leftcenterrightdel
ພະນັກງານກອງຮ້ອຍເຮືອ 202 ແລະຄ້າຍທະຫານຊາຍແດນ ຈ້ຽວເວີນ ແຈກໃບປິວ, ໂຄສະນາກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນ IUU ເຖິງພໍ່ແມ່ປະຊາຊົນຊາວປະມົງ ທີ່ພວມມັດເຮືອໄວ້ຢູ່ທ່າເກືອຫວຽດ (ແຂວງກວາງຈີ້). ພາບ: qdnd.vn

ຢູ່ທີ່ນີ້, ກຸ່ມປະຕິບັດງານຂອງສອງກົມກອງ ໄດ້ລົງພາຫະນະເຮືອຫາປາໂດຍກົງ ເພື່ອແຈກໃບປິວໂຄສະນາເຜີຍແຜ່ຂໍ້ກໍານົດຂອງກົດໝາຍວ່າດ້ວຍສິນໃນນໍ້າ ແລະບັນດາລະບຽບການທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂຸດຄົ້ນສິນໃນນໍ້າ, ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ຕາມລະບຽບການ (IUU).

ກຸ່ມປະຕິບັດງານໄດ້ເຜີຍແຜ່ ແລະແນະນຳຊາວປະມົງກ່ຽວກັບວິທີການບັນທຶກການຂຸດຄົ້ນ, ເກັບຊື້ສິນໃນທະເລ; ວິທີການແກ້ໄຂ ແລະຄວາມຮັບຜິດຊອບການແຈ້ງຂ່າວ ເມື່ອມີເຮືອຫາປາຂາດການເຊື່ອມຕໍ່ ແລະຮັກສາ 24/24 ຊົ່ວໂມງດ້ວຍອຸປະກອນຕິດຕາມການເດີນທາງ ເມື່ອເຄື່ອນໄຫວຢູ່ທະເລ; ວິທີການແລກປ່ຽນກັບກໍາລັງຕໍາຫຼວດທະເລ, ທະຫານຊາຍແດນກ່ຽວກັບບັນຫາທີ່ເກີດຂຶ້ນໃນວິວັດການຂຸດຄົ້ນ, ຫາສິນທະເລ, ພ້ອມທັງ, ຂົນຂວາຍເຈົ້າຂອງພາຫະນະ, ເຮືອຫາປາ ເຊັນຄໍາໝັ້ນສັນຍາບໍ່ຂຸດຄົ້ນສິນທະເລຢ່າງຜິດກົດໝາຍ ຢູ່ເຂດທະເລຕ່າງປະເທດ ແລະລະເມີດການຂຸດຄົ້ນ IUU.

leftcenterrightdel
ຜູ້ຕາງໜ້າກອງຮ້ອຍເຮືອ 202 (ຕໍາຫຼວດທະເລເຂດ 2) ແລະຄ້າຍທະຫານຊາຍແດນຈ້ຽວເວີນ ມອບທຸງຊາດໃຫ້ແກ່ຊາວປະມົງ. ພາບ: qdnd.vn

ຜ່ານການໂຄສະນາເຜີຍແຜ່ ແນໃສ່ຊ່ວຍໃຫ້ຊາວປະມົງຍົກສູງສະຕິ, ມີສະຕິໃນການປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດຢ່າງເຂັ້ມງວດເມື່ອຂຸດຄົ້ນ, ຫາສິນໃນນໍ້າ, ສິນທະເລຢູ່ທະເລ; ກໍາແໜ້ນນ່ານທະເລຂອງຫວຽດນາມ, ບໍ່ຫາສິນທະເລຢ່າງຜິດກົດໝາຍ ຢູ່ເຂດທະເລຕ່າງປະເທດ; ຮ່ວມແຮງຮ່ວມໃຈພ້ອມກັບທຸກຂັ້ນ, ທຸກຂະແໜງການ ແລະທົ່ວປະເທດເພື່ອຍົກເລີກ “ບັດເຫຼືອງ” ຂອງຄະນະກໍາມະການເອີລົບ (EC) ສໍາລັບສິນໃນນໍ້າຂອງຫວຽດນາມ.

ໃນໂອກາດນີ້, ກອງຮ້ອຍເຮືອ 202 ໄດ້ແຈກໃບປິວໂຄສະນາ 100 ໃບ ເພື່ອໂຄສະນາເຜີຍແຜ່ກ່ຽວກັບການປ້ອງກັນ ແລະຕ້ານການຂຸດຄົ້ນ IUU ແລະມອບທຸງຊາດ 50 ຜືນໃຫ້ແກ່ຊາວປະມົງ ທີ່ມັດເຮືອໄວ້ຢູ່ທ່າເກືອຫວຽດ.

ໂດຍ: ໄຊນີດາ