ກໍ່ສ້າງພື້ນຖານການທູດທີ່ຮອບດ້ານ, ທັນສະໄໝ, ເຂັ້ມຂຸ້ນໄປດ້ວຍສີສັນຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ ໄລຍະ 2025-2030. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ, ປະທານສະພາແຂ່ງຂັນ-ຍ້ອງຍໍຊົມເຊີຍສູນກາງ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນຊີ້ນໍາ.
ທີ່ກອງປະຊຸມໃຫຍ່, ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ຂະແໜງການທູດສືບຕໍ່ເສີມຂະຫຍາຍບົດບາດນໍາໜ້າ, ປ່ຽນແປງໃໝ່ຈິນຕະນາການ ແລະວິທີການຜັນຂະຫຍາຍວຽກງານການພົວພັນຕ່າງປະເທດໃນທຸກຂົງເຂດຢ່າງແຂງແຮງ; ກໍ່ສ້າງພື້ນຖານການທູດທີ່ຮອບດ້ານ, ທັນສະໄໝ, ເຂັ້ມຂຸ້ນໄປດ້ວຍສີສັນການທູດຫວຽດນາມ-ຢຶດໝັ້ນຕໍ່ຫຼັກການ, ອ່ອນໂຍນໃນຍຸດໂທບາຍ, ມະນຸດສະທໍາ, ຄຸນນະທຳ ໃນການກະທໍາ, ຢຶດໝັ້ນຕໍ່ຜົນປະໂຫຍດຂອງປະເທດ-ຊົນຊາດ, ສອດຄ່ອງກັບກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ ກະຊວງການຕ່າງປະເທດ ໄລຍະ 2025-2030. ພາບ: qdnd.vn |
ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ: “ປະຕິບັດບົດບາດເຊື່ອມຕໍ່ໃຫ້ດີຂຶ້ນ: ເພີ່ມທະວີການທູດສອງຝ່າຍເພື່ອເຊື່ອມຕໍ່ພາຍໃນປະເທດ ແລະ ສາກົນ, ເຊື່ອມຕໍ່ເສດຖະກິດ, ເຊື່ອມຕໍ່ວັດທະນະທຳ, ເຊື່ອມຕໍ່ດີຈີຕອນ, ເຕັກໂນໂລຊີ, ເຊື່ອມຕໍ່ມະນຸດ... ປະຕິບັດພາລະກໍາສາກົນໃຫ້ດີຂຶ້ນ; ຍົກລະດັບການທູດຫຼາຍຝ່າຍຂອງຫວຽດນາມ; ສືບຕໍ່ເສີມຂະຫຍາຍບົດບາດ, ທີ່ຕັ້ງຂອງປະເທດໃນການເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການສ້າງເປັນຮູບປະທຳ ແລະປະຕິຮູບການຄຸ້ມຄອງທົ່ວໂລກໃຫ້ເປັນຢ່າງດີ, ເປັນຕົ້ນແມ່ນທີ່ບັນດາເວທີປາໄສ ແລະກົນໄກຫຼາຍຝ່າຍໃນພາກພື້ນ ແລະ ສາກົນ”.
5 ປີຜ່ານມາ, ໂດຍປະຕິບັດຂະບວນການແຂ່ງຂັນ ໂດຍ ສູນກາງປຸກລະດົມ, ຂະແໜງການທູດບັນລຸໄດ້ຜົນງານດີເດັ່ນ, ເປັນຈຸດພົ້ນເດັ່ນຂອງວຽກງານການພົວພັນຕ່າງປະເທດ ກ່ຽວກັບການທູດວັກຊິນໃນໄລຍະແຜ່ລະບາດພະຍາດໂຄວິດ-19, ເມື່ອໄດ້ລະດົມ ແລະຮັບເອົາວັກຊິນກວ່າ 258 ລ້ານໂດສ, ປະຢັດໃຫ້ງົບປະມານແຫ່ງລັດກວ່າ 900 ລ້ານ USD, ຮັບເອົາອຸປະກອນການແພດ ດ້ວຍມູນຄ່າທັງໝົດ 80 ລ້ານ USD.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ປະດັບຫຼຽນໄຊແຮງງານຊັ້ນ I, ຫຼຽນໄຊແຮງງານຊັ້ນ III ແລະມອບທຸງແຂ່ງຂັນຂອງລັດຖະບານ ໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນຂອງກະຊວງການຕ່າງປະເທດ. ພາບ: qdnd.vn |
ກ່ຽວກັບການທູດຫຼາຍຝ່າຍ, ຫວຽດນາມ ໄດ້ດໍາລົງຕໍາແໜ່ງສໍາເລັດຜົນໃນບົດບາດສຳຄັນ ຄື: ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ໄລຍະ 2020-2021; ປະທານອາຊຽນ ປີ 2020; ຈັດຕັ້ງເວທີປາໄສອະນາຄົດອາຊຽນ ສຳເລັດຜົນ, ປະສານສົມທົບຈັດຕັ້ງພິທີເປີດການລົງນາມສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ສໍາເລັດຜົນ.
ເນື່ອງໃນໂອກາດນີ້, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ປະດັບຫຼຽນໄຊແຮງງານຊັ້ນ I, ຫຼຽນໄຊແຮງງານຊັ້ນ III ແລະ ມອບທຸງແຂ່ງຂັນຂອງລັດຖະບານ ໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນຂອງກະຊວງການຕ່າງປະເທດ.
ໂດຍ: ທູຈາງ