    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Li Shulei ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ. ພາບ: qdnd.vn |
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງກົນໄກແລກປ່ຽນທິດສະດີສູງສຸດລະຫວ່າງສອງພັກໃນຕະຫຼອດ 20 ປີຜ່ານມາ, ຕີລາຄາສູງຜົນສຳເລັດຂອງກອງປະຊຸມສໍາມະນາທິດສະດີ ຄັ້ງທີ 20 ດ້ວຍຫົວຂໍ້ “ເສັ້ນທາງ ແລະພຶດຕິກໍາຕົວຈິງຂອງລັດທິສັງຄົມນິຍົມ ໃນສະຕະວັດທີ 21”. ກອງປະຊຸມສໍາມະນາຄັ້ງນີ້ແມ່ນການຜັນຂະຫຍາຍຄວາມຮັບຮູ້ລວມຂັ້ນສູງຢ່າງທັນການ, ມີຄວາມໝາຍພິເສດເພື່ອສະຫຼຸບຢ່າງເລິກເຊິ່ງກ່ຽວກັບບັນດາຜົນງານສໍາຄັນ ແລະຖອດຖອນບົດຮຽນຂອງແຕ່ລະພັກ, ແຕ່ລະລັດບົນເສັ້ນທາງກ້າວຂຶ້ນສັງຄົມນິຍົມທີ່ສອດຄ່ອງກັບສະພາບການຂອງປະເທດຕົນ, ປະກອບສ່ວນພັດທະນາທິດສະດີກ່ຽວກັບຮູບແບບລັດທິສັງຄົມນິຍົມ ທັນສະໄໝ, ຜ່ານນັ້ນສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງຝ່າຍ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ Li Shulei ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ. ພາບ: qdnd.vn |
ສ່ວນທ່ານ Li Shulei ຢືນຢັນວ່າ ຈີນ ຍາມໃດກໍ່ຖືຫວຽດນາມ ແມ່ນທິດທາງບຸລິມະສິດໃນນະໂຍບາຍການທູດບ້ານໃກ້ເຮືອນຄຽງ; ພ້ອມແລ້ວທີ່ຈະພ້ອມກັບພັກ, ລັດຫວຽດນາມ ຜັນຂະຫຍາຍບັນດາຂໍ້ຕົກລົງ ແລະຄວາມຮັບຮູ້ລວມຂັ້ນສູງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຂົ້າສູ່ລົງເລິກການຮ່ວມມືແທດຈິງ, ຍົກລະດັບການຮ່ວມມືໃນຂົງເຂດວັດທະນະທໍາ, ການສຶກສາ, ການທ່ອງທ່ຽວ, ພົບປະແລກປ່ຽນປະຊາຊົນ. ທ່ານ Li Shulei ເນັ້ນໜັກວ່າ ບັນດາອົງການທິດສະດີ, ໂຄສະນາຂອງພັກ, ລັດຈີນ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບອົງການທີ່ກ່ຽວຂ້ອງຂອງຫວຽດນາມ, ຍູ້ແຮງການພົບປະແລກປ່ຽນ, ຮ່ວມມື, ແບ່ງປັນບົດຮຽນກ່ຽວກັບການກໍ່ສ້າງພັກ ແລະຄຸ້ມຄອງປະເທດ ກວ່າອີກ, ເພີ່ມທະວີການໂຄສະນາມິດຕະພາບ, ປັບປຸງພື້ນຖານສັງຄົມອັນດີງາມ, ປະກອບສ່ວນເຮັດໃຫ້ເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ ອຸດົມສົມບູນ ກວ່າອີກ.
* ຕອນບ່າຍວັນດຽວກັນ, ຢູ່ສຳນັກງານສູນກາງພັກ, ທ່ານ ຈິ້ງວັນກວ໊ຽດ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ໄດ້ມີການພົບປະສອງຝ່າຍກັບທ່ານ Li Shulei, ກຳມະການກົມການເມືອງ, ເລຂາຄະນະເລຂາທິການ, ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທີ່ການພົບປະ, ສອງຝ່າຍໄດ້ຢືນຢັນວ່າ ການຮ່ວມມືລະຫວ່າງຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ກັບຄະນະໂຄສະນາສູນກາງພັກກອມມູນິດຈີນ ນັບມື້ນັບເສີມຂະຫຍາຍບົດບາດສຳຄັນ.
ເນັ້ນໜັກເຖິງຄວາມສຳຄັນຂອງການຊາບຊຶມ ແລະປະຕິບັດຄວາມຮັບຮູ້ລວມລະຫວ່າງສອງສະຫາຍເລຂາທິການໃຫຍ່, ທ່ານ ຈິ້ງວັນກວ໊ຽດ ແລະທ່ານ Li Shulei ໄດ້ເຫັນດີເສີມຂະຫຍາຍບົດບາດນໍາໜ້າ, ກໍານົດທິດຍຸດທະສາດຂອງການພົວພັນຊ່ອງທາງພັກສໍາລັບການພົວພັນສອງປະເທດໃນໄລຍະໃໝ່; ເພີ່ມທະວີການແບ່ງປັນບົດຮຽນກ່ຽວກັບວຽກງານຄົ້ນຄວ້າທິດສະດີ, ກໍ່ສ້າງພັກ. ສອງຝ່າຍໄດ້ແລກປ່ຽນບາງທິດທາງແນໃສ່ຊຸກຍູ້ການຮ່ວມມື, ພົບປະແລກປ່ຽນມິດຕະພາບລະຫວ່າງຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ກັບຄະນະໂຄສະນາສູນກາງພັກກອມມູນິດຈີນ.
    |
 |
|
ທ່ານ ຈິ້ງວັນກວ໊ຽດ ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ແລະທ່ານ Li Shulei ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ. ພາບ: qdnd.vn |
ສອງຝ່າຍເຫັນດີຮັກສາການຮ່ວມມືເປັນປະຈຳດ້ວຍຈຸດສຸມແມ່ນເພີ່ມທະວີການພົບປະແລກປ່ຽນດ້ານທິດສະດີ ແລະແນວຄິດ; ຍູ້ແຮງການໂຄສະນາກ່ຽວກັບນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ ແລະຜົນງານການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ; ເພີ່ມທະວີການຮ່ວມມືລະຫວ່າງອົງການສື່ມວນຊົນ, ພົບປະແລກປ່ຽນລະຫວ່າງບັນດາອົງການຈັດຕັ້ງມະຫາຊົນ, ເປັນຕົ້ນແມ່ນລຸ້ນໜຸ່ມ, ປັບປຸງພື້ນຖານສັງຄົມອັນໝັ້ນແກ່ນໃຫ້ການພັດທະນາແບບຍືນຍົງ, ຍາວນານຂອງການພົວພັນລະຫວ່າງສອງພັກ, ສອງລັດ; ພ້ອມທັງພ້ອມກັນມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນໃຫ້ດີກວ່າເກົ່າ, ຮັບປະກັນເໝາະສົມກັບຄວາມຮັບຮູ້ລວມຂັ້ນສູງ ແລະກົດໝາຍສາກົນ.
ໂດຍ: ເຈິ່ນຮວ່ຽນ