ຫວຽດນາມ ແລະ ບຣາຊິນ ຊຸກຍູ້ການຮ່ວມມືຫຼາຍຂົງເຂດ
ກປ.ອອນໄລ - ຫວຽດນາມ ມີຄວາມຕ້ອງການໃຫຍ່ ແລະເປັນປະຈໍາສໍາລັບສິນຄ້າປະເພດຕ່າງໆ, ຄື: ໝາກຖົ່ວເຫຼືອງ, ສາລີ, ຝ້າຍ ແລະແຮ່ເຫຼັກ, ເຊິ່ງຮັບໃຊ້ການຜະລິດອາຫານສັດລ້ຽງ, ຕ່ຳຜ້າ ແລະຫຼອມໂລຫະ.
ນີ້ແມ່ນຄໍາປາໄສຂອງທ່ານ ບຸ່ຍວັນງີ້ ເອກອັກຄະລັດຖະທູດຫວຽດນາມ ປະຈຳບຣາຊິນ ໃນການເຮັດວຽກກັບທ່ານ Mauricio Buffon, ປະທານສະມາຄົມຜະລິດໝາກຖົ່ວເຫຼືອງບຣາຊິນ (Aprosoja) ໃນວັນທີ 7 ພະຈິກ ຢູ່ Brasilia, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດ ກະສິກຳ - ອຸດສາຫະກໍາ ແລະການຄ້າຜະລິດຕະພັນກະເສດລະຫວ່າງສອງປະເທດ.
ທ່ານເອກອັກຄະລັດຖະທູດ ບຸ່ຍວັນງີ້ ໄດ້ເນັ້ນໜັກເຖິງຄວາມຕ້ອງການຂອງສັນຍາການຄ້າເສລີ ລະຫວ່າງຫວຽດນາມ ແລະ MERCOSUR ແລະ ຫວັງວ່າ ບຣາຊິນ - ໃນຖານະທີ່ເປັນປະທານໝູນວຽນໃນປີ 2025 ພ້ອມກັບບັນດາສະມາຄົມອຸດສາຫະກຳ ແລະກະສິກຳ ບຣາຊິນ - ຈະສະໜັບສະໜູນຂະບວນການນີ້ຢ່າງແຂງແຮງ, ຜ່ານນັ້ນສ້າງກອບນິຕິກໍາທີ່ຮອບດ້ານໃຫ້ການຮ່ວມມືດ້ານການຄ້າ, ການລົງທຶນ ແລະການພັດທະນາແບບຍືນຍົງລະຫວ່າງຫວຽດນາມ ແລະ ບຣາຊິນ ກໍ່ຄືບັນດາປະເທດສະມາຊິກ.
    |
 |
|
ທ່ານ ບຸ່ຍວັນງີ້ ເອກອັກຄະລັດຖະທູດຫວຽດນາມ ປະຈຳບຣາຊິນ ຕ້ອນຮັບທ່ານ Mauricio Buffon ປະທານ Aprosoja. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ Mauricio Buffon ຢືນຢັນວ່າ ບຣາຊິນ ຖື ຫວຽດນາມ ເປັນຄູ່ຮ່ວມມືຍຸດທະສາດທີ່ສຳຄັນໃນອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງເຊື່ອໝັ້ນວ່າ ດ້ວຍພື້ນຖານທີ່ໜັກແໜ້ນຂອງການຮ່ວມມືທາງດ້ານການເມືອງ - ການທູດ ແລະຄວາມສາມາດບົ່ມຊ້ອນທາງເສດຖະກິດອັນໃຫຍ່ຫຼວງ, ສອງປະເທດຈະສືບຕໍ່ເປີດກວ້າງການຮ່ວມມືໃນຂົງເຂດກະສິກຳ, ການປຸງແຕ່ງ ແລະການຄ້າຜະລິດຕະພັນກະເສດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ບຣາຊິນ ໃຫ້ພັດທະນາຢ່າງແທດຈິງ, ສົມດຸນ ແລະຍືນຍົງ.
ທ່ານ Mauricio Buffon ກໍ່ໃຫ້ຮູ້ວ່າ Aprosoja ມີບົດບາດເປັນຂົວເຊື່ອມຕໍ່ລະຫວ່າງຜູ້ຜະລິດ ແລະວິສາຫະກິດນຳເຂົ້າ-ສົ່ງອອກ ແລະຕະຫຼາດສາກົນ, ໃນນັ້ນ ຫວຽດນາມ ໄດ້ຮັບການຖືວ່າເປັນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນແຖວໜ້າໃນອາຊີ.
ໂດຍ: ຈາງຫງວຽນ