leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Pete Hegseth ລັດຖະມົນຕີກະຊວງສົງຄາມອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງຜົນການພົບປະສອງຝ່າຍລະຫວ່າງທ່ານ Pete Hegseth ລັດຖະມົນຕີກະຊວງສົງຄາມອາເມລິກາ ແລະທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ຢືນຢັນວ່າ ການຮ່ວມມືດ້ານປ້ອງກັນຊາດ ໄດ້ ແລະພວມກາຍເປັນແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ. ທ່ານເລຂາທິການໃຫຍ່ ຫວັງວ່າ ສອງຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຢ່າງແທດຈິງ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຫຼັກການພົວພັນຕ່າງປະເທດ ແລະການປ້ອງກັນຊາດຂອງຫວຽດນາມ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ  Pete Hegseth ລັດຖະມົນຕີກະຊວງສົງຄາມອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານລັດຖະມົນຕີ Pete Hegseth ເນັ້ນໜັກວ່າ, ອາເມລິກາ ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ, ສະໜັບສະໜູນຫວຽດນາມ ເຂັ້ມແຂງ, ເອກະລາດ, ເປັນເຈົ້າຕົນເອງ ແລະວັດທະນາຖາວອນ; ປາດຖະໜາຢາກເພີ່ມທະວີການຮ່ວມມືໃນລະດັບຍຸດທະສາດນັບທັງສອງຝ່າຍ ແລະພາກພື້ນ; ເປັນຕົ້ນແມ່ນໃນຂົງເຂດຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ, ຄວາມໝັ້ນຄົງໃນການເດີນທະເລ, ການກູ້ຊ່ວຍມະນຸດສະທຳ, ການບໍາລຸງສ້າງນາຍທະຫານ, ການຮັກສາສັນຕິພາບສະຫະປະຊາຊາດ ແລະຮັບມືກັບໄພທຳມະຊາດ. ທ່ານ Pete Hegseth ຢືນຢັນວ່າ, ອາເມລິກາ ຈະສືບຕໍ່ໜູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດ, ຫັນອຸດສາຫະກຳປ້ອງກັນຊາດເປັນທັນສະໄໝ ແລະເປີດກວ້າງບັນດາໂຄງການຮ່ວມມືບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ທ່ານລັດຖະມົນຕີ Pete Hegseth ຢືນຢັນວ່າ ກະຊວງປ້ອງກັນປະເທດອາເມລິກາ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດຫວຽດນາມ ເພື່ອປະຕິບັດສຳເລັດບັນດາໂຄງການທີ່ກໍາລັງຜັນຂະຫຍາຍ, ພ້ອມທັງຂະຫຍາຍການຮ່ວມມືໄປສູ່ຂົງເຂດໃໝ່ທີ່ເໝາະສົມກັບຄວາມຕ້ອງການ ແລະກໍາລັງຄວາມສາມາດຂອງແຕ່ລະຝ່າຍ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍເຫັນດີຖືວ່າ, ການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະການເຈລະຈາຢ່າງເປັນປະຈຳລະຫວ່າງບັນດາອົງການຂອງສອງປະເທດ, ເປັນຕົ້ນແມ່ນລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບກະຊວງສົງຄາມອາເມລິກາ ມີຄວາມໝາຍສຳຄັນໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເລິກເຊິ່ງກວ່າອີກ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ສິ້ນສຸດການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີສອງຝ່າຍສືບຕໍ່ເສີມຂະຫຍາຍຈິດໃຈຮ່ວມມືບົນພື້ນຖານເຄົາລົບເຊິ່ງກັນ ແລະກັນ, ສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອຜົນປະໂຫຍດອັນຍາວນານຂອງປະຊາຊົນສອງປະເທດ. ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈຂອງການນຳສອງປະເທດ, ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ຈະກ້າວເຂົ້າສູ່ “ສັງກາດໃໝ່ແຫ່ງການຮ່ວມມືອັນແທດຈິງ ແລະພັດທະນາແບບຍືນຍົງ”.

* ຕອນບ່າຍວັນທີ 2 ພະຈິກ, ທີ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Pete Hegseth ລັດຖະມົນຕີກະຊວງສົງຄາມອາເມລິກາ.

ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ ຫວຽດນາມ ສະເໝີຕົ້ນສະເໝີປາຍປະຕິບັດແນວທາງການພົວພັນຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ເປັນເພື່ອນມິດ ແລະເປັນຄູ່ຮ່ວມມືທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ຮັກສາຫຼັກການປ້ອງກັນຊາດ “4 ບໍ່”, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ  ແລະທ່ານ  Pete Hegseth ລັດຖະມົນຕີກະຊວງສົງຄາມອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ຕີລາຄາສູງຜົນການພົບປະສອງຝ່າຍລະຫວ່າງທ່ານລັດຖະມົນຕີ Pete Hegseth ກັບທ່ານລັດຖະມົນຕີ ຟານວັນຢາງ, ທ່ານ ເລືອງເກື່ອງ ປະທານປະເທດ ຊົມເຊີຍເລື່ອງສອງຝ່າຍເຫັນດີເພີ່ມທະວີການເຈລະຈາ, ທາບທາມຄໍາເຫັນ, ແລກປ່ຽນຄະນະຜູ້ແທນ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ພິເສດແມ່ນໃນຂົງເຂດຄວາມໝັ້ນຄົງໃນການເດີນທະເລ, ກູ້ຊ່ວຍມະນຸດສະທຳ, ຮັກສາສັນຕິພາບສະຫະປະຊາຊາດ, ອຸດສາຫະກຳປ້ອງກັນຊາດ, ຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງຊັບພະຍາກອນມະນຸດ, ບົນຈິດໃຈໄວ້ເນື້ອເຊື່ອໃຈ, ສະເໝີພາບ ແລະເຄົາລົບເຊິ່ງກັນ ແລະກັນ, ເໝາະສົມກັບກົດໝາຍສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານລັດຖະມົນຕີ Pete Hegseth ເນັ້ນໜັກວ່າ, ອາເມລິກາ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໜູນຊ່ວຍການເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກ, ລ້າງທາດພິດດີໂອຊິນ..., ພ້ອມທັງປາດຖະໜາຢາກເປີດກວ້າງການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ຄວາມໝັ້ນຄົງໃນການເດີນທະເລ, ການບຳລຸງສ້າງ ແລະຍົກສູງກໍາລັງຄວາມສາມາດໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ  ແລະທ່ານ  Pete Hegseth ລັດຖະມົນຕີກະຊວງສົງຄາມອາເມລິກາ ພ້ອມດ້ວຍບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອແລກປ່ຽນກ່ຽວກັບບັນຫາພາກພື້ນ, ສອງຝ່າຍໄດ້ສະແດງການສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ພິເສດແມ່ນຫຼັກການຮັບປະກັນຄວາມເສລີພາບ ແລະຄວາມປອດໄພໃນການເດີນທະເລ ແລະການບິນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍ ວ່າດ້ວຍທະເລປີ 1982.

ໂດຍ: ທູຈາງ