ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມປິຕິຊົມຊື່ນເພື່ອສາຍພົວພັນຮ່ວມມືທີ່ມີໜຶ່ງບໍ່ມີສອງລະຫວ່າງສອງປະເທດໃນໄລຍະຜ່ານມາສືບຕໍ່ພັດທະນາຢ່າງຕັ້ງໜ້າ, ໜັກແໜ້ນ, ນັບມື້ນັບເຂົ້າສູ່ລວງເລິກ, ສອງຝ່າຍຕັ້ງໜ້າຜັນຂະຫຍາຍບັນດາຄໍາໝັ້ນສັນຍາທີ່ໄດ້ເຫັນດີເປັນເອກະພາບທີ່ການພົບປະຄັ້ງຕ່າງໆລະຫວ່າງການນໍາຂັ້ນສູງຂອງສອງປະເທດ, ບັນລຸໄດ້ຫຼາຍໝາກຜົນສໍາຄັນໃນທຸກຂົງເຂດ.

leftcenterrightdel
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມລາວ. ພາບ: nhandan.vn

ທ່ານ ໂພໄຊ ໄຊຍະສອນ ໄດ້ຂອບໃຈທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຍາມໃດກໍ່ເອົາໃຈໃສ່, ຊີ້ນໍາ, ສ້າງເງື່ອນໄຂໃຫ້ການຮ່ວມມືລະຫວ່າງກະຊວງພາຍໃນ (ກ່ອນນີ້ແມ່ນກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມ) ແລະກະຊວງແຮງງານ ແລະສະຫວັດດີການສັງຄົມລາວ, ກໍ່ຄືເພີ່ມພູນຄູນສ້າງໃຫ້ສາຍພົວພັນອັນດີງາມລະຫວ່າງສອງປະເທດ. ທ່ານ ໂພໄຊ ໄຊຍະສອນ ໃຫ້ຮູ້ວ່າສອງກະຊວງມີການພົວພັນອັນດີງາມ. ສອງຝ່າຍແບ່ງປັນບົດຮຽນໃນການກໍ່ສ້າງ ແລະປະຕິບັດກົດໝາຍ, ນະໂຍບາຍພັດທະນາຕະຫຼາດແຮງງານ, ປະກັນໄພສັງຄົມ, ຄຸ້ມຄອງແຮງງານຕ່າງປະເທດໄປຍັງສອງປະເທດເຮັດວຽກ, ແຮງງານໄປຮຽກວຽກຢູ່ຕ່າງປະເທດ ແລະຂົງເຂດຜູ້ມີຄຸນງາມຄວາມດີ...

ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສອງກະຊວງໃນໄລຍະຜ່ານມາ, ທ່ານ ຟ້າມມິງຈິງ ສະເໜີສອງກະຊວງສືບຕໍ່ເສີມຂະຫຍາຍ ແລະສົມທົບກັນຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງ. ໃນນັ້ນ, ສຸມໃສ່ຮ່ວມມື, ໜູນຊ່ວຍ, ແບ່ງປັນໃນຂົງເຂດບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແຮງງານ, ວຽກເຮັດງານທໍາ, ນະໂຍບາຍຜູ້ມີຄຸນງາມຄວາມດີ...; ຄົ້ນຄວ້າກໍ່ສ້າງການກໍານົດທິດໃໝ່ກ່ຽວກັບການຮ່ວມມືແຮງງານ-ຜູ້ມີຄຸນງາມຄວາມດີລະຫວ່າງຫວຽດນາມ ແລະລາວ ໃນສະພາບການໃໝ່, ບົນພື້ນຖານນັ້ນ ການລົງນາມຂໍ້ຕົກລົງໃນຂົງເຂດນີ້ ເພື່ອເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນບັນດາຂົງເຂດລວມຂອງສອງກະຊວງ; ສົ່ງເສີມຮັກສາ ແລະຍູ້ແຮງກົນໄກຮ່ວມມືທີ່ມີຢູ່ແລ້ວ...

ຕອນບ່າຍວັນທີ 11 ພະຈິກ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່່ານ Peter Shanel Agovaka ລັດຖະມົນຕີກະຊວງການຕ່າງປະເທດ ແລະການຄ້າໝູ່ເກາະໂຊໂລມອນ ເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ໃນການພົບປະ, ທ່ານ ຟ້າມມິງຈິງ ຊົມເຊີຍທ່ານ Agovaka ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທໍາອິດ, ພ້ອມທັງແມ່ນການຢ້ຽມຢາມຂອງເຈົ້າໜ້າທີ່ຂັ້ນສູງສຸດລະຫວ່າງສອງປະເທດນັບແຕ່ການສ້າງຕັ້ງການພົວພັນທາງການທູດປີ 1966; ສະແດງຄວາມເຊື່ອໝັ້ນວ່າການຢ້ຽມຢາມຂອງລັດຖະມົນຕີຈະແມ່ນຈຸດເລີ່ມທີ່ດີງາມນໍາການພົວພັນສອງປະເທດເຂົ້າສູ່ໄລຍະໃໝ່, ຟົດຟື້ນ ແລະມີເນື້ອແທ້ກວ່າ.

ໂດຍ: ໄຊນີດາ