ທ່ານປະທານສະພາແຫ່ງຊາດ ໄດ້ຮັບຮູ້ ແລະຍ້ອງຍໍສັນລະເສີນບັນດາໝາກຜົນໂດຍນະຄອນ ເກິ່ນເທີ ບັນລຸໄດ້ໃນໄລຍະຜ່ານມາໃນນັ້ນມີຕາແສງ ອານນິງ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ຢາກໃຫ້ມີນະຄອນເຂັ້ມແຂງ, ບ້ານຕ້ອງເຂັ້ມແຂງ, ຕາແສງຕ້ອງເຂັ້ມແຂງດ້ວຍບັນດາສະຖານທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ອຳນາດການປົກຄອງທຸກຂັ້ນຕ້ອງສືບຕໍ່ສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ການນຳແຂວງເກິ່ນເທີ ມອບຂອງຂວັນໃຫ້ແກ່ບັນດາຄູບ່າ ໃນວັນບຸນ. ພາບ:  nhandan.vn

ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ປາດຖະໜາຢາກນະຄອນ ເກິ່ນທີ ປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດ ທຸກຂັ້ນຕາມການຊີ້ນຳທີ່ລະອຽດ, ເລິກເຊິ່ງຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ກອງປະຊຸມໃຫຍ່ ຄະນະພັກແນວໂຮມປະເທດຊາດ, ບັນດາໝູ່ຄະນະຂັ້ນສູນກາງອາຍຸການ 2025 - 2030.

ແຫຼ່ງຄັດຈາກ: vovworld.vn