອກະສັນນໍາກັນວ່າ, ອົງການນິຕິບັນຍັດສອງປະເທດຄວນຍົກສູງປະສິດທິຜົນການຮ່ວມມືລັດຖະສະພາ, ຖືນີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະ ພະມະຫາກະສັດ ຈໍແດນ Al Hussein. ພາບ: qdnd.vn |
ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ເນັ້ນໜັກວ່າ, ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທາງດ້ານນິຕິກໍາ, ຊຸກຍູ້ນະໂຍບາຍໜູນຊ່ວຍການຮ່ວມມືສອງຝ່າຍ; ສົມທົບກັນຕິດຕາມກວດກາການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ, ຜ່ານນັ້ນຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ໂດຍ: ທູຈາງ