ກອງປະຊຸມໄດ້ເຊື່ອມຕໍ່ທາງອອນໄລຈາກສຳນັກງານນາຍົກລັດຖະມົນຕີ ກັບ 26 ແຂວງ, ນະຄອນທີ່ມີບັນດາໂຄງການ, ກິດຈະການກໍ່ສ້າງສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ ຄັ້ງທີ 21 ຂອງຄະນະຊີ້ນໍາ. ພາບ: VGP

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ປັດຈຸບັນມີກວ່າ 120 ໂຄງການ, ກິດຈະການກໍ່ສ້າງຂຶ້ນກັບການຊີ້ນຳຂອງຄະນະຊີ້ນຳ ຢູ່ກວ່າ 30 ແຂວງ, ນະຄອນຂຶ້ນກັບ 3 ຂົງເຂດທາງບົກ, ທາງອາກາດ ແລະທ່າກໍາປັ່ນ. ມາຮອດປັດຈຸບັນ, ຄະນະຊີ້ນຳໄດ້ຈັດຕັ້ງກອງປະຊຸມ 20 ຄັ້ງ, ໄດ້ມີ 19 ໂຄງການ, ກິດຈະການກໍ່ສ້າງທາງບົກ ແລະໜຶ່ງໂຄງການທ່າອາກາດສະຍານ ຂຶ້ນກັບຄະນະຊີ້ນຳ ໄດ້ສໍາເລັດ ແລະນຳເຂົ້າເຄື່ອນໄຫວ, ນໍາໃຊ້ແລ້ວ.

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ມາຮອດວັນທີ 19 ທັນວາໂດຍແມ່ນວັນຈັດຕັ້ງພິທີເລີ່ມລົງມືກໍ່ສ້າງ, ພິທີເປີດນຳໃຊ້ບັນດາໂຄງການ, ກິດຈະການກໍ່ສ້າງໃຫຍ່, ເວລາຍັງເຫຼືອພຽງ 2 ເດືອນ, ສະນັ້ນຕ້ອງເພີ່ມຄວາມໄວ, ບຸກທະລຸໃນການຜັນຂະຫຍາຍບັນດາໂຄງການ, ກິດຈະການກໍ່ສ້າງຈຸດສຸມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຜູ້ແທນສຸມໃສ່ລາຍງານ, ປຶກສາຫາລື, ສະເໜີໃຫ້ບັນດາມາດຕະການຜັນຂະຫຍາຍໃນໄລຍະຈະມາເຖິງຢ່າງຈະແຈ້ງ, ເປັນຕົ້ນແມ່ນສໍາລັບບັນດາໂຄງການຕ້ອງສໍາເລັດໃນປີນີ້.

ໂດຍ: ຈາງຫງວຽນ