ເປີດຊຸດຝຶກອົບຮົມວຽກງານກະຈາຍສຽງ-ໂທລະພາບ ໃຫ້ແກ່ກອງທັບແຫ່ງ ລາຊະອານາຈັກ ກຳປູເຈຍ
ກປ.ອອນໄລ - ໃນຕອນບ່າຍວັນທີ 3 ພະຈິກ, ທີ່ຮ່າໂນ້ຍ, ສູນກະຈາຍສຽງ ແລະໂທລະພາບກອງທັບ ໄດ້ເປີດຊຸດຝຶກອົບຮົມວຽກງານກະຈາຍສຽງ-ໂທລະພາບໃຫ້ແກ່ກອງທັບ ແຫ່ງລາຊະອານາຈັກກໍາປູເຈຍ ປີ 2025.
    |
 |
|
ບັນຍາກາດທີ່ພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn |
ໃນໄລຍະຝຶກອົບຮົມຢູ່ຫວຽດນາມ, ຄະນະພະນັກງານກອງທັບ ແຫ່ງລາຊະອານາຈັກກໍາປູເຈຍ ຈະໄດ້ຮັບການແບ່ງປັນບົດຮຽນກ່ຽວກັບທັກສະການຂຽນຂ່າວ, ບັນນາທິການຂ່າວໃນລາຍການກະຈາຍສຽງ, ທັກສະສໍາພາດ, ສ້າງບົດສໍາພາດ, ສາລະຄະດີກະຈາຍສຽງ, ສ້າງລາຍການກະຈາຍສຽງໂດຍກົງ, ທ່າອ່ຽງພັດທະນາຂອງໂທລະພາບທັນສະໄໝໃນສະພາບການສື່ສານດີຈີຕອນ, ຂັ້ນຕອນການຜະລິດຜະລິດຕະພັນໂທລະພາບທັນສະໄໝ, ທັກສະ, ບົດຮຽນໃນການສໍາພາດ ຈາກສູນກະຈາຍສຽງ-ໂທລະພາບກອງທັບ...
ທ່ານພັນເອກພິເສດ ຫງວຽນວັນຮວານ ຮອງຜູ້ອໍານວຍການສູນກະຈາຍສຽງ-ໂທລະພາບກອງທັບ ຫວັງວ່າໃນໄລຍະຝຶກອົບຮົມເປັນເວລາ 2 ເດືອນ ຈະຊ່ວຍໃຫ້ນັກຝຶກອົບຮົມ ກໍາໄດ້ເນື້ອໃນພື້ນຖານກ່ຽວກັບການເຮັດວຽກໃນຂົງເຂດກະຈາຍສຽງ-ໂທລະພາບ; ເນັ້ນໜັກວ່າ ນີ້ແມ່ນກາລະໂອກາດ ເພື່ອໃຫ້ສອງຝ່າຍແບ່ງປັນບົດຮຽນໃນການປະຕິບັດງານ, ຜ່ານນັ້ນ ພ້ອມກັນຄົ້ນຄວ້າ, ໝູນໃຊ້ເພື່ອຍົກສູງຄຸນນະພາບວິຊາການ...
ໂດຍ: ໄຊນີດາ