ທ່ານນາຍົກລັດຖະມົນຕີ ເປັນປະທານກອງປະຊຸມ ຄັ້ງທີ 21 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນ IUU
ກປ.ອອນໄລ - ຕອນປ່າຍວັນທີ 11 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ ຄັ້ງທີ 21 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU), ເຊິ່ງໄດ້ຈັດຂຶ້ນທາງອອນລາຍກັບ 21 ແຂວງ ແລະນະຄອນແຄມຝັ່ງທະເລ. ນີ້ແມ່ນກອງປະຊຸມປະຈຳອາທິດ ເພື່ອຕໍ່ສູ້ກັບການຂຸດຄົ້ນ IUU.
ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາກະຊວງ, ຂະແໜງການ, ອົງການຕ່າງໆ, ໂດຍສະເພາະແມ່ນກໍາລັງກອງທັບ, ຕຳຫຼວດ, ກະຊວງກະສິກຳ ແລະສິ່ງແວດລ້ອມ ແລະທ້ອງຖິ່ນຕ່າງໆທີ່ສືບຕໍ່ຕໍ່ສູ້ກັບການຂຸດຄົ້ນ IUU ຢ່າງເດັດຂາດ ແລະຕັດສິນໃຈຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ໃນປີ 2025.
ຕັ້ງເປົ້າໝາຍໃນອາທິດໜ້າຕ້ອງແກ້ໄຂບັນດາບັນຫາ EC ພິເສດເອົາໃຈໃສ່ ເພື່ອຍົກເລີກ “ບັດເຫຼືອງ” ຂອງ EC ໃນປີ 2025, ທ່ານນາຍົກລັດຖະມົນຕີ ຊີ້ນໍາ, ຈັດຕັ້ງອາທິດຈຸດສູງຂອງເດືອນຈຸດສູງຕ້ານການຂຸດຄົ້ນ IUU, ສຸມໃສ່ແກ້ໄຂຈໍານວຍກໍາປັ່ນບໍ່ໄດ້ລົງທະບຽນ, ຈໍານວຍກໍາປັ່ນບໍ່ຄົບເງື່ອນໄຂເຄື່ອນໄຫວ; ແກ້ໄຂກໍາປັ່ນລະເມີດ, ຂາດການເຊື່ອມຕໍ່ VMS; ຄວບຄຸມ ແລະກວດກາແຫຼ່ງກໍາເນີດຂອງສິນໃນທະເລ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: VGP |
ທ່ານນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ກະຊວງກະສິກຳ ແລະສິ່ງແວດລ້ອມ ສົມທົບກັບກະຊວງປ້ອງກັນປະເທດຜັນຂະຫຍາຍຢ່າງທັນທີລະບຽບການປະສານງານລະຫວ່າງຂະແໜງການກ່ຽວກັບການຕ້ານການຂຸດຄົ້ນ IUU. ປະຕິບັດສໍາເລັດການຍື່ນມະຕິສະບັບເລກທີ 38 ຢ່າງທັນທີໃນວັນທີ 12 ພະຈິກ; ຍື່ນສະເໜີປັບປຸງມະຕິສະບັບເລກທີ 37 ໃນເດືອນພະຈິກ 2025. ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດແຜນການຢ່າງທັນການ, ວິທີການເຮັດວຽກເຕັກນິກກັບ EC...
ຊີ້ນໍາກຸ່ມບໍລິສັດ Viettel ເປັນປະທານ, ສົມທົບກັບກຸ່ມບໍລິສັດ VNPT ແລະບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງປະຕິບັດການຫັນວຽກງານຄວບຄຸມເຮືອຫາປາ, ຕ້ານການຂຸດຄົ້ນ IUU ເປັນດີຈີຕອນ ແລະບັນດາບໍລິການສາທາລະນະລັດ...
ໂດຍ: ໄຊນີດາ