ທ່ານເລຂາທິການໃຫຍ່ ໂຕເລິມ: ຕ້ອງສ້າງກົນໄກເພື່ອໃຫ້ປະຊາຊົນ ມີສຽງເວົ້າ, ມີສິດຕິດຕາມກວດກາຢ່າງແທດຈິງ
“ຖືປະຊາຊົນເປັນໃຈກາງ ໝາຍຄວາມວ່າ ຕ້ອງສ້າງກົນໄກເພື່ອໃຫ້ປະຊາຊົນມີສຽງເວົ້າຢ່າງແທດຈິງ, ມີສິດຕິດຕາມກວດກາຢ່າງແທດຈິງ, ມີໂອກາດເຂົ້າຮ່ວມບັນດາບັນຫາຢ່າງແທດຈິງ”.
ນີ້ແມ່ນຄຳເນັ້ນໜັກຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນຕອນບ່າຍວັນທີ 4 ພະຈິກ ເມື່ອກ່າວຄຳເຫັນໃນວາລະປຶກສາຫາລືຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ກ່ຽວກັບຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.
    |
 |
|
ກອງປະຊຸມສະໄໝສາມັນ ເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ XV. ພາບ: quochoi.vn |
ເມື່ອຢັ້ງຢືນທິດນຳ “ຖືປະຊາຊົນເປັນໃຈກາງ”, ປະຊາຊົນບໍ່ພຽງແຕ່ແມ່ນເປົ້າໝາຍຊົມໃຊ້ເທົ່ານັ້ນ ຫາກຍັງແມ່ນເຈົ້າກຳເຂົ້າຮ່ວມ, ຕິດຕາມກວດກາ, ຕີລາຄາ, ຮ່ວມເດີນທາງ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນກ່ຽວກັບກົນໄກເພື່ອໃຫ້ພັກນຳພາຢ່າງເດັດຂາດ, ຮອບດ້ານ ແຕ່ບໍ່ເຮັດແທນ, ບໍ່ອ້າງເຫດຜົນປົກປ້ອງກັນ, ບໍ່ຜ່ອນຜັນ; ລັດຖະບານຄຸ້ມຄອງ, ບໍລິຫານຕາມກົດໝາຍ, ກ້າຮັບຜິດຊອບດ້ວຍຕົນເອງ; ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ກາຍເປັນຂົວຕໍ່ທີ່ໄວ້ເນື້ອເຊື່ອໃຈລະຫວ່າງພັກ, ລັດ ກັບປະຊາຊົນ.
ເມື່ອແບ່ງປັນກ່ຽວກັບ 18 ຈຸດບຸກທະລຸ ໃນຮ່າງເອກະສານກອງປະຊຸມໃຫຍ່ ຊຸດທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ ມີການປະກອບສ່ວນຢ່າງກົງໄກກົງມາ, ຈະແຈ້ງ, ຕອບສະໜອງຄຳຖາມທີ່ສຳຄັນທີ່ສຸດ, ລວມມີ: 18 ຈຸດໃໝ່ນັ້ນ ມີຂອບຂະໜາດພຽງພໍ ຫຼື ບໍ ແລະ ຍັງມີບັນຫາໃດແດ່ທີ່ຍັງບໍ່ທັນໄດ້ລະບຸຢ່າງຖືກຕ້ອງໃນເອກະສານ? ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ເລື່ອງເຮັດແຈ້ງບັນດາບັນຫາດັ່ງກ່າວ ຈະຊ່ວຍໃຫ້ເອກະສານໄດ້ຮັບການຫັນເປັນລະບອບລະບຽບການ, ເຂົ້າສູ່ຊີວິດ, ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນໂດຍໄວ.
ແຫຼ່ງຄັດຈາກ: vovworld.vn